ໝາຍພາຕົວ

ການ­ເຄື່ອນ­ໄຫວ​ຂອງ​ສານ ບັນ­ດາ​ຄູ່​ຄວາມ ແລະ ຜູ້​ເຂົ້າ​ຮ່ວມ​ອື່ນ ໃນ​ການ​ດຳ­ເນີນ​ຄະ­ດີ​ແພ່ງ ແນ­ໃສ່​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ແພ່ງ​ທີ່​ເກີດ​ຂຶ້ນ​ໃຫ້​ຖືກ­ຕ້ອງ ແລະ ເປັນ​ທຳ ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ບຸກ­ຄົນ ນິ­ຕິ­ບຸກ­ຄົນ ການ­ຈັດ­ຕັ້ງ​ໃດ​ໜຶ່ງ ທີ່​ຖືກ​ບຸກ­ຄົນ​ອື່ນ​ລະ­ເມີດ ຫຼື ໂຕ້​ແຍ່ງ ຊຶ່ງ​ການ­ເຄື່ອນ­ໄຫວ ດັ່ງ­ກ່າວ ຕ້ອງ​ຢູ່​ບົນ​ຫຼັກ­ການ​ລະ­ບຽບ​ການ ແລະ ຂັ້ນ​ຕອນ​ທີ່​ກຳ­ນົດ​ໄວ້​ນັ້ນ​ຄື ການ​ຄົ້ນ­ຄວ້າ​ດຳ­ເນີນ​ຄະ­ດີ ເພື່ອ​ຈຸດ­ປະ­ສົງ​ດຽວ ຄື​ຊອກ​ຫາ​ຂໍ້​ມູນ​ຫຼັກ​ຖານ​ມາ​ຢັ້ງ­ຢືນ​ເຫດ­ການ​ຄວາມ​ເປັນ​ຈິງ​ຂອງ​ຄະ­ດີ ຮັບ­ປະ­ກັນ​ການ​ພິ­ຈາ­ລະ­ນາ​ຕັດ​ສີນ​ຄະ­ດີ​ໃຫ້​ມີ​ຄວາມ​ຖືກ­ຕ້ອງ ແລະ ເປັນ​ທຳ.

ຖ້າ​ບໍ່​ມີ​ຫຼັກ​ຖານ ຈະ​ເຮັດ​ໃຫ້​ແຕ່​ລະ​ພາກ­ສ່ວນ​ເຄື່ອນ​ໄຫວ​ຕາມ​ແນວ​ຄິດ ຈຸດ​ພິ­ເສດ ຫຼື ຄວາມ​ຕ້ອງ­ການ​ຂອງ​ຕົນ​ເອງ ອັນ​ຈະ​ພາ­ໃຫ້​ການ­ເຄື່ອນ­ໄຫວ​ດຳ­ເນີນ​ຄະ­ດີ​ບໍ່​ໄປ​ເຖິງ​ຈຸດ­ປະ­ສົງ ແລະ ຄາດ­ໝາຍ​ທີ່​ວາງ​ໄວ້​ຄື​ການ​ຊອກ​ເຫັນ​ໄດ້​ຄວາມ​ເປັນ​ຈິງ​ຂອງ​ຄະ­ດີ ເພື່ອ​ນຳ​ມາ​ພິ­ຈາ­ລະ­ນາ​ຕັດ​ສີນ ໃຫ້​ຖືກ­ຕ້ອງ ແລະ ສອດ­ຄ່ອງ​ກັບ​ກົດ­ໝາຍ.

ສະ­ນັ້ນ ເພື່ອ​ຮັບ­ປະ­ກັນ​ໜ້າ­ທີ່​ດັ່ງ­ກ່າວ ສານ​ອາດ​ຈະ​ນຳ​ໃຊ້​ມາດ​ຕະ­ການ​ຕ່າງໆ ຕາມ​ທີ່​ກົດ­ໝາຍ​ອະ­ນຸ­ຍາດ​ເຂົ້າ​ໃນ​ເວ­ລາ​ດຳ­ເນີນ​ຄະ­ດີ​ຂອງ​ຕົນ ຈຸດ­ປະ­ສົງ​ກໍ​ເພື່ອ​ເຮັດ​ໃຫ້​ບັນ­ລຸ​ຕາມ​ກຳ­ນົດ​ເວ­ລາ​ຂອງ​ການ​ດຳ­ເນີນ​ຄະ­ດີ ໂດຍ​ສະ­ເພາະ ການ​ດຳ­ເນີນ​ຄະ­ດີ​ແພ່ງ.

ມື້­ນີ້​ຈະ​ສະ­ເໜີ​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ຮູ້​ຕື່ມ ກ່ຽວ​ກັບ​ການ​ນຳ​ໃຊ້​ມາດ​ຕະ­ການ​ຂອງ​ສານ​ໃນ​ເວ­ລາ​ດຳ­ເນີນ​ຄະ­ດີ​ແພ່ງ ໂດຍ​ສະ­ເພາະ ໝາຍ​ພາ​ຕົວ​ຈະ​ອອກ​ໃນ​ກໍ­ລະ­ນີ ທີ່​ຜູ້​ຖືກ​ສົງ­ໄສ ຜູ້​ຖືກ​ຫາ ທີ່​ບໍ່​ຖືກ​ກັກ​ຂັງ​ພາງ ພະ­ຍານ​ໂຈດ​ທາງ​ແພ່ງ ຜູ້​ຮັບ­ຜິດ­ຊອບ​ທາງ​ແພ່ງ ຫາກ​ໄດ້​ຮັບ​ໝາຍ​ຮຽກ​ເຖິງ 3 ຄັ້ງ​ແລ້ວ­ແຕ່​ບໍ່​ເຂົ້າ​ມາ​ຕາມ​ໝາຍ​ຮຽກ ໂດຍ​ບໍ່​ມີ​ເຫດ­ຜົນ​ພຽງ­ພໍ​ນັ້ນ ຫົວ­ໜ້າ​ອົງ­ການ​ສືບ­ສວນ-ສອບ​ສວນ ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ ຫຼື ສານ​ຈະ​ອອກ​ຄຳ​ສັ່ງ​ໃຫ້​ພາ​ຜູ້­ກ່ຽວ ການ​ປະ­ຕິ­ບັດ​ຄຳ​ສັ່ງ​ພາ​ຕົວ ແມ່ນ​ສິດ ແລະ ໜ້າ­ທີ່​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ຫຼື ທະ­ຫານ ສຳ­ລັບ​ການ​ກະ­ທຳ​ຜິດ​ທາງ​ທະ­ຫານ ກ່ອນ​ຈະ​ພາ​ຕົວ​ຕ້ອງ​ອ່ານ​ຄຳ​ສັ່ງ​ໃຫ້​ຜູ້​ຖືກ​ຫາ​ພາ​ຕົວ​ຊາບ.

ບໍ່​ອະ­ນຸ­ຍາດ​ໃຫ້​ພາ​ຕົວ ແມ່­ຍິງ​ຖື­ພາ​ມານ ຫຼື ຄົນ​ເຈັບ​ປ່ວຍ ທີ່​ບໍ່​ສາ­ມາດ ອອກ​ຈາກ​ສະ­ຖານ­ທີ່ ຊຶ່ງ​ໄດ້​ຮັບ​ການ​ຢັ້ງ­ຢືນ​ຈາກ​ຄະ­ນະ​ແພດ.

ໝາຍ​ພາ​ຕົວ​ອອກ​ໂດຍ​ຄຳ​ສັ່ງ​ຂອງ​ສານ ແມ່ນ​ມີ​ລັກ­ສະ­ນະ​ເຈາະ​ຈົງ ແລະ ແນ່­ນອນ ເພື່ອ​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ນຳ​ຕົວ​ຈຳ­ເລີຍ ພະ­ຍານ​ເຂົ້າ​ມາ​ພົບ​ກັບ​ຜູ້​ພິ­ພາກ­ສາ ຕາມ​ວັນ​ເວ­ລາ ສະ­ຖານ​ທີ​ໄດ້​ກຳ­ນົດ​ໄວ້​ໃນ​ໝາຍ​ພາ​ຕົວ​ນັ້ນ ໃນ​ກໍ­ລະ­ນີ​ທີ່​ຈຳ­ເລີຍ​ບໍ່​ເຂົ້າ​ມາ​ສານ​ຕາມ​ໝາຍ​ຮຽກ​ເຖິງ 3 ຄັ້ງ​ໂດຍ​ບໍ່​ມີ​ເຫດ­ຜົນ ສານ​ກໍ​ຈະ​ອອກ​ໝາຍ​ພາ​ຕົວ​ຜູ້­ກ່ຽວ​ເຂົ້າ​ມາ​ສານ ເພື່ອ​ເກັບ​ກຳ​ຂໍ້​ມູນ​ຫຼັກ​ຖານ​ໃຫ້​ຄົບ​ຖ້ວນ ຮອບ­ດ້ານ ແລະ ຖືກ​ເປົ້າ​ໝາຍ​ນອກ­ຈາກ​ນັ້ນ ກໍ​ເປັນ​ການ​ຮັບ­ປະ­ກັນ​ບໍ່​ໃຫ້​ຈຳ­ເລີຍ​ເອົາ​ຕົວ​ຫຼົບ­ໜີ​ຈາກ​ການ​ດຳ­ເນີນ​ຄະ­ດີ.

ການ​ອອກ​ໝາຍ​ພາ​ຕົວ​ຈຳ­ເລີຍ​ມີ​ເປົ້າ​ໝາຍ ເພື່ອ​ນຳ​ເອົາ​ຜູ້​ກ່ຽວ­ຂ້ອງ​ເຂົ້າ​ມາ​ຊີ້​ແຈງ​ລາຍ​ລະ­ອຽດ ຊີ້​ບອກ​ຄວາມ​ເປັນ​ຈິງ​ຂອງ​ຄະ­ດີ​ຕໍ່​ສານ ຊຶ່​ຕ້ອງ​ມີ​ເງື່ອນ­ໄຂ​ຕົ້ນ­ຕໍ ຄື​ບໍ່​ເຂົ້າ​ມາ​ຕາມ​ໝາຍ​ຮຽກ​ຂອງ​ສານ​ໂດຍ​ບໍ່​ມີ​ເຫດ­ຜົນ ຫຼື ສານ​ສາ­ມາດ​ຮູ້​ໄດ້​ວ່າ ຜູ້­ກ່ຽວ​ມີ​ເຈດ​ຕະ​ນາ ບໍ່​ເຄົາ­ລົບ​ນັບ­ຖື​ສານ ຄື​ບໍ່​ປະ­ຕິ­ບັດ​ຕາມ​ໝາຍ​ຮຽກ ຫຼື ໝາຍ​ເຊີນ​ຂອງ​ສານ ການ​ນຳ​ໃຊ້​ມາດ​ຕະ­ການ​ໝາຍ​ພາ​ຕົວ ແມ່ນ​ມີ​ຄວາມ​ຮັບ­ປະ­ກັນ​ໃຫ້­ການ​ດຳ­ເນີນ​ຄະ­ດີ​ໃຫ້​ຖືກ​ເປົ້າ​ໝາຍ ຜູ້​ພິ­ພາກ­ສາ​ເອງ​ກໍ​ສາ­ມາດ​ຄົ້ນ­ຄວ້າ​ຂໍ້​ໄດ້​ຢ່າງ​ຊັດ​ເຈນ ຄົບ​ຖ້ວນ ແລະ ຖ່ວງ​ທັນ​ກັບ​ເວ­ລາ ພ້ອມ​ທັງ​ຮັບ­ປະ­ກັນ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ຕັດ​ສີນ​ຂອງ​ສານ​ມີ​ປະ​ສິດ­ທິ​ຜົນ.

ຜົນ​ສະ­ທ້ອນ​ຂອງ​ການ​ອອກ​ໝາຍ​ພາ​ຕົວ ແມ່ນ​ຈຳ­ເລີຍ​ຈະ​ຖືກ​ຈຳ­ກັດ​ສິດ ແລະ ພັນ­ທະ​ໃນ​ການ­ເຄື່ອນ­ໄຫວ​ໂດຍ​ທັນ­ທີ ໝາຍ​ຄວາມ​ວ່າ ຜູ້​ຖືກ​ພາ​ຕົວ​ຕ້ອງ​ໄດ້​ເຂົ້າ​ໄປ​ສານ ແລະ ເຈົ້າ​ໜ້າ­ທີ່ ທີ່​ກ່ຽວ­ຂ້ອງ ຕາມ​ວັນ​ເວ­ລາ ທີ່​ສານ​ນັດ​ໝາຍ ແລະ ເມື່ອ​ສານ​ໄດ້​ເກັບ​ກຳ​ຂໍ້​ມູນ​ນຳ​ຜູ້​ຖືກ​ໝາຍ​ພາ​ຕົວ​ຕາມ​ຈຸດ­ປະ­ສົງ​ຄົບ​ຖ້ວນ​ແລ້ວ ກໍ​ອະ­ນຸ­ຍາດ​ໃຫ້​ຜູ້­ກ່ຽວ​ກັບ​ຄືນ​ບ້ານ​ໄດ້ ດັ່ງ­ນັ້ນ ເພື່ອ​ຫຼີກ­ເວັ້ນ​ຈາກ​ການ​ໝາຍ​ພາ​ຕົວ​ດັ່ງ­ກ່າວ​ມາ ຜູ້​ທີ່​ເປັນ​ຈຳ­ເລີຍ ຫຼື ພະ­ຍານ​ຕ້ອງ​ໃຫ້​ຄວາມ​ຮ່ວມ​ມື​ແຕ່​ຫົວ­ທີ ໂດຍ​ສະ­ເພາະ​ຕ້ອງ​ເຂົ້າ​ໄປ​ຍັງ​ສານ​ຕາມ​ໝາຍ​ຮຽກ ໝາຍ​ເຊີນ​ບໍ່​ດັ່ງ­ນັ້ນ​ກໍ​ຈະ​ມີ​ຜູ້​ມາ​ພາ​ຕົວ​ໄປ ຍ້ອນ​ບໍ່​ຢາກ​ໄປ​ສານ ຫຼື ຢາກ​ຫຼົບ­ໜີ​ຈາກ​ການ​ດຳ­ເນີນ​ຄະ­ດີ​ນັ້ນ.

error: Content is protected !!