ສຳເລັດການປັບປຸງອາຄານຮຽນ ປະຖົມສົມບູນບ້ານຫ້ວຍຊອງ-ຊ່າງແຄນ

ພິ­ທີ​ມອບ-ຮັບ​ກິດ­ຈະ­ກຳ​ການ​ປັບ­ປຸງ ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ​ບ້ານ​ຫ້ວຍ​ຊອງ-ຊ່າງ​ແຄນ ເມືອງ​ໃໝ່ ແຂວງ​ຜົ້ງ​ສາ­ລີ ຈັດ​ຂຶ້ນ​ວັນ​ທີ 7 ກັນ­ຍາ 2020 ທີ່​ໂຮງ­ຮຽນ​ແຫ່ງ​ດັ່ງ­ກ່າວ ໂດຍ​ມີ​ທ່ານ ສົມ​ຈິດ ສິດ­ທິ​ວົງ ເຈົ້າ­ເມືອງ​ເມືອງ​ໃໝ່ ທ່ານ​ນາງ ແສງ​ອ່ອນ ປວງ​ມະ­ນີ​ວັນ ຮອງ​ຫົວ­ໜ້າ​ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ຊາວ​ໜຸ່ມ ສູນ​ກາງ​ຊາວ​ໜຸ່ມ ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ (ສຊປລ) ພ້ອມ​ດ້ວຍ​ທ່ານ ນະ​ລົງ​ວິດ ຄອງ​ສິນ ຜູ້​ຈັດ­ການ​ອົງ​ກອນ​ສຳ­ພັນ ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ມີ​ທ່ານ​ຮອງ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ ແຂວງ​ຜົ້ງ​ສາ­ລີ ທ່ານ​ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ​ໃໝ່ ອຳ­ນາດ​ການ​ປົກ­ຄອງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ນະ​ລົງ​ວິດ ຄອງ​ສິນ ແຈ້ງ​ໃຫ້​ຊາບ​ວ່າ: ກິດ­ຈະ­ກຳ​ດັ່ງ­ກ່າວ ແມ່ນ​ການ​ຮ່ວມ​ມື​ຈາກ​ຫຼາຍ​ພາກ­ສ່ວນ ໂດຍ​ສະ­ເພາະ​ຈາກ ສະ­ຖານ­ທູດ​ໄທ​ປະ­ຈຳ​ລາວ ບໍ­ລິ­ສັດ ຣາ​ຊ ກຣຸບ ຈຳ­ກັດ (ມະ­ຫາ­ຊົນ) ແລະ ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ຮ່ວມ​ກັບ​ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ຊາວ​ໜຸ່ມ (ສຊປລ) ລວມ​ທັງ​ບັນ­ດາ​ຫ້າງ​ຮ້ານ ບໍ­ລິ­ສັດ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ບຸກ­ຄົນ​ທົ່ວ​ໄປ ອຳ­ນາດ​ການ​ປົກ­ຄອງ ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ດັ່ງ­ກ່າວ ເປັນ­ຕົ້ນ ຈາກ​ສະ­ຖານ​ເອກ​ອັກ­ຄະ­ລາ­ຊະ­ທູດ​ໄທ​ປະ­ຈຳ​ລາວ 15.000 ບາດ ປະ­ມານ 4,3 ລ້ານ ກວ່າ​ກີບ ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ 18,2 ລ້ານ​ກວ່າ​ກີບ ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ 27,3 ລ້ານ​ກວ່າ​ກີບ ແລະ ບໍ­ລິ­ສັດ ຣາ​ຊ ກຣຸບ ຈຳ­ກັດ (ມະ­ຫາ­ຊົນ) 50.000 ບາດ ປະ­ມານ 14,5 ລ້ານ​ກວ່າ​ກີບ ພ້ອມ​ກຳ­ລັງ​ແຮງ​ງານ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ ແລະ ວັດ​ສະ​ດຸ​ທ້ອງ­ຖິ່ນ​ປະ­ກອບ­ສ່ວນ ລວມ​ມູນ​ຄ່າ​ທັງ​ໝົດ 75,7 ລ້ານ​ກວ່າ​ກີບ.

ກິດ­ຈະ­ກຳ​ຄັ້ງ​ນີ້ ມີ​ຊື່­ວ່າ: ກິດ­ຈະ­ກຳ​ໂຮງ­ຮຽນ​ຂອງ​ນ້ອງ ປະ­ກອບ​ມີ​ການ​ປັບ­ປຸງ​ຫ້ອງ​ຮຽນ ຫ້ອງ​ເດັກ​ຫຼີ້ນ (ຫ້ອງ​ຮຽນ​ເດັກ­ນ້ອຍ​ອະ­ນຸ­ບານ) ຫ້ອງ​ນ້ຳ ສວນ​ກະ­ເສດ​ແບບ​ປະ­ສົມ​ປະ­ສານ ລ້ຽງ­ສັດ ປູກ​ພືດ​ສວນ​ຄົວ ເຮັດ​ເສົາ​ທຸງ ປັບ­ປຸງ​ທັດ­ສະ­ນີ​ຍະ​ພາບ​ໂດຍ​ລວມ ພ້ອມ​ທັງ ມີ​ການ​ມອບ​ເຄື່ອງ­ນຸ່ງ​ຫົ່ມ ອຸ­ປະ­ກອນ​ການ​ຮຽນ ແລະ ອຸ­ປະ­ກອນ​ກີ­ລາ ກິດ­ຈະ­ກຳ​ຄັ້ງ​ນີ້​ໄດ້​ເລີ່ມ​ການ​ສຳ​ຫຼວດ​ມາ​ແຕ່​ວັນ​ທີ 24 ກໍ­ລະ­ກົດ 2020 ເລີ່ມ​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ວັນ​ທີ 10 ສິງ­ຫາ 2020 ແລະ ສຳ­ເລັດ​ໃນ​ວັນ​ທີ 6 ກັນ­ຍາ 2020.

ໂອ­ກາດ​ນີ້ ທ່ານ ສົມ​ຈິດ ສິດ­ທິ​ວົງ ໄດ້​ກ່າວ​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ ຕໍ່​ການ​ປະ­ກອບ­ສ່ວນ​ຂອງ​ທຸກ​ພາກ­ສ່ວນ​ໃນ​ຄັ້ງ​ນີ້ ພິ­ເສດ​ແມ່ນ​ທາງ​ສະ­ຖານ­ທູດ​ໄທ ແລະ ບໍ­ລິ­ສັດ ຣາ​ຊ ກຣຸບ ຈຳ­ກັດ (ມະ­ຫາ­ຊົນ) ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ ຊາວ​ໜຸ່ມ ສຊປລ ທີ່​ເປັນ​ເຈົ້າ​ການ​ໃນ​ການ​ລະ­ດົມ​ທຶນ ເພື່ອ​ນຳ​ມາ​ຊ່ວຍ­ເຫຼືອ​ໃນ​ຄັ້ງ​ນີ້ ລວມ​ທັງ​ອຳ­ນາດ​ການ​ປົກ­ຄອງ ພໍ່​ແມ່​ປະ­ຊາ­ຊົນ ອົງ​ການ­ຈັດ­ຕັ້ງ​ທຸກ​ພາກ­ສ່ວນ ທີ່​ໃຫ້­ການ​ປະ­ກອບ­ສ່ວນ ເຮັດ​ໃຫ້​ກິດ­ຈະ­ກຳ​ຄັ້ງ​ນີ້​ສຳ­ເລັດ ເປັນ​ການ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ ເຂົ້າ​ໃນ​ການ​ພັດ­ທະ­ນາ​ວຽກ​ງານ​ຂະ­ແໜງ­ການ​ສຶກ​ສາ ໂດຍ​ສະ­ເພາະ​ສົ່ງ­ເສີມ​ວຽກ​ງານ​ຂະ­ຫຍາຍ​ໂອ­ກາດ​ເຂົ້າ​ຮຽນ ສ້າງ​ໂອ­ກາດ​ໃຫ້​ນັກ­ຮຽນ​ໄດ້ ເຂົ້າ​ເຖິງ​ການ​ສຶກ​ສາ​ຫຼາຍ​ຂຶ້ນ ສ້າງ​ໃຫ້​ເດັກ​ໄດ້​ມີ​ສະ­ຖານ­ທີ່​ຮຽນ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ໃຫ້​ສາ­ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ ແລະ ດ້ອຍ​ພັດ­ທະ­ນາ ແລະ ຫວັງ​ວ່າ​ກິດ­ຈະ­ກຳ​ດັ່ງ­ກ່າວ​ຄົງ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ ຊ່ວຍ­ເຫຼືອ​ຈາກ​ບັນ­ດາ​ທ່ານ ອີກ​ໃນ​ໂອ­ກາດ​ຕໍ່​ໄປ.

error: Content is protected !!