ຮູບການດຶງດູດເອົາຄົນເກ່ງຈາກຕ່າງປະເທດ

ດັ່ງ​ທີ່​ເຄີຍ​ເວົ້າ​ມາ​ແລ້ວ​ໃນ​ຫຼາຍ​ບົດ​ຜ່ານ​ມາ​ວ່າ ໃນ​ຍຸກ​ປັດ­ຈຸ­ບັນ​ຍຸກ​ທີ່​ມີ​ການ​ແກ່ງ​ແຍ້ງ​ແຂ່ງ­ຂັນ​ກັນ​ຮອບ­ດ້ານ ໂດຍ​ສະ­ເພາະ ທາງ​ດ້ານ​ເສດ­ຖະ­ກິດ ການ​ຄ້າ ແລະ ປັນ­ຍາ​ປະ­ດິດ​ນີ້ ບັນ­ດາ​ປະ­ເທດ​ໃນ​ໂລກ ຕ່າງ​ກໍ​ສະ­ແຫວງ­ຫາ​ຄວາມ​ເປັນ​ເລີດ ດັ່ງ­ນັ້ນ ຈຶ່ງ​ມີ​ຄວາມ​ຕ້ອງ­ການ​ບຸ​ຄະ­ລາ​ກອນ “ຄົນ” ທີ່​ມີ​ຄວາມ​ຮູ້​ປັນ­ຍາ​ຊົນ​ຄົນ​ເກ່ງ​ໃນ​ສາ­ຂາ​ອາ­ຊີບ​ຕ່າງໆ ດ້ວຍ​ການ​ສົ່ງ­ເສີມ​ການ​ສຶກ​ສາ​ສ້າງ​ຄົນ​ພາຍ​ໃນ ໄປ​ພ້ອມໆ​ກັບ​ການ​ຍາດ​ແຍ່ງ​ເອົາ​ຄົນ​ເກ່ງ​ຈາກ​ຕ່າງ­ປະ­ເທດ ທີ່​ມີ​ຄວາມ​ຊ່ຽວ­ຊານ ຊຳ­ນານ​ງານ ສະ­ນັ້ນ ໃນ​ບົດ​ປະ­ຈຳ​ວັນ​ນີ້ ຈຶ່ງ​ຂໍ​ສະ­ເໜີ​ກ່ຽວ​ກັບ​ນະ­ໂຍ­ບາຍ​ຂອງ​ບາງ​ປະ­ເທດ ເພື່ອ​ອ່ອຍ​ເອົາ​ຄົນ​ທີ່​ມີ​ມັນ­ສະ­ໝອງ​ລະ­ດັບ​ຫົວ​ກະ­ທິ ເຂົ້າ​ໄປ​ເປັນ​ກຳ­ລັງ​ແຮງ​ໃນ​ການ​ພັດ­ທະ­ນາ​ປະ­ເທດ​ຂອງ​ຕົນ ເຊັ່ນ:

ທີ່​ຣັດ​ເຊຍ: ທາງ​ການ​ຣັດ​ເຊຍ ໄດ້​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ສັນ­ຊາດ​ສະ­ບັບ​ໃໝ່ ແລະ ປາ​ກາດ​ໃຊ້​ນັບ​ແຕ່​ວັນ​ທີ 31 ເດືອນ​ກໍ­ລະ­ກົດ ປີ 2016 ເປັນ­ຕົ້ນ​ມາ ກົດ­ໝາຍ​ນີ້ ມີ​ເປົ້າ​ໝາຍ​ດຶງ​ດູດ​ເອົາ​ນັກ­ທຸ­ລະ­ກິດ​ຕ່າງ­ປະ­ເທດ ທີ່​ມີ​ຄວາມ​ເກ່ງ​ກ້າ​ສາ­ມາດ ແລະ ປະ­ສົບ​ຜົນ­ສຳ­ເລັດ​ມາ​ແລ້ວ ກໍ​ຄື ບັນ­ດາ​ຊ່ຽວ­ຊານ​ຂັ້ນ​ຍອດໆ​ໃນ​ສາ­ຂາ​ອາ­ຊີບ​ທີ່​ຣັດ​ເຊຍ​ມີ​ຄວາມ​ຕ້ອງ­ການ ກົດ­ໝາຍ​ສັນ­ຊາດ​ສະ­ບັບ​ປັບ­ປຸງ ໄດ້​ກຳ­ນົດ​ມາດ​ຕະ­ການ​ໂຍະ­ຍານ​ຂັ້ນ​ຕອນ ເພື່ອ​ໃຫ້​ສັນ­ຊາດ​ແກ່​ຕ່າງ­ປະ­ເທດ​ທີ່​ເປັນ​ເປົ້າ​ໝາຍ ລາຍ​ລະ­ອຽດ​ມີ​ດັ່ງ­ນີ້: ຄົນ​ຕ່າງ­ປະ­ເທດ​ທີ່​ໄດ້​ຮັບ​ການ​ສຶກ​ສາ​ໃນ​ຂະ­ແໜງ​ວິ­ຊາ​ຊີບ​ຢູ່​ຣັດ​ເຊຍ ຫຼັງ​ປີ 2002 ແລະ ໄດ້​ເຮັດ​ວຽກ​ຢູ່​ໃນ​ປະ­ເທດ​ນີ້​ມາ​ແລ້ວ ບໍ່​ຕ່ຳ​ກວ່າ 3 ປີ​ນັ້ນ ແມ່ນ​ມີ​ສິດ​ຂໍ​ຖື​ສັນ­ຊາດ​ຣັດ​ເຊຍ ໄດ້​ຊ່ຽວ­ຊານ​ຕ່າງ­ປະ­ເທດ​ທີ່​ມີ​ຄວາມ​ຊຳ­ນານ​ຖານ​ລະ­ດັບ​ມື​ອາ­ຊີບ​ພິ­ເສດ ກໍ​ໄດ້​ຮັບ​ສິດ​ໃນ​ການ​ຂໍ​ຖື​ສັນ­ຊາດ​ເຊັ່ນ​ກັນ ຄົນ​ຕ່າງ­ປະ­ເທດ​ທີ່​ເຮັດ​ທຸ­ລະ​ກິດ​ຢູ່​ຣັດ​ເຊຍ ເປັນ​ເວ­ລາ 3 ປີ ແລະ ໄດ້​ເສຍ​ພາ­ສີ​ຂອງ​ວິ​ສາ​ຫະ​ກິດ ແລະ ປະ­ກັນ​ໄພ​ເຂົ້າ​ໃນ​ກອງ​ທຶນ​ບຳ­ນານ​ເປັນ​ຈຳ­ນວນ​ເງິນ 1 ລ້ານ​ຣຸບ ເປັນ​ຢ່າງ​ໜ້ອຍ​ໃນ​ແຕ່​ລະ​ປີ ກໍ​ສາ­ມາດ​ຂໍ​ຖື​ສັນ­ຊາດ​ຣັດ​ເຊຍ​ໄດ້.

ທີ່​ສະ­ຫະ­ພາບ​ເອີ​ຣົບ: ໃນ​ໄລ­ຍະ​ກວ່າ 1 ທົດ​ສະ​ວັດ​ຜ່ານ​ມາ ຄະ­ນະ​ກຳ­ມາ​ທິ​ການ​ເອີ​ຣົບ​ຂອງ​ສະ­ຫະ­ພາບ​ເອີ​ຣົບ ໄດ້​ດຳ­ເນີນ​ນະ­ໂຍ­ບາຍ​ດຶງ​ດູດ​ເອົາ​ຊາວ​ຕ່າງ­ປະ­ເທດ ເຂົ້າ​ໄປ​ລົງ­ທຶນ ແລະ ເຄື່ອນ​ໄຫວ​ເຮັດ​ທຸ­ລະ​ກິດ ໃນ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ສະ­ຫະ­ພາບ​ເອີ​ຣົບ ຫຼື ອີ​ຢູ (EU) ວິ­ທີ​ດຶງ​ດູດ​ໄດ້​ເຮັດ​ຜ່ານ​ນະ­ໂຍ­ບາຍ​ການ​ອອກ​ວີ​ຊາ​ໃຫ້​ຄົນ​ຕ່າງ­ປະ­ເທດ ທີ່​ເປັນ​ເປົ້າ​ໝາຍ ເອີ້ນ​ວ່າ “ວີ​ຊາ​ສີ­ເຫຼືອງ” ທີ່​ໄດ້​ອອກ​ໃຫ້​ຄົນ​ຕ່າງ­ປະ­ເທດ​ໄປ​ແລ້ວ 1 ແສນ​ຄົນ (ສະ­ຖິ­ຕິ​ຕົ້ນ​ປີ 2019) ນອກ­ຈາກ​ນັ້ນ ອີ​ຢູ ຍັງ​ໄດ້​ມອບ​ສັນ­ຊາດ​ກິ​ຕິ​ມະ​ສັກ ຫຼື ໜັງ­ສື​ເດີນ­ທາງ​ພິ­ເສດ​ໃຫ້​ຊາວ​ຕ່າງ­ປະ­ເທດ ທີ່​ມີ​ຖາ­ນະ​ຮັ່ງ­ມີ​ຈຳ­ນວນ​ກວ່າ 6.000 ຄົນ​ອີກ​ດ້ວຍ.

ທີ່​ຍີ່­ປຸ່ນ: ບັນ­ຫາ​ຄົນ​ເຖົ້າ​ເພີ່ມ​ຈຳ­ນວນ​ຂຶ້ນ​ຢ່າງ​ໄວ­ວາ ໄດ້​ເຮັດ​ໃຫ້​ຍີ່­ປຸ່ນ​ປະ​ເຊີນ​ກັບ​ບັນ­ຫາ​ຂາດ­ແຄນ​ແຮງ​ງານ ດັ່ງ­ນັ້ນ ທາງ​ການ​ຂອງ​ປະ­ເທດ​ນີ້ ຈຶ່ງ​ມີ​ນະ­ໂຍ­ບາຍ​ດິໆ ເພື່ອ​ດຶງ​ດູດ​ເອົາ​ນັກ­ວິ­ຊາ­ການ​ຄຸນ​ນະ​ພາບ​ຈາກ​ຕ່າງ­ປະ­ເທດ ເຂົ້າ​ໄປ​ຕື່ມ​ເຕັມ​ໃຫ້​ຂະ­ແໜງ­ການ​ທີ່​ຂາດ­ແຄນ​ແຮງ​ງານ​ຢ່າງ​ໜັກ­ໜ່ວງ ນະ­ໂຍ­ບາຍ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ຊ່ຽວ­ຊານ ແລະ ແຮງ​ງານ​ຕ່າງ­ປະ­ເທດ​ນັ້ນ​ມີ​ຫຼາຍ​ຢ່າງ ແຕ່​ຂໍ​ເວົ້າ​ສະ­ເພາະ​ແຕ່​ເລື່ອງ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ເດັກ­ນ້ອຍ​ຊາວ​ຕ່າງ­ປະ­ເທດ ໃຫ້​ໄດ້​ເຂົ້າ​ໂຮງ­ຮຽນ​ຢ່າງ​ທົ່ວ​ເຖິງ ຄື ນັບ​ແຕ່​ປີ 2020 ນີ້​ເປັນ­ຕົ້ນ​ໄປ ທາງ​ກະ­ຊວງ​ສຶກ​ສາ​ຍີ່­ປຸ່ນ ໄດ້​ກຳ­ນົດ​ແຜນ​ຊ່ວຍ­ເຫຼືອ​ເດັກ​ຊາວ​ຕ່າງ­ປະ­ເທດ ເພື່ອ​ໃຫ້​ໄດ້​ເຂົ້າ​ຮຽນ​ລະ­ດັບ​ໂຮງ­ຮຽນ​ປະ­ຖົມ ແລະ ມັດ­ທະ­ຍົມ​ຕົ້ນ ໂດຍ​ໄດ້​ເນັ້ນ​ໃຫ້​ຄະ­ນະ​ຮັບ­ຜິດ­ຊອບ​ຂະ­ແໜງ​ສຶກ​ສາ​ແຈ້ງ​ໃຫ້​ຄອບ­ຄົວ​ຊາວ​ຕ່າງ­ປະ­ເທດ​ຊາບ ກ່ຽວ​ກັບ​ຂັ້ນ​ຕອນ​ການ​ສະ­ເໜີ​ເຂົ້າ​ຮຽນ​ໃນ​ໂຮງ­ຮຽນ​ຂອງ​ຍີ່­ປຸ່ນ ຂຶ້ນ​ບັນ­ຊີ​ເດັກ​ຊາວ​ຕ່າງ­ປະ­ເທດ ໃນ​ເກນ​ອາ­ຍຸ​ເຂົ້າ​ໂຮງ­ຮຽນ​ພາກ​ບັງ­ຄັບ ຈັດ​ສົ່ງ​ປື້ມ​ຄູ່​ມື​ແນະ­ນຳ​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ສະ­ເໜີ​ເຂົ້າ​ຮຽນ ໃຫ້​ຄອບ­ຄົວ​ຊາວ​ຕ່າງ­ປະ­ເທດ​ຊາບ ແລະ ໃນ​ກໍ­ລະ­ນີ​ບໍ່​ໄດ້​ຄຳ​ຕອບ​ຈາກ​ຄອບ­ຄົວ​ຕ່າງ­ປະ­ເທດ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ ກໍ​ຕ້ອງ​ໄດ້​ພົວ­ພັນ​ກັບ​ຄອບ­ຄົວ​ດັ່ງ­ກ່າວ​ທາງ​ໂທລະ­ສັບ ຫຼື ໄປ​ພົວ­ພັນ​ດ້ວຍ​ຕົນ​ເອງ ຕາມ​ສະ­ຖິ­ຕິ​ເດັກ​ນັກ­ຮຽນ​ຊາວ​ຕ່າງ­ປະ­ເທດ ທີ່​ເຂົ້າ​ຮຽນ​ຂັ້ນ​ປະ­ຖົມ ມັດ­ທະ­ຍົມ​ຕົ້ນ ແລະ ປາຍ​ຢູ່​ຍີ່­ປຸ່ນ ໃນ​ສົກ​ສຶກ​ສາ​ປີ 2019 ນັ້ນ ມີ​ເຖິງ 101.402 ຄົນ.

error: Content is protected !!