ພິທີປະກາດການນຳໃຊ້ກົດລະບຽບຄຸ້ມຄອງວັງສະຫງວນແບບມີສ່ວນຮ່ວມ ຈັດຂຶ້ນວັນທີ 8 ກັນຍາ 2020 ຢູ່ສະຖານີບໍລິການເຕັກນິກກະສິກຳ ແລະ ປ່າໄມ້ ເຂດຈຸດສຸມຫ້ວຍຫອຍ-ທູນຂາມ ແລະ ຍາງ ເມືອງພີນ ແຂວງສະຫວັນນະເຂດ ໂດຍມີທ່ານ ສົມສະໜຸກ ເພັດຊົມພູ ເຈົ້າເມືອງພີນ ແຂວງສະຫວັນນະເຂດ ທ່ານ ຄຳຈັນ ສີດາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ທ່ານ ບຸນຖະໜອມ ຈຳສິນ ຮອງຫົວໜ້າພະແນກປະມົງ ກົມລ້ຽງສັດ ແລະ ການປະມົງ ພ້ອມດ້ວຍຄະນະຮັບຜິດຊອບໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມ ຢູ່ເຂດສາຍນ້ຳເຊບັ້ງຫຽງ ອຳນາດການປົກຄອງບ້ານອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ກົງແສງ ວັນນະຈອມຈັນ ວິຊາການດ້ານຊະນິດພັນ ແລະ ການປະມົງ ຂອງໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມ ຢູ່ເຂດສາຍນ້ຳເຊບັ້ງຫຽງ ແຂວງສະຫວັນນະເຂດ ລາຍງານການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາວ່າ: ໂຄງການດັ່ງກ່າວ ໂດຍຜ່ານອົງການກອງທຶນອະນຸຮັກທຳມະຊາດໂລກ ປະຈຳ ສປປ ລາວ (WWF Lao) ເລີ່ມແຕ່ຕົ້ນປີ 2018-ເດືອນກັນຍາ 2020 ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານອັງກິດ ໂດຍຜ່ານແຜນງານ DARWIN (ກົມສິ່ງແວດລ້ອມ ອາຫານ ແລະ ຊົນນະບົດ) ປັດຈຸບັນໄດ້ຈັດຕັ້ງປະຕິບັດຈຳນວນ 10 ບ້ານ ໃນນັ້ນ ເມືອງພີນ 6 ບ້ານ ເມືອງທ່າປາງທອງ 2 ບ້ານ ແລະ ເມືອງສອງຄອນ 2 ບ້ານ ຢູ່ສາຍນ້ຳເຊບັ້ງຫຽງ ໂດຍມີ 3 ກິດຈະກຳຫຼັກ ຄື: ສ້າງວັງສະຫງວນຈຳນວນ 10 ວັງ ໃນເນື້ອທີ່ 103,16 ເຮັກຕາ ສ້າງຄະນະຄຸ້ມຄອງວັງໃນ 10 ບ້ານ ພ້ອມທັງທີມຕິດຕາມກວດກາການປະມົງຂັ້ນບ້ານ 10 ຂັ້ນ ຈຳນວນ 80 ຄົນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນ: ໃຫ້ທຶນສົ່ງເສີມການລ້ຽງແບ້ ຈຳນວນ 8 ບ້ານ 10 ຄອບຄົວ (ຄອບຄົວລະ 5 ໂຕ) ໃຫ້ທຶນສົ່ງເສີມການຕ່ຳຫູກ 2 ບ້ານ ຈຳນວນ 20 ຄອບຄົວ.

ທ່ານ ສົມສະໜຸກ ເພັດຊົມພູ ກ່າວວ່າ: ໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມ ຢູ່ເຂດສາຍນ້ຳເຊບັ້ງຫຽງ ແຂວງສະຫວັນນະເຂດ ກໍເພື່ອເປັນການປົກປັກຮັກສາຖິ່ນທີ່ຢູ່ອາໄສ ປົກປັກຮັກສາຊັບພະຍາກອນແຫຼ່ງນ້ຳທີ່ເປັນບ່ອນທີ່ຢູ່ອາໄສຂອງປາທີ່ກຳລັງຈະສູນພັນ ຂໍໃຫ້ພໍ່ແມ່ປະຊາຊົນຈົ່ງພ້ອມກັນປົກປັກຮັກສາ ໂດຍສະເພາະໃນລະດູປາຂະຫຍາຍພັນ ເພື່ອເພີ່ມຈຳນວນປະຊາກອນປາໃຫ້ຫຼາຍຂຶ້ນ ນອກຈາກນີ້ ຍັງເປັນການປັບປຸງຊີວິດການເປັນຢູ່ ທັງຮັບປະກັນໃນອະນາຄົດ ປະຊາຊົນຢູ່ໃນຊຸມຊົນ ຈຳນວນ 10 ບ້ານ ມີສະບຽງອາຫານໃນການບໍລິໂພກ ຄຽງຄູ່ກັນນັ້ນ ກໍເປັນການອະນຸຮັກຊີວະນາພັນ ແລະ ເປັນການສ້າງລາຍຮັບໃຫ້ແກ່ຊຸມຊົນ ຫຼຸດຜ່ອນໄພຂົ່ມຂູ່ກ່ຽວກັບຊະນິດພັນປາ ຫຼື ຫຼຸດຜ່ອນການນຳໃຊ້ຊັບພະຍາກອນສັດນ້ຳ.
ໂອກາດນີ້ ໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມ ຢູ່ເຂດສາຍນ້ຳເຊບັ້ງຫຽງ ຍັງໄດ້ມອບປື້ມກົດລະບຽບ ແລະ ເຄື່ອງອຸປະກອນໃນການຕິດຕາມກວດກາ ເປັນຕົ້ນແມ່ນເສື້ອຊູຊີບ ກ້ອງສ່ອງທາງໄກ ໄຟສາຍ ເສື້ອກັນຝົນ ແລະ ອື່ນໆ ໃຫ້ແກ່ບ້ານເປົ້າໝາຍ ໃນການຕິດຕາມກວດກາ ແລະ ຮັກສາວັງສະຫງວນ ພ້ອມທັງປ່ອຍປາຈຳນວນໜຶ່ງລົງເຂດວັງສະຫງວນອີກດ້ວຍ.