ກໍາມະບານເມືອງໄຊທານີ ຂະຫຍາຍສະມາຊິກກຳມະບານໃໝ່ໄດ້ 352 ຄົນ

    ສະຫະພັນກໍາມະບານເມືອງໄຊທານີ ມີຄະນະບໍລິຫານງານທັງໝົດ 23 ສະຫາຍ ປັດຈຸບັນມີກໍາມະບານຮາກຖານທັງໝົດ 115 ຮາກຖານ ໃນນີ້ ກໍາມະບານຮາກຖານລັດວິສາຫະກິດ 1 ຮາກຖານ ຂົງເຂດຫົວໜ່ວຍທຸລະກິດພາກເອກະຊົນ 15 ຮາກຖານ ຂົງເຂດບໍລິຫານຫ້ອງການ 18 ຮາກຖານ ຂົງເຂດສຶກສາຂອງລັດ 70 ຮາກຖານ ແລະ ໂຮງຮຽນເອກະຊົນ 11 ຮາກຖານ.

    ສະຫາຍ ນວນລະແສງ ເນດທອງສະຫວັນ ປະທານສະຫະພັນກໍາມະບານເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ຂຶ້ນປະກອບຄໍາເຫັນ ການຂະຫຍາຍການຈັດຕັ້ງກໍາມະບານເຂົ້າສູ່ຂົງເຂດວິສາຫະກິດເອກະຊົນພາຍໃນເມືອງໄຊທານີໄລຍະ 5 ປີ (2015-2020) ຕໍ່ກອງປະຊຸມໃຫຍ່ຄັ້ງທີ VIII ສະຫະພັນກໍາມະບານ ນວ ວັນທີ 7 ກັນຍາ 2020 ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະບໍລິຫານງານສະຫະພັນກໍາມະບານເມືອງໄຊທານີ ໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດສິດໜ້າທີ່ຂອງຕົນຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານໃນຫົວໜ່ວຍທຸລະກິດເອກະຊົນ ສະແດງອອກ ສາມາດຂະຫຍາຍການຈັດຕັ້ງຂຶ້ນໃໝ່ໄດ້ 18 ຮາກຖານ ໃນນີ້ມີໂຮງຈັກ ໂຮງງານວິສາຫະກິດ 11 ຮາກຖານ ແລະ ໂຮງຮຽນເອກະຊົນ 7 ຮາກຖານ ທຽບໃສ່ແຜນການ ປະຕິບັດໄດ້ລື່ນຄາດໝາຍ 80% ຂະຫຍາຍສະມາຊິກກໍາມະບານໃໝ່ໄດ້ 352 ຄົນ ທຽບໃສ່ແຜນການ ປະຕິບັດໄດ້ລື່ນຄາດໝາຍ 77,33% ທົ່ວເມືອງມີສະມາຊິກກໍາມະບານທັງໝົດ 1.659 ສະຫາຍ ຍິງ 1.048 ສະຫາຍ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!