ເພື່ອເປີດກວ້າງໃນການຈຳໜ່າຍພັນທະບັດລັດຖະບານ ໃຫ້ທົ່ວເຖິງຜ່ານບຸກຄົນ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ລັດຖະບານຈຶ່ງໄດ້ຕັດສິນໃຈນຳເອົາພັນທະບັດລັດຖະບານ ມາຊື້-ຂາຍຜ່ານຕະຫຼາດຫຼັກຊັບລາວຄັ້ງທຳອິດໃນເດືອນທັນວາ 2018 ດ້ວຍວົງເງິນ 1.000 ຕື້ກີບ ໂດຍມອບໃຫ້ 3 ບໍລິສັດຫຼັກຊັບ ປະກອບມີບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ບໍລິສັດຫຼັກຊັບ BCEL-KT ຈຳກັດ ແລະ ບໍລິສັດຫຼັກຊັບລາວ-ຈີນ ຈຳກັດ ເຊິ່ງຈຳໜ່າຍສຳເລັດໃນເດືອນມິຖຸນາ 2019 ຈາກຜົນສຳເລັດດັ່ງກ່າວ ລັດຖະບານ ຕາງໜ້າໂດຍກະຊວງການເງິນ ຈຶ່ງໄດ້ຕັດສິນໃຈມອບໃຫ້ 3 ບໍລິສັດຫຼັກຊັບ ສືບຕໍ່ຈຳໜ່າຍພັນທະບັດລັດຖະບານຄັ້ງທີ 2 ມູນຄ່າ 1.700 ຕື້ກີບ ເລີ່ມແຕ່ເດືອນກັນຍາ 2019 ເປັນຕົ້ນມາ ມາຮອດເດືອນສິງຫາ 2020 ການຈຳໜ່າຍແມ່ນສຳເລັດໄປດ້ວຍດີ.

ທ່ານ ອານຸກອນ ສຸທຳມະວົງ ຮັກສາການຜູ້ອຳນວຍການບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ຕາງໜ້າໃຫ້ບໍລິສັດຫຼັກຊັບ BCEL-KT ຈຳກັດ ແລະ ບໍລິສັດຫຼັກຊັບລາວ-ຈີນ ຈຳກັດ ຖະແຫຼງຂ່າວກ່ຽວກັບຜົນສຳເລັດການຈຳໜ່າຍພັນທະບັດລັດຖະບານໃນໄລຍະຜ່ານມາ ຜ່ານຕະຫຼາດຫຼັກຊັບລາວ ແລະ ແຜນການຈຳໜ່າຍໃນຊຸດຕໍ່ໄປໃນວັນທີ 7 ກັນຍາ 2020 ທີ່ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບວ່າ: ຈາກຜົນສຳເລັດການຈຳໜ່າຍພັນທະບັດຄັ້ງທີ 1 ແລະ 2 ລັດຖະບານຕາງໜ້າໂດຍກະຊວງການເງິນ ໄດ້ມອບໃຫ້ທັງ 3 ບໍລິສັດຫຼັກຊັບສືບຕໍ່ຈຳໜ່າຍພັນທະບັດລັດຖະບານລາວຜ່ານຕະຫຼາດຫຼັກຊັບລາວຄັ້ງທີ 3 ໂດຍມີຜະລິດຕະພັນໃໝ່ອອກມານຳຄື: ສະກຸນເງິນກີບໃນວົງເງິນ 1.500 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດ 50 ລ້ານໂດລາ ປະມານ 455,7 ຕື້ກີບ ການຈຳໜ່າຍພັນທະບັດຄັ້ງນີ້ ທັງ 3 ບໍລິສັດຫຼັກຊັບຈະໄດ້ປະເມີນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈຳໜ່າຍພັນທະບັດທີ່ຜ່ານມາ ເພື່ອຈະໄດ້ປັບກົນລະຍຸດດ້ານການຕະຫຼາດໃຫ້ແທດເໝາະກັບສະພາບໃນປັດຈຸບັນ ເຊິ່ງການເປີດຈອງແມ່ນອອກເປັນລາຍເດືອນ ເລີ່ມອອກຈຳໜ່າຍແຕ່ເດືອນກັນຍາເປັນຕົ້ນໄປ ຈົນກວ່າຈະສຳເລັດ ແລະ ຈະໃຊ້ຫຼັກການມາກ່ອນໄດ້ກ່ອນ ນອກນັ້ນ ການຈອງຊື້ພັນທະບັດລັດຖະບານໂດຍຜ່ານຕະຫຼາດຫຼັກຊັບລາວ ຜູ້ລົງທຶນສາມາດແລກປ່ຽນມືໃນຕະຫຼາດຂັ້ນສອງໄດ້ ເຊິ່ງຕະຫຼາດຫຼັກຊັບລາວໄດ້ມີລະບົບ ແລະ ກົນໄກການຊື້-ຂາຍພັນທະບັດ.