
ວັນທີ 25 ມີນາ 2020 ທີ່ກະຊວງການຕ່າງປະເທດ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະແຫຼງຕໍ່ສື່ມວນຊົນ ເນື່ອງໃນໂອກາດສັບປະດາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ປີ 2020 ວ່າ: ຂອບການຮ່ວມມື MLC ໄດ້ຖືກສ້າງຕັ້ງດ້ວຍຄວາມໝາຍໝັ້ນໃນການພັດທະນາເສດ ຖະກິດ-ສັງຄົມແບບຮອບດ້ານ ແລະ ຍືນຍົງຂອງປະເທດແມ່ນ້ຳຂອງຄື: ລາວ ກຳປູເຈຍ ມຽນມາ ໄທ ແລະ ຫວຽດນາມ ໂດຍມີ ສປ ຈີນ ເປັນປະເທດຄູ່ຮ່ວມພັດທະນາ.
ໝາກຜົນການຮ່ວມມືຂອງ MLC ໄລຍະຜ່ານມາ ໄດ້ເປັນຮູບປະທຳຫຼາຍປະການ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດແມ່ນ້ຳຂອງ ກໍຄືການລຶບລ້າງຄວາມທຸກຍາກ ແລະ ການຫຼຸດຜ່ອນຄວາມແຕກໂຕນດ້ານລະດັບການພັດທະນາໃນພາກພື້ນ MLC ຍັງປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ແລະ ການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງກໍ ຄືການເຊື່ອມໂຍງທາງເສດຖະກິດ ແລະ ການເຊື່ອມຈອດໃນພາກພື້ນ ສປປ ລາວ ໄດ້ຕີລາຄາສູງຕໍ່ຂອບການຮ່ວມມື MLC ທີ່ມີການເຕີບໃຫຍ່ຂະຫຍາຍຕົວຢ່າງເປັນຮູບປະທຳໂດຍໄວ ມີກົນໄກການຮ່ວມມືຢ່າງເປັນລະບົບ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນແມ່ນ້ຳຂອງ.
ສປປ ລາວ ໄດ້ຮັບໜ້າທີ່ເປັນປະທານຮ່ວມຂອບການຮ່ວມມື MLC ກັບ ສປ ຈີນ ປີ 2018-2020 ໃນໄລຍະດັ່ງກ່າວ ລາວເຮົາໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນການຮ່ວມມື MLC ໃຫ້ມີການພັດທະນາເປັນກ້າວໆອັນພົ້ນເດັ່ນ ລາວເຮົາໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 4 ແລະ ຄັ້ງທີ 5 ນອກນີ້ຍັງໄດ້ສຸມໃສ່ການຈັດຕັ້ງປະຕິບັດໂຄງການພາຍໃຕ້ກອງທຶນພິເສດ MLC ທີ່ໄດ້ຮັບປີ 2017 ມີ 13 ໂຄງການ ປີ 2018 ມີ 21 ໂຄງການ ແລະ ສົກປີ 2019-2020 ມີ 12 ໂຄງການ ເຊິ່ງໂຄງການດັ່ງກ່າວ ບໍ່ພຽງແຕ່ສົ່ງຜົນປະໂຫຍດໃຫ້ລາວຢ່າງດຽວ ຍັງໄດ້ສົ່ງຜົນປະໂຫຍດທາງກົງ ແລະ ທາງອ້ອມໃຫ້ປະເທດສະມາຊິກ MLC ອີກດ້ວຍ.
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ລາວເຮົາໃນຖານະການເປັນປະທານຮ່ວມກັບຈີນ ຈະສືບຕໍ່ປະສານງານກັບຈີນ ແລະ ປະເທດສະມາຊິກແມ່ນ້ຳຂອງ ເພື່ອກະກຽມໃຫ້ແກ່ກອງປະຊຸມຜູ້ນຳ MLC ຄັ້ງທີ 3 ໃຫ້ປະສົບຜົນສຳເລັດ MLC ຈະສືບຕໍ່ “ເພີ່ມທະວີການຮ່ວມມືເພື່ອຄວາມສົມບູນພູນສຸກຮ່ວມກັນ” ບົນພື້ນຖານຄວາມຕ້ອງການຕົວຈິງຂອງບັນດາປະເທດແມ່ນ້ຳຂອງ ລວມທັງລາວ ໃຫ້ສອດຄ່ອງກັບສະພາບເງື່ອນໄຂຂອງພາກພື້ນ ແລະ ສາກົນຕາມແຕ່ລະໄລຍະ ໂດຍສະເພາະສຸມໃສ່ຈັດຕັ້ງຜັນຂະຫຍາຍຖະແຫຼງການຊັນຢາ ຖະແຫຼງ ການພະນົມເປັນ ແລະ ແຜນປະຕິບັດງານ5 ປີ (2018-2022) ໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ຂະຫຍາຍການຮ່ວມມືໄປສູ່ລວງເລິກ ແລະ ລວງກວ້າງ ກໍຄືເພີ່ມທະວີການຮ່ວມມືໃນ 3 ເສົາຄ້ຳ ແລະ 5 ຂົງ ເຂດບູລິມະສິດທີ່ມີຢູ່ ແລະ ຂະຫຍາຍໄປສູ່ຂົງເຂດໃໝ່ເຊັ່ນ: ສາທາລະນະສຸກ ການສຶກສາ ກະສິກຳສະອາດການທ່ອງທ່ຽວ ການແລກປ່ຽນແມ່ຍິງ ແລະ ຊາວໜຸ່ມໃນພາກພື້ນແມ່ນ້ຳຂອງ ພ້ອມທັງຍົກສູງ ແລະ ພັດທະນາຂົງເຂດທີ່ເປັນທ່າແຮງ ແລະ ມີລັກສະນະພິເສດຂອງແຕ່ລະປະເທດແມ່ນ້ຳຂອງເຊັ່ນ: ການແລກປ່ຽນດ້ານວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການພັດທະນາຄວາມສາມາດໃນການຜະລິດ ເພື່ອຊ່ວຍບັນດາຫົວໜ່ວຍທຸລະກິດເຂົ້າເຖິງຕະຫຼາດພາກພື້ນ ແລະ ສາກົນໄດ້.