ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມທາງໄກ ໄອປາ ຄັ້ງທີ 41

    ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 41 ແບບທາງໄກ ພາຍໃຕ້ຫົວຂໍ້ “ການທູດລັດຖະສະພາເພື່ອອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ” ທີ່ຈັດຂຶ້ນໃນວັນທີ 8-10 ກັນຍາ 2020 ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ໂດຍການເປັນປະທານຂອງທ່ານນາງ ຫງຽວນ ທິ ກິມເງີນ ປະທານໄອປາ ປະທານສະພາແຫ່ງຊາດ ສສ ຫວຽດນາມ.

    ໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ແລະ ສະໜັບສະໜູນຕໍ່ຄໍາຂວັນຂອງກອງປະຊຸມໄອປາ ຄັ້ງທີ 41 ເຊິ່ງເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 36 ທີ່ໃຫ້ຄວາມສຳຄັນແກ່ການຮ່ວມມືທີ່ໃກ້ຊິດກວ່າເກົ່າ ລະຫວ່າງສະມາຊິກອາຊຽນ ແລະ ຄູ່ຮ່ວມອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ເກີດຂຶ້ນໃນພາກພື້ນອາຊຽນ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ລັດຖະສະພາສະມາຊິກໄອປາ ຈະສືບຕໍ່ເພີ່ມທະວີບົດບາດການທູດລັດຖະສະພາ ເພື່ອຊຸກຍູ້ໃຫ້ລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ຈັດຕັ້ງຜັນຂະຫຍາຍບັນດາມາດຕະການ ແລະ ເນື້ອໃນຈິດໃຈທີ່ຜູ້ນຳອາຊຽນ ກໍຄືຜູ້ນໍາໄອປາໄດ້ຕົກລົງຮ່ວມກັນໃຫ້ປະກົດຜົນເປັນຈິງ ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ສະຖຽນລະພາບ ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ ພ້ອມນັ້ນ ຍັງໄດ້ສະແດງຄວາມຂອບໃຈມາຍັງປະເທດສະມາຊິກອາຊຽນ ຄູ່ຮ່ວມອາຊຽນ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອທາງດ້ານທຶນຮອນ ການແລກປ່ຽນຂໍ້ມູນຂ່າວສານ ຊ່ຽວຊານ ແລະ ອຸປະກອນທາງການແພດທີ່ເປັນປະໂຫຍດໃຫ້ແກ່ ສປປ ລາວ ກໍຄືການຟື້ນຟູເສດຖະກິດທີ່ຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19.

    ທ່ານນາງ ປານີ ຢາທໍ່ຕູ້ ຍັງໄດ້ຕີລາຄາສູງຕໍ່ມາດຕະການຕອບໂຕ້ຢ່າງທັນການຂອງອາຊຽນ ໂດຍສະເພາະ ຫວຽດນາມ ໃນນາມປະທານອາຊຽນ ທີ່ໄດ້ຈັດກອງປະຊຸມສຸດຍອດອາຊຽນ ແລະ ອາຊຽນ+3 ສະໄໝພິເສດ ແລະ ກອງປະຊຸມລະຫວ່າງຜູ້ນຳໄອປາ ແລະ ຜູ້ນຳອາຊຽນແບບທາງໄກຂຶ້ນໃນເດືອນເມສາຜ່ານມາ ເຊິ່ງບັນດາຜູ້ນຳອາຊຽນ ແລະ ຄູ່ຮ່ວມມື ແລະ ຜູ້ນໍາອົງການນິຕິບັນຍັດ ໄດ້ຢືນຢັນເຖິງຄວາມໝາຍໝັ້ນທີ່ຈະຮ່ວມມືກັນໃນການຕອບໂຕ້ກັບພະຍາດລະບາດດັ່ງກ່າວ.

    ຈາກຜົນຂອງກອງປະຊຸມ ແລະ ການນຳໃຊ້ມາດຕະການຕ່າງໆ ໄດ້ຢັ້ງຍືນໃຫ້ເຫັນວ່າ ຄວາມສ່ຽງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນບັນດາປະເທດສະມາຊິກອາຊຽນ ແມ່ນຢູ່ໃນເກນທີ່ສາມາດຄວບຄຸມໄດ້.

# ຂ່າວ & ພາບ: ລັດເວລາ

error: Content is protected !!