ການກໍ່ສ້າງເສັ້ນທາງແຕ່ 4 ແຍກຕານມີໄຊ-3 ແຍກສີເກີດ ພົບຄວາມຫຍຸ້ງຍາກຫຼາຍຢ່າງ

    ໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອໍານາດຕານມີໄຊ ເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຖິງຈະພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ຜູ້ຮັບເໝົາກໍໄດ້ມີຄວາມພະຍາຍາມສູງ ເພື່ອສູ້ຊົນ ແລະ ສຸມທຸກກຳລັງເພື່ອຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ໂຄງການດັ່ງກ່າວສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ຮັບປະກັນທາງດ້ານຄຸນນະພາບ.

    ອີງຕາມບົດລາຍງານຂອງກຸ່ມບໍລິສັດຕັງຈະເລີນ ຈໍາກັດ (ຜູ້ຮັບເໝົາໂຄງການ) ໃຫ້ຮູ້ເມື່ອບໍ່ດົນມານີ້ ວ່າ: ໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ ມີຄວາມຍາວ 9,37 ກິໂລແມັດ ກວ້າງ 28 ແມັດ ຊ່ອງຈະລາຈອນ 6 ເລນ ມູນຄ່າການກໍ່ສ້າງປະມານ 400 ຕື້ກີບ ປັດຈຸບັນ ການປະຕິບັດໂຄງການມີຄວາມຄືບໜ້າຫຼາຍກວ່າ 89% ໂດຍລວມ ຢູ່ພາກສະໜາມຍັງມີບັນຫາຫຍຸ້ງຍາກ ແລະ ອຸປະສັກຫຼາຍຢ່າງ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມຊັກຊ້າ ການກໍ່ສ້າງບໍ່ຕໍ່ເນື່ອງເທົ່າທີ່ຄວນ ສາເຫດຍ້ອນການປະຕິບັດວຽກງານໄດ້ຢຸດໄປໄລຍະໜຶ່ງ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ລະບາດໃນທົ່ວໂລກ ເວົ້າສະເພາະຢູ່ ສປປ ລາວ ໄດ້ມີການຄວບຄຸມ ແລະ ສະກັດກັ້ນພະຍາດດັ່ງກ່າວ ບໍລິສັດຜູ້ຮັບເໝົາກໍໄດ້ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ລົງວັນທີ 29 ມິນາ 2020 ຢ່າງເຂັ້ມງວດ ແຮງງານ-ນາຍຊ່າງຈໍານວນໜຶ່ງແມ່ນຄົນຕ່າງປະເທດ ໄດ້ກັບບ້ານ ບໍ່ສາມາດເຂົ້າມາເຮັດວຽກໄດ້ຕາມປົກກະຕິ ຍ້ອນໄດ້ປະຕິບັດຕາມມາດຕະການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ພາຍຫຼັງທີ່ລັດຖະບານໄດ້ມີມາດຕະການຜ່ອນຜັນ ຈຶ່ງເຮັດໃຫ້ການກໍ່ສ້າງ ການນຳເຂົ້າວັດສະດຸກໍ່ສ້າງທີ່ມາຮັບໃຊ້ໃຫ້ໂຄງການຈຶ່ງຄ່ອຍມີຄວາມສະດວກຂຶ້ນ ນອກນີ້ ການສະໜອງທຶນເຂົ້າໃນການກໍ່ສ້າງມີຄວາມຊັກຊ້າ ບໍ່ສາມາດຕອບສະໜອງຕາມໜ້າວຽກຕົວຈິງ.

    ເຖິງຈະພົບຄວາມຫຍຸ້ງຍາກຫຼາຍປານໃດກໍຕາມ ແຕ່ບໍລິສັດຜູ້ຮັບເໝົາກໍໄດ້ພະຍາຍາມສູ້ຊົນ ມີຄວາມຕັ້ງໃຈສູງ ແລະ ໄດ້ທຸ່ມເທສຸດຄວາມສາມາດ ສຸມທຸກກໍາລັງແຮງ ແລະ ທຶນຮອນທີ່ມີ ເພື່ອເຮັດໃຫ້ໂຄງການນີ້ສໍາເລັດຕາມແຜນການທີ່ກໍານົດໄວ້ ໃນນີ້ວຽກເທເບຕົງຈະໃຫ້ສໍາເລັດໃນທ້າຍເດືອນກັນຍາ ວຽກກໍ່ສ້າງທາງຄົນຍ່າງ ທາງຮ່ອມ ແລະ ໄຟເຍືອງທາງຈະໃຫ້ສໍາເລັດທ້າຍເດືອນຕຸລາ ວຽກຕິດຕັ້ງປ້າຍ ແຕ້ມເສັ້ນຈະລາຈອນ ວຽກຕົບແຕ່ງຕ່າງໆ ຈະໃຫ້ສໍາເລັດ ແລະ ໄດ້ກວດວຽກ 100% ພ້ອມທັງຈະໃຫ້ໄດ້ມອບ-ຮັບໂຄງການ ກ່ອນວັນທີ 30 ພະຈິກ 2020 ນີ້.

# ຂ່າວ & ພາບ: ສະບາໄພ

error: Content is protected !!