ທ່ານ ໄພບູນ ພົມພະພິທັກ ທີ່ປຶກສາບໍລິສັດ ປີໂຕຣເຄມີລາວ ຈຳກັດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຕໍ່ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໃນໂອກາດທີ່ທ່ານລົງຢ້ຽມຢາມ ລະ ຊຸກຍູ້ວຽກງານຢູ່ ນວ ບໍ່ດົນມານີ້ວ່າ: ບໍລິສັດປີໂຕຣເຄມີລາວ ຈຳກັດ ສ້າງຕັ້ງຂຶ້ນໃນປີ 2014 ດ້ວຍທຶນຈົດທະບຽນ 39,6 ລ້ານໂດລາສະຫະລັດ ເປັນບໍລິສັດຮ່ວມທຶນລະຫວ່າງວິສາຫະກິດຈາກ ສປ ຈີນ ແລະ ວິສາຫະກິດຈາກລາວ (ລັດວິສາຫະກິດນ້ຳມັນເຊື້ອໄຟລາວ).

ຈຸດປະສົງ ແລະ ເປົ້າໝາຍຂອງບໍລິສັດ ແມ່ນເພື່ອພັດທະນາອຸດສາຫະກຳການກັ່ນນ້ຳມັນ ໂຄງການພະລັງງານນ້ຳມັນຊີວະພາບ ພັດທະນາໂຄງການອຸດສາຫະກຳປີໂຕຣເຄມີ ເຊິ່ງໂຄງການດັ່ງກ່າວຈະໃຊ້ເວລາ 10 ປີ (2020-2030) ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ກໍ່ສ້າງໂຮງກັ່ນນ້ຳມັນຂະໜາດກຳລັງການຜະລິດ 1 ລ້ານໂຕນຕໍ່ປີ ໂດຍນຳໃຊ້ນ້ຳມັນດິບປະເພດເບົາເປັນວັດຖຸດິບໃນການກັ່ນ ບົນພື້ນຖານຜົນສຳເລັດໄລຍະທີ 1 ຈະສືບຕໍ່ຂະຫຍາຍກຳລັງການຜະລິດໃຫ້ໄດ້ 2 ລ້ານໂຕນຕໍ່ປີ ໃນປີ 2025 ແລະ ໄລຍະທີ 2 ຈະເພີ່ມກຳລັງການຜະລິດໃຫ້ໄດ້ 3 ລ້ານໂຕຕໍ່ປີ ໃນປີ 2030.
ສຳລັບໄລຍະທີ 2 ແລະ 3 ຈະນຳໃຊ້ນຳມັນດິບ crude oil ເປັນວັດຖຸດິບໃນການກັ່ນ ຄວບຄູ່ໄປກັບການພັດທະນາໂຄງການພະລັງງານນ້ຳມັນຊີວະພາບ ແລະ ໂຮງງານອຸດສາຫະກຳປີໂຕຣເຄມີລາວ ຈຳກັດ ໃນການພັດທະນາໂຄງການດັ່ງກ່າວ ມູນຄ່າການລົງທຶນປະມານ 200 ລ້ານໂດລາສະຫະລັດ ຖ້າໂຄງການສຳເລັດຕາມແຜນການທີ່ວາງໄວ້ ຈະເຮັດໃຫ້ປະເທດລາວໄດ້ຮັບຜົນປະໂຫຍດຫຼາຍດ້ານເຊັ່ນ: ຮັບປະກັນການສະໜອງນ້ຳມັນພາຍໃນປະເທດໄດ້ຢ່າງເປັນປົກກະຕິ ປະຢັດເງິນຕາໃຫ້ກັບປະເທດໄດ້ຫຼາຍຮ້ອຍລ້ານກີບໃນແຕ່ລະປີ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວເປັນຈຳນວນຫຼາຍ ສ້າງລາຍຮັບໃຫ້ແກ່ປະເທດຊາດໃນດ້ານການຈັດເກັບພາສີອາກອນຕ່າງໆ.
ປັດຈຸບັນ ການກໍ່ສ້າງໂຮງກັ່ນນ້ຳມັນໄລຍະທີ 1 ສຳເລັດ 96% ໃນເບື້ອງຕົ້ນ ຄາດວ່າຈະໃຫ້ສຳເລັດໃນເດືອນມິຖຸນາ 2020 ນີ້ ແຕ່ມີສະພາບການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການກໍ່ສ້າງບໍ່ສຳເລັດຕາມແຜນການ ແນວໃດກໍຕາມ ຈະສູ້ຊົນໃຫ້ສຳເລັດ ແລະ ເປີດທົດລອງການຜະລິດໃນທ້າຍປີນີ້ ຄຽງຄູ່ກັບການກໍ່ສ້າງ ບໍລິສັດໄດ້ມີຄວາມພ້ອມຂອງການຈັດຊື້ ແລະ ນຳເຂົ້າວັດຖຸດິບ ການຂົນສົ່ງ ການນຳເຂົ້ານ້ຳມັນສຳເລັດຮູບເພື່ອໃຊ້ເຂົ້າໃນການອະນາໄມ ສ້າງ ແລະ ທົດສອບອຸປະກອນ ເຄື່ອງຈັກ ລະບົບໂຮງກັ່ນ ປັບປຸງການຕິດຕັ້ງ ຮັບພະນັກງານ ເຝິກອົບຮົມພະນັກງານຕາມໜ້າວຽກຕ່າງໆ ເພື່ອຮອງຮັບໃນການບໍລິຫານ ການດຳເນີນການຜະລິດ.
ຄຽງຄູ່ກັບຜົນສຳເລັດໃນການຜະລິດ ຍັງມີຂໍ້ຫຍຸ້ງຍາກບາງບັນຫາເຊັ່ນ: ດ້ານນິຕິກຳຍັງເປັນບັນຫາຫຍຸ້ງຍາກ ເນື່ອງຈາກວ່າໂຄງການດັ່ງກ່າວ ເປັນແຫ່ງທຳອິດຂອງປະເທດລາວ ແລະ ບໍລິສັດກໍບໍ່ທັນມີນິຕິກຳທີ່ເປັນບ່ອນອີງ ເພື່ອຮອງຮັບອຸດສາຫະກຳດ້ານນີ້ ລະບຽບການຄຸ້ມຄອງການຜະລິດ ການຈຳໜ່າຍ ນະໂຍບາຍສົ່ງເສີມ ນະໂຍບາຍປົກປ້ອງ ບັນຫາເງິນຕາ ແລະ ອື່ນໆ.