ບໍລິຫານປອດ 10 ວິນາທີ ຫຼຸດຜ່ອນຄວາມເຄັ່ງຕຶງ

ນອກ​ເໜືອ​ໄປ​ຈາກ​ກ້າມ­ຊີ້ນ​ພາຍ​ນອກ​ຂອງ​ຮ່າງ­ກາຍ ທີ່​ຕ້ອງ­ການ​ໄດ້​ຮັບ​ການ​ຟື້ນ​ຟູ ແລະ ເສີມ​ສະ­ມັດ­ຖະ­ພາບ​ຄວາມ​ແຂງ​ແກ່ນ­ແຂງ​ແຮງ​ແລ້ວ ອະ​ໄວ​ຍະ​ວະ​ພາຍ​ໃນ​ເອງ​ກໍ​ບໍ່​ແຕກ​ຕ່າງ​ກັນ ໂດຍ​ສະ­ເພາະ “ປອດ” ອະ​ໄວ​ຍະ​ວະ​ສຳ­ຄັນ​ຍິ່ງ​ຢ່າງ​ໜຶ່ງ​ທີ່​ຮ່າງ­ກາຍ​ຂາດ​ບໍ່​ໄດ້ ຊຶ່ງ​ປຽບ​ດັ່ງ​ເໝືອນ​ລົມ​ຫາຍ­ໃຈ​ຂອງ​ຊີ­ວິດ ທີ່​ຈະ​ນຳ­ພາ​ອົກ​ຊິ​ແຊນ​ໄປ​ຫຼໍ່­ລ້ຽງ​ຮ່າງ­ກາຍ​ນັ້ນ​ເອງ.

ໂດຍ​ການ​ອອກ­ກຳ­ລັງ​ກາຍ​ປອດ​ນັ້ນ ສົ່ງ​ຜົນ​ໃຫ້​ອົກ​ຊິ​ແຊນ​ໄຫຼ​ວຽນ​ໄປ​ຫຼໍ່­ລ້ຽງ​ສ່ວນ​ຕ່າງໆ​ຂອງ​ຮ່າງ­ກາຍ​ໄດ້​ດີ​ຂຶ້ນ ທັງ​ຫົວ­ໃຈ ສະ­ໝອງ ແລະ ກ້າມ­ຊີ້ນ ຊ່ວຍ​ຂະ­ຫຍາຍ​ຫຼອດ​ເລືອດ​ໃຫ້​ສູບ​ສີດ ເຮັດ​ໃຫ້​ລະ­ບົບ​ປະ­ສາດ​ກັບ​ມາ​ສົມ​ດຸນ ຫຼຸດ​ຄວາມ​ເຄັ່ງ​ຄຽດ​ອັນ​ເປັນ​ບໍ່­ເກີດ​ຂອງ​ໂຣກ​ຮ້າຍ​ທັງ​ໝົດ​ທັງ​ມວນ.

ວິ­ທີ​ການ​ເຝິກ​ຄວບ​ຄຸມ​ການ​ຫາຍ­ໃຈ​ບໍ­ລິ­ຫານ​ປອດ​ໃຫ້​ແຂງ­ແຮງ

1. ຫາຍ­ໃຈ​ເຂົ້າ​ເລິກໆ ຈົນ​ຮູ້­ສຶກ​ໂດຍ​ໃຊ້​ກະ­ບັງ​ລົມ​ຊຶ່ງ​ເປັນ​ກ້າມ­ຊີ້ນ​ຜືນ​ໃຫຍ່​ໃຕ້​ປອດ ເພື່ອ​ໃຫ້​ລົມ​ໄດ້​ເຂົ້າ​ປອດ​ຫຼາຍ​ທີ່​ສຸດ ພ້ອມ​ກັບ​ນັບ​ໜຶ່ງ​ເຖິງ​ຫ້າ ຈາກ​ນັ້ນ​ກັ້ນ​ລົມ​ຫາຍ­ໃຈ​ຄ້າງ​ເອົາ​ໄວ້​ໃນ​ຈຳ­ນວນ​ນັບ​ທີ່​ຫົກ.

2. ຄ່ອຍໆ​ຜ່ອນ​ລົມ​ຫາຍ­ໃຈ​ອອກ​ມາ​ທາງ​ຊ່ອງ​ປາກ​ຜ່ານ​ທາງ​ແຂ້ວ ໃນ​ຂະ­ນະ​ທີ່​ຮີມ​ສົບ​ເຜີຍ​ອອກ​ພຽງ​ເລັກ​ນ້ອຍ ຊ້າກ​ວ່າ­ການ​ຫາຍ­ໃຈ​ເຂົ້າ ເຮັດ​ຊ້ຳໆໄດ້​ຈົນ​ກວ່າ​ຈະ​ຮູ້­ສຶກ​ຜ່ອນ­ຄາຍ ຫຼື​ເຮັດ​ໃນ​ໄລ­ຍະ​ຕື່ນ​ນອນ​ໃໝ່ໆ​ຂອງ​ໄລ­ຍະ​ເຊົ້າ​ທີ່​ອາ­ກາດ​ແຈ່ມ​ໃສ ຈະ​ຍິ່ງ​ຊ່ວຍ​ໃຫ້​ສຸ­ຂະ­ພາບ​ຈິດ­ໃຈ ແລະ ຮ່າງ­ກາຍ​ສົດ­ໃສ​ໄປ​ຕະ­ຫຼອດ​ວັນ.

ວ ດາ­ລາ​ວົງ ນຳ​ສະ­ເໜີ

error: Content is protected !!