ປາບໂຄວິດ ພິຊິດໂອກາດ ເພື່ອການທ່ອງທ່ຽວ

ໃນ​ປັດ­ຈຸ­ບັນ​ເວົ້າ​ໄດ້​ວ່າ ອຸດ­ສາ­ຫະ­ກຳ​ທ່ອງ​ທ່ຽວ​ພວມ​ຢູ່​ໃນ​ອາ­ການ​ເຈັບ​ສາ­ຫັດ​ຂັ້ນ​ໂຄ​ມາ ຍ້ອນ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ແລະ ກໍ​ບໍ່​ມີ​ໃຜ​ຄາດ​ຄະ­ເນ​ໄດ້​ວ່າ ປານ­ໃດ​ອຸດ­ສາ­ຫະ­ກຳ “ສົ່ງ​ອອກ​ກັບ​ທີ່” ນີ້​ຈະ​ສາ­ມາດ​ລຸກ​ຢືນ​ຟື້ນ​ຕົວ​ຂຶ້ນ​ໄດ້ ແນວ­ໃດ​ກໍ​ດີ ຄວາມ​ຫວັງ​ຍັງ​ມີ​ຢູ່ ພິ­ສູດ​ໄດ້​ຈາກ​ການ​ປັບ​ປ່ຽນ​ນະ ໂຍ​ບາຍ​ການ­ທ່ອງ­ທ່ຽວ​ຄືນ­ໃໝ່​ຂອງ​ຫຼາຍໆ​ປະ­ເທດ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ວິ­ຖີ​ຊີ­ວິດ “ປົກ­ກະ­ຕິ​ແບບ​ໃໝ່” (New Normal) ຢູ່​ລາວ​ພວກ​ເຮົາ​ໃນ­ຕໍ່­ໜ້າ​ຈະ​ເນັ້ນ​ເປົ້າ​ໝາຍ “ລາວ​ທ່ຽວ​ລາວ” ໄປ​ຄຽງ​ຄູ່​ກັບ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ ສະ­ນັ້ນ ໃນ​ບົດ​ປະ­ຈຳ​ວັນ​ນີ້​ຜູ້​ຂຽນ​ຈຶ່ງ​ໄດ້​ສັງ​ລວມ​ເອົາ​ບົດ­ຮຽນ​ຂອງ ສປ ຈີນ ໃນ​ການ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ ມາ​ເລົ່າ​ສູ່​ຟັງ​ໂດຍ​ຈັດ​ເປັນ​ຫົວ­ຂໍ້​ຍ່ອຍ​ດັ່ງ​ລຸ່ມ​ນີ້:

ທັງ​ເປີດ​ກວ້າງ ທັງ​ອະ­ນຸ​ຮັກ ຈີນ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ປະ­ຫວັດ­ສາດ​ທີ່​ລື​ໂລກ​ເປັນ​ຈຳ­ນວນ​ມະ­ຫາ­ສານ ເຊິ່ງ​ສາ­ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄປ​ທ່ຽວ​ຊົມ​ຢ່າງ​ຫຼວງ­ຫຼາຍ ໂດດ​ເດັ່ນ​ກວ່າ​ໝູ່ ກໍ​ແມ່ນ​ກຳ­ແພງ​ໃຫຍ່​ເມືອງ​ຈີນ (The great Wall) ໜຶ່ງ​ໃນ​ສິ່ງ​ມະ­ຫັດ­ສະ­ຈັນ​ຂອງ​ໂລກ ຈົນ​ສາ­ມາດ​ເວົ້າ​ໄດ້​ເຕັມ​ປາ​ກວ່າ “ຖ້າ​ໄປ​ຈີນ​ແຕ່​ບໍ່​ໄດ້​ທ່ຽວ​ຊົມ​ກຳ­ແພງ​ໃຫຍ່​ແຫ່ງ​ນີ້ ກໍ​ເທົ່າ​ວ່າ​ບໍ່​ທັນ​ເຫັນ​ເມືອງ​ຈີນ ແນວ­ໃດ​ກໍ​ດີ​ໃນ​ໄລ­ຍະ​ຫຼັງໆ​ມາ ທາງ​ການ​ຈີນ​ໄດ້​ພົບ​ວ່າ ກຳ­ແພງ​ໃຫຍ່​ແຫ່ງ​ນີ້​ໄດ້​ຮັບ​ຜົນ​ກະ­ທົບ​ທາງ​ລົບ​ບໍ່​ແມ່ນ​ໜ້ອຍ ຈາກ​ອຸດ­ສາ­ຫະ­ກຳ​ທ່ອງ​ທ່ຽວ ແລະ ດ້ວຍ​ປັດ​ໄຈ​ອື່ນໆ​ທີ່​ເກີດ​ຈາກ​ນ້ຳ­ມື​ຂອງ​ຄົນ ໄພ­ພິ­ບັດ​ທາງ​ທຳ​ມະ​ຊາດ ແລະ ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ​ເຮັດ​ໃຫ້ 30% ຂອງ​ພື້ນ​ທີ່​ກຳ­ແພງ​ໃຫຍ່​ຖືກ​ທຳ­ລາຍ ຄົນ​ທ້ອງ­ຖິ່ນ​ທີ່​ທຸກ​ຍາກ​ໃນ​ບໍ­ລິ­ເວນ​ກຳ­ແພງ ​ໄດ້​ລັກ­ລອບ​ເອົາ​ແຜ່ນ​ຫີນ​ຂອງ​ກຳ­ແພງ​ທີ່​ມີ​ຕົວ​ອັກ­ສອນ​ຈີນ ​ໄປ​ຂາຍ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ ​ໃນ​ລາ­ຄາ​ແຜ່ນ​ລະ 30 ຢວນ ທັງໆ​ທີ່​ກົດ­ໝາຍ​ໄດ້​ກຳ­ນົດ​ປັບ​ໃໝ​ຕໍ່​ຜູ້​ລັກ­ລອບ​ແກະ​ເອົາ​ດິນ­ຈີ່​ຈາກ​ກຳ­ແພງ ສູງ​ເຖິງ 5.000 ຢວນ ແຕ່​ກໍ​ປະ­ຕິ­ບັດ​ໄດ້​ຍາກ ກິດ­ຈະ­ການ ກໍ​ຄື ການ​ພັດ­ທະ­ນາ​ໂຄງ​ລ່າງ​ເພື່ອ​ໃຫ້​ບໍ­ລິ­ການ​ແກ່​ນັກ​ທ່ອງ​ທ່ຽວ ກໍ​ແມ່ນ​ອີກ​ປັດ​ໄຈ​ສຳ­ຄັນ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ໂຄງ​ສ້າງ​ຂອງ​ກຳ­ແພງ ເຊັ່ນ: ຫໍ­ຄອຍ​ຫຼາຍ​ແຫ່ງ​ທີ່​ຕັ້ງ​ຢູ່​ກະ​ໂຕ​ກຳ­ແພງ​ໄດ້​ເລີ່ມ​ສັ່ນ​ຄອນ ແລະ ມີ​ທ່າ​ອ່ຽງ​ວ່າ​ຈະ​ພັງ​ຖະ​ຫຼົ່ມ​ລົງ​ມາ ເມື່ອ​ຖືກ​ພາ­ຍຸ​ລົມ​ແຮງ ລົມ ຝົນ ພາ­ຍຸ ແລະ ສະ­ພາບ​ປັ່ນ​ປວນ​ທາງ​ທຳ​ມະ​ຊາດ ບັນ­ດາ​ຕົ້ນ­ໄມ້​ທີ່​ປົ່ງ​ແຊກ​ຂຶ້ນ​ຕາມ​ກຳ­ແພງ ກໍ​ໄດ້​ເຮັດ​ໃຫ້​ສະ­ຖານ­ທີ່​ແຫ່ງ​ນີ້​ຄ່ອຍໆ​ເສຍ​ໂສມ​ໄປ ສ່ວນ​ບັນ­ດາ​ນັກ​ທ່ອງ​ທ່ຽວ​ນັ້ນ​ພັດ​ພາ­ກັນ​ນິ­ຍົມ​ໄປ​ທ່ຽວ​ຊົມ​ເຂດ​ກຳ­ແພງ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ບູ­ລະ­ນະ​ຫຼາຍ​ຂຶ້ນ ເຊິ່ງ​ຍິ່ງ​ເຮັດ​ໃຫ້​ກຳ­ແພງ​ຍ່ານ​ນັ້ນ ບໍ່​ສາ­ມາດ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ຈຳ­ນວນ​ຫຼວງ­ຫຼາຍ​ໄດ້ ເພື່ອ​ອະ­ນຸ​ຮັກ​ກຳ­ແພງ​ໃຫຍ່​ໃຫ້​ຍືນ​ຍົງ​ຄົງ​ຢູ່​ຕະ­ຫຼອດ​ໄປ ທາງ​ການ​ຈີນ​ໄດ້​ຈຳ­ກັດ​ຈຳ­ນວນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຊົມ​ກຳ­ແພງ​ບໍ່​ເກີນ 65.000 ຄົນ​ຕໍ່​ວັນ ບໍ່​ອະ­ນຸ­ຍາດ​ໃຫ້​ຊື້​ປີ້​ເຂົ້າ​ຊົມ​ກັບ​ທີ່ ແຕ່​ໃຫ້​ຈ່ອງ­ປີ້­ລ່ວງ­ໜ້າ​ທາງ​ອອນ​ລາຍ ພ້ອມ​ດຽວ​ກັນ ກໍ​ຂຸ້ນ­ຂ້ຽວ​ບູ­ລະ­ນະ​ບ່ອນ​ທີ່​ຖືກ­ເສຍ​ຫາຍ​ຈາກ​ໄພ​ທຳ​ມະ​ຊາດ ແລະ ນ້ຳ­ມື​ຂອງ​ມະ­ນຸດ.

ປັບ­ປຸງ​ແກ້​ໄຂ ບັນ­ຫາ​ທີ່​ອ່ອນ​ໄຫວ ບັນ­ຫາ​ໜຶ່ງ​ທີ່​ຊາວ​ຕ່າງ­ປະ­ເທດ​ມັກ​ຈົ່ມ​ວ່າ ເວ­ລາ​ໄປ​ທ່ອງ​ທ່ຽວ​ປະ ເທດ​ຈີນ​ນັ້ນ ກໍ​ຄື ເລື່ອງ​ຫ້ອງ​ນ້ຳ​ເປື້ອນ ຫ້ອງ​ນ້ຳ​ບໍ່​ພຽງ­ພໍ ດັ່ງ­ນັ້ນ ເມື່ອ 2 ປີ­ຜ່ານ­ມາ​ທາງ​ການ​ຈີນ​ຈຶ່ງ​ໄດ້​ປະ­ກາດ​ຂະ​ບວນ​ການ​ປະ­ຕິ­ວັດ​ຫ້ອງ​ນ້ຳ ແລະ ກໍ​ໄດ້​ຮັບ​ໝາກ­ຜົນ​ເກີນ​ຄາດ ຄື ສາ­ມາດ​ສ້າງ​ຫ້ອງ​ນ້ຳ​ໄດ້ 22.300 ຫົວ­ໜ່ວຍ ໃນ​ປີ 2019 ລື່ນ​ແຜນ­ການ 17% ການ​ປະ­ຕິ­ວັດ​ຫ້ອງ​ນ້ຳ​ຍັງ​ສືບ­ຕໍ່​ໄປ​ຈົນ​ບັນ­ລຸ​ເປົ້າ​ໝາຍ​ສຸດ​ທ້າຍ.

ລາວ​ເຮົາ​ມີ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ປະ­ຫວັດ­ສາດ ແລະ ທຳ​ມະ​ຊາດ​ຈຳ­ນວນ​ຫຼວງ­ຫຼາຍ ດັ່ງ­ນັ້ນ ຈຶ່ງ​ຄວນ​ນຳ​ໃຊ້​ຢ່າງ​ລະ­ມັດ­ລະ­ວັງ ຢ່າ​ແລ່ນ­ນຳ​ແຕ່​ຜົນ​ປະ­ໂຫຍດ​ທາງ​ເສດ­ຖະ­ກິດ​ຂໍ​ໃຫ້​ຄິດ​ເລື່ອງ​ການ​ອະ­ນຸ​ຮັກ​ໄປ​ພ້ອມໆ​ກັນ.

error: Content is protected !!