ສາກສະມາດໂຟນ ໂນດບຸກ ຂະນະໃຊ້ງານໄປດ້ວຍ ເຮັດໃຫ້ເຄື່ອງເພໄວແທ້ ຫຼື ບໍ່ ?

ເຊື່ອ​ວ່າ​ເປັນ​ຄຳ​ຖາມ​ທີ່​ໄດ້​ຍິນ​ເລື້ອຍໆ “ສາກ iPhone ພ້ອມ​ທັງ​ໃຊ້​ວຽກ​ຈະ​ມີ​ຜົນ​ເສຍ​ບໍ່ ?” “ສາກ​ໂນດ​ບຸ໊ກ​ໄປ​ພ້ອມ ໃຊ້​ໄປ​ນຳ ມັນ​ຈະ​ເພ​ໄວ​ຫຼື​ບໍ່ ?” ພວກ​ເຮົາ​ມາ​ເບິ່ງ​ນຳ​ກັນ.

ອັນ​ດັບ​ທຳ​ອິດ ກໍ​ຕ້ອງ​ມາ​ສ້າງ​ຄວາມ​ເຂົ້າ­ໃຈ​ກ່ອນ​ວ່າ ປັດ­ຈຸ­ບັນ​ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ​ສ່ວນ​ໃຫຍ່​ໃຊ້​ແບດ​ເຕີ​ຣີ(ຖ່ານ) ຊະ­ນິດ ລິ​ທຽມ​ໄອ​ອອນ (Li-ion) ແລະ ລິ​ທຽມ​ພໍ​ລິ​ເມີ (LiPo) ຊຶ່ງ​ໂດຍ​ສ່ວນ​ຫຼາຍ​ແລ້ວ ອຸ­ປະ­ກອນ​ເຫຼົ່າ​ນີ້ ບໍ່​ວ່າ​ຈະ​ເປັນ​ສະ­ມາດ​ໂຟນ ແລັບ​ທັອບ ຫຼື​ແທັບ​ເລັດ ຕ່າງ​ຖືກ​ອອກ​ແບບ​ມາ​ໃຫ້​ຕັດ​ສາກ​ເຂົ້າ​ແບດ​ເຕີ​ຣີ ເມື່ອ​ແບດ​ເຕີ​ຣີ​ມີ​ໄຟ​ເຕັມ 100% ນັ້ນ​ໝາຍ​ຄວາມ​ວ່າ ເມື່ອ​ເຮົາ​ສາກ​ອຸ­ປະ­ກອນ​ເຫຼົ່າ​ນີ້​ຈົນ​ແບດ​ເຕີ​ຣີ​ເຕັມ 100% ແລ້ວ ຕົວ​ເຄື່ອງ​ຈະ​ໄປ​ປ່ຽນ​ໄປ​ຮັບ​ກະ­ແສ​ໄຟ​ຈາກ​ອະ​ແດບ​ເຕີ​ແທນ ລະ­ຫວ່າງ​ນີ້ ຈະ​ບໍ່​ມີ​ການ​ຈ່າຍ​ໄຟ​ເຂົ້າ​ແບດ​ເຕີ​ຣີ​ເກີດ​ຂຶ້ນ​ເລີຍ ແຕ່​ຖ້າ​ລະ­ຫວ່າງ​ທີ່​ໃຊ້ໆ​ໄປ​ແລ້ວ ແບດ​ເຕີ​ຣີ​ເກີດ​ຫຼຸດ​ລົງ ອະ​ແດບ​ເຕີ​ຈະ​ຈ່າຍ​ໄຟ​ເຂົ້າ​ແບດ​ເຕີ​ຣີ​ອີກ​ຄັ້ງ.

ສັນ­ຍະ­ລັກ​ສະ­ແດງ​ວ່າ​ແບດ​ເຕີ​ຣີ​ສາກ​ເຕັມ​ແລ້ວ ໃຊ້​ໄຟ​ຈາກ​ອະ​ແດບ​ເຕີ​ແທນ

ບັນ­ຫາ​ຄວາມ​ຮ້ອນ ຄື​ສິ່ງ​ທີ່​ຕ້ອງ​ລະ­ວັງ​ຫຼາຍ​ກວ່າ

ການ​ໃຊ້​ງານ​ສະ­ມາດ​ໂຟນ ຫຼື ແລັບ​ທັອບ ແລະ ສາກ​ໄປ​ນຳ ສິ່ງ​ທີ່​ຕ້ອງ​ລະ­ວັງ​ຫຼາຍ​ກວ່າ​ຄື​ເລື່ອງ​ຂອງ​ຄວາມ​ຮ້ອນ ແລ້ວ​ເປັນ​ຫຍັງ​ຄວາມ​ຮ້ອນ​ຈຶ່ງ​ເຮັດ​ໃຫ້​ແບດ​ເຕີ​ຣີ​ເສື່ອມ​ໄວ ? ແບດ​ເຕີ​ຣີ​ເປັນ​ອຸ­ປະ­ກອນ​ທາງ​ໄຟ­ຟ້າ​ທີ່​ແປງ​ເຄ​ມີ​ເປັນ​ພະ­ລັງ­ງານ ຕາມ​ທິດ​ສະ​ດີ​ແລ້ວ ປະ ຕິ​ກິ­ລິ­ຍາ​ທາງ​ເຄ​ມີ​ຈະ​ຂັບ​ເຄື່ອນ​ດ້ວຍ​ແຮງ​ດັນ​ໄຟ­ຟ້າ ແລະ ຄວາມ​ຮ້ອນ ຍິ່ງ​ມີ​ຄວາມ​ຮ້ອນ​ຫຼາຍ ຍິ່ງ​ເຮັດ​ໃຫ້​ປະ­ຕິ­ກິ­ລິ­ຍາ​ທາງ​ເຄ​ມີ​ເກີດ​ໄວ​ຂຶ້ນ ຄວາມ​ຈິງ​ແລ້ວ ອຸນ­ຫະ­ພູມ​ທີ່​ເພີ່ມ​ຂຶ້ນ ກໍ​ສາ­ມາດ​ຊ່ວຍ​ເພີ່ມ​ປະ­ສິດ­ທິ­ພາບ​ໄດ້ ແຕ່​ໃນ​ທາງ​ກັບ​ກັນ ມັນ​ກໍ​ເຮັດ​ໃຫ້​ເກີດ​ປະ­ຕິ­ກິ­ລິ­ຍາ​ເຄ​ມີ​ທີ່​ບໍ່​ເພິ່ງ​ປະ­ສົງ ໂດຍ​ຄວາມ​ຮ້ອນ​ທີ່​ຫຼາຍ​ເກີນ​ໄປ ເຮັດ​ໃຫ້​ຂອງ​ແຫຼວ​ຊຶ່ງ​ເປັນ​ເຄ​ມີ​ພາຍ​ໃນ​ແບດ​ເຕີ​ຣີ​ລະ​ເຫີຍ​ໄວ​ຂຶ້ນ ເຮັດ​ໃຫ້​ໂຄງ​ສ້າງ​ແບດ​ເຕີ​ຣີ​ເກີດ​ຄວາມ​ເສຍ​ຫາຍ​ໄດ້.

ຖ້າ​ເປັນ​ສະ­ໄໝ​ກ່ອນ ເຮົາ​ມັກ​ຈະ​ໄດ້​ຍິນ​ຄຳ​ກ່າວ​ວ່າ “ຖ້າ​ສາກ​ຄອມ​ພ້ອມ​ທັງ​ເຮັດ​ວຽກ​ໄປ​ນຳ ໃຫ້​ຖອດ​ແບດ​ເຕີ​ຣີ​ອອກ” ຊຶ່ງ​ເປັນ​ຄຳ​ກ່າວ​ທີ່​ຖືກ­ຕ້ອງ ເພາະ​ຈະ​ເຮັດ​ໃຫ້​ຄວາມ​ຮ້ອນ​ທີ່​ເກີດ​ຂຶ້ນ​ບໍ່​ໄປ​ກະ­ທົບ​ກັບ​ແບດ​ເຕີ​ຣີ ແຕ່​ວ່າ​ໂນດ​ບຸ໊ກ ແລະ ສະ­ມາດ​ໂຟນ​ສະ­ໄໝ​ນີ້ ມັນ​ຖອດ​ບໍ່​ໄດ້​ແລ້ວ.

ສະ­ຫຼຸບ:  ບໍ່​ຕ້ອງ​ຫ່ວງ​ວ່າ­ການ​ສາກ​ແບດ​ເຕີ​ຣີ​ໄປ​ພ້ອມ ໃຊ້​ງານ​ໄປ​ນຳ ຈະ​ເຮັດ​ໃຫ້​ແບດ​ເຕີ​ຣີ​ເສື່ອມ​ໄວ​ຂຶ້ນ ຕາບ­ໃດ​ທີ່​ຍັງ​ບໍ່­ເກີດ​ຄວາມ​ຮ້ອນ​ທີ່​ຫຼາຍ​ເກີນ​ໄປ ໂດຍ Apple ໄດ້​ໃຫ້​ຄຳ​ແນະ­ນຳ​ໄລ­ຍະ​ອຸນ­ຫະ­ພູມ​ທີ່​ເໝາະ​ສົມ​ໃນ​ການ​ໃຊ້​ງານ iPhone ແລະ Mac ເອົາ​ໄວ້​ດັ່ງ­ນີ້.

iPhone iPad iPod ແລະ Apple Watch:  ບໍ່​ຕ່ຳ​ກວ່າ 0 ອົງ­ສາ​ເຊ  ແລະ ບໍ່​ເກີນ 35 ອົງ­ສາ​ເຊ.

MacBook: ບໍ່​ຕ່ຳ​ກວ່າ 10 ອົງ­ສາ​ເຊ  ແລະ ບໍ່​ເກີນ 35 ອົງ­ສາ​ເຊ.

ແບບ​ນີ້ ສາກ​ແບດ​ເຕີ​ຣີ​ໄປ​ນຳ​ໃຊ້​ໄປ​ນຳ​ຕະ­ຫຼອດ​ເວ­ລາ​ກໍ​ດີ​ກວ່າ​ຫຼື​ບໍ່ ເພາະ​ແບດ​ເຕີ​ຣີ Li-ion ແລະ LiPo ຈະ​ນັບ​ຕາມ Cycle ?.

ແບດ​ເຕີ​ຣີ​ຊະ­ນິດ Li-ion ແລະ LiPo ຈະ​ມີ​ອາ­ຍຸ​ການ​ໃຊ້​ງານ​ປະ­ມານ 500-1.000 cycle ແລ້ວ­ແຕ່​ຊະ­ນິດ​ຂອງ​ແບດ​ເຕີ​ຣີ ຊຶ່ງ​ຕ້ອງ​ຫາ​ຂໍ້​ມູນ​ຕາມ​ຊະ­ນິດ​ຂອງ​ອຸ­ປະ­ກອນ​ທີ່​ໃຊ້ ໂດຍ Cycle ນັ້ນ​ໝາຍ​ຄວາມ​ວ່າ “ໜຶ່ງ​ຮອບ​ການ​ສາກ​ເຕັມ 100%” ເຊັ່ນ​ສາກ​ແບດ​ເຕີ​ຣີ​ຈາກ 0-100% = 1 cycle ແຕ່​ຫາກ​ສາກ​ຈາກ 50-100% = 0,5 cycle ຫຼື​ເຄິ່ງ​ຮອບ​ເທົ່າ​ນັ້ນ.

ການ​ທີ່​ເຮົາ​ສາກ​ອຸ­ປະ­ກອນ​ໄວ້​ຕະ­ຫຼອດ​ເວ­ລາ​ເລີຍ​ກໍ​ບໍ່​ແມ່ນ​ເລື່ອງ​ທີ່​ດີ​ພໍ​ເທົ່າ­ໃດ ໂດຍ​ສະ­ເພາະ ການ​ເກັບ​ຄວາມ​ຈຸ​ແບດ​ເຕີ​ຣີ​ໄວ້​ໃຫ້​ເຕັມ​ຕະ­ຫຼອດ​ເວ­ລາ ຫຼື​ການ​ປ່ອຍ​ໃຫ້​ແບດ​ເຕີ      ຣີ​ໝົດ​ກ້ຽງ ຍິ່ງ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ ຢ່າງ​ໜ້ອຍ​ຄວນ​ປ່ອຍ​ໃຫ້​ແບດ​ເຕີ​ຣີ​ຫຼຸດ​ເຫຼືອ​ປະ­ມານ 30-50% ແດ່ ເພື່ອ​ໃຫ້​ບັນ­ຈຸ​ໄຟ­ຟ້າ​ເກີດ​ການ​ໃຊ້​ງານ ຫຼຸດ​ຄວາມ​ເສື່ອມ​ທີ່​ເກີດ​ຂຶ້ນ​ໄດ້​ຊ້າ​ລົງ ໂດຍ Apple ໃຫ້​ຂໍ້​ມູນ​ວ່າ ຫາກ​ເຮົາ​ຈຳ­ເປັນ​ຕ້ອງ​ເກັບ​ອຸ­ປະ­ກອນ​ດົນໆ (ບໍ່​ໄດ້​ນຳ​ມາ​ໃຊ້​ເປັນ​ໄລ­ຍະ​ເວ­ລາ 6 ເດືອນ) ຄວນ​ປ່ອຍ​ໃຫ້​ອຸ­ປະ­ກອນ​ມີ​ແບດ​ເຕີ​ຣີ​ປະ­ມານ 50% ຈະ​ດີ​ທີ່​ສຸດ.

error: Content is protected !!