ຄໍາເຫັນຂອງທ່ານລັດຖະມົນຕີກະຊວງ ສສກ ເນື່ອງໃນໂອກາດວັນສາກົນແຫ່ງການຮຽນຮູ້ໜັງສື​ ຄົບຮອບ 55 ປີ

    ຮຽນ: ບັນດາທ່ານທີ່ເຄົາລົບແລະນັບຖືທັງຫລາຍ. 

    ວັນທີ 08 ກັນຍາ ແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ເຊິ່ງປີນີ້ໝູນວຽນມາຄົບຮອບ 55 ປີ

(08/09/1965 –   08/09/2020 ) ວັນດັ່ງກ່າວແມ່ນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ຕໍ່ກັບປະຊາຊາດໃນທົ່ວໂລກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ພາດໂອກາດທາງການສຶກສາ ເຊິ່ງຕົ້ນຕໍແມ່ນຄວາມບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ ເຊິ່ງມັນໄດ້ກາຍເປັນອຸປະສັກຢ່າງໃຫຍ່ຫຼວງຕໍ່ກັບການພັດທະນາຄົນ ກໍຄືການພັດທະນາຊັບພະຍາກອນມະນຸດ ພັດທະນາເສດຖະກິດ-ສັງຄົມຂອງຊາດ ຂອງສັງຄົມ ຂອງຕົນເອງ ແລະ ຄອບຄົວ.

    ດ້ວຍເຫດຜົນດັ່ງກ່າວ ປະຊາຊົນຜູ້ຮັກຫອມສັນຕິພາບ ປະຊາທິປະໄຕ ແລະ ຮັກຄວາມເປັນທຳຢູ່ໃນທົ່ວໂລກ ຈື່ງໄດ້ພ້ອມກັນສະເໜີເພື່ອທວງເອົາສິດໃນການສຶກສາຮ່ຳຮຽນ ແນໃສ່ເຮັດໃຫ້ປະຊາຊົນເຫຼົ່ານັ້ນຫຼຸດພົ້ນອອກຈາກຄວາມບໍ່ຮູ້ໜັງສື ແລະ ຮຽນຈົບຊັ້ນປະຖົມ ຫຼືຮຽນສູງກວ່ານັ້ນ ເພື່ອໃຫ້ຄົນເຮົາມີລະດັບຄວາມຮູ້ຄວາມສາມາດສູງຂື້ນໄປເລື້ອຍໆ.

    ກອງປະຊຸມສາກົນລະດັບລັດຖະມົນຕີກະຊວງສຶກສາທິການໃນປີ 1965 ທີ່ນະຄອນຫຼວງເຕເຮລານ ປະເທດອີຣານ ໄດ້ຄົ້ນຄວ້ານໍາສະເໜີໃຫ້ມີວັນສາກົນແຫ່ງການຮຽນຮູ້ໜັງສື ເຊິ່ງໃນຊຸມປີຕໍ່ມາ ຄືປີ 1986 ກອງປະຊຸມໃຫຍ່ອົງການອຸຍແນັດສະໂກ ຄັ້ງທີ 14 ໄດ້ມີມະຕິຮັບຮອງເອົາວັນທີ 

08 ກັນຍາຂອງທຸກໆປີ ໃຫ້ເປັນວັນສາກົນແຫ່ງການຮຽນຮູ້ໜັງສື ແລະ ພ້ອມກັນນັ້ນ ກໍໄດ້ຮຽກຮ້ອງໃຫ້ທຸກໆປະເທດທີ່ເປັນສະມາຊິກຂອງອົງການສະຫະປະຊາຊາດ ຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວໃນທຸກໆປີ ເພື່ອສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດແຜນການຮຽນຮູ້ໜັງສືໃນປະເທດຂອງຕົນ ພ້ອມກັນນັ້ນກໍໄດ້ກຳນົດທິດທາງ ແຜນການ ຄາດໝາຍສູ້ຊົນ ແລະ ວິທີການຈັດການສຶກສາ ແນໃສ່ການລົບລ້າງຄວາມບໍ່ຮູ້ໜັງສືໃນປີຕໍ່ໆໄປ.

    ໃນແຕ່ລະປີ ຜູ້ອໍານວຍການໃຫຍ່ອົງການອຸຍແນັດສະໂກ ໄດ້ມີສານໃຫ້ລັດພາຄີ ໃຫ້ເອົາໃຈໃສ່ສົ່ງເສີມການຮູ້ໜັງສື ແລະ ການພັດທະນາແບບຍືນຍົງ ພ້ອມທັງມີຄໍາຂວັນອອກໃນແຕ່ລະປີ ສໍາລັບປີ 2020 ນີ້ ແມ່ນ “ການສິດສອນ ແລະ ການຮຽນຮູ້ໜັງສືໃນວິກິດການ COVID-19 ແລະ ທິດທາງໃນຕໍ່ໜ້າ  (Literacy teaching and learning in the COVID-19 crisis and beyond)”ໃນຫຼາຍປີຜ່ານມາ ການຮຽນຮູ້ໜັງສືຂອງປະຊາຄົມໂລກ ກໍໄດ້ຮັບການຂະຫຍາຍຕົວ ແລະ ເພີ້ມຂຶ້ນຢ່າງວ່ອງໄວ ແຕ່ກໍຍັງມີປະຊາກອນໂລກປະມານ 773 ລ້ານຄົນ ສ່ວນຫຼາຍເປັນຜູ້ໃຫຍ່ ແລະ ຊາວໜູ່ມຍັງບໍ່ຮູ້ໜັງສື ແລະ ຫຼາຍກ່ວາ 617 ລ້ານຄົນ ແມ່ນເດັກນ້ອຍ ແລະ ຊາວໜູ່ມໃນການອ່ານ ແລະ ຄິດໄລ່ເລກໂດຍພື້ນຖານຍັງຕໍ່າກ່ວາມາດຖານ. 

    ສຳລັບ ສປປ ລາວ ລັດຖະບານໃຫ້ຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ  ເຊິ່ງໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາ ສ້າງເງື່ອນໄຂໃຫ້ພົນລະເມືອງລາວສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງສະເໝີພາບ ແລະ ເທົ່າທຽມກັນລະຫວ່າງຕົວເມືອງ ແລະ ຊົນນະບົດ  ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ກໍຍັງມີປະຊາກອນທີ່ບໍ່ຮູ້ໜັງສື  ແລະ ຍັງມີເດັກນ້ອຍທີ່ບໍ່ໄດ້ເຂົ້າເຖິງການສຶກສາ ແລະ ປະລະຈາກໂຮງຮຽນຊັ້ນປະຖົມ ປະມານ 04% ໃນສົກປີ 2019-2020 ນີ້ ເຊິ່ງເປັນສິ່ງທ້າທາຍອັນໃຫຍ່ຫຼວງປະເທດຂອງພວກເຮົາ ທີ່ຈະຕ້ອງເອົາໃຈໃສ່ໃນສະພາບການລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ແລະ ບໍ່ຮູ້ວ່າຈະສີ້ນສຸດເວລາໃດ ເຊິ່ງມັນເປັນຜົນກະທົບອັນໜັກໜ່ວງ ແລະ ຮ້າຍແຮງຕໍ່ການພັດທະນາການສຶກສາ-ກິລາ. 

ຕໍ່ກັບສະພາບການດັ່ງກ່າວນັ້ນ ລັດຖະບານແຫ່ງ ສປປ ລາວ ກໍຄືກະຊວງສຶກສາທິການ ແລະກິລາ ໄດ້ມີການຮັບມືໂດຍອີງໃສ່ກົດໝາຍ ນິຕິກຳຕ່າງໆທີ່ມີ ໂດຍສະເພາະແມ່ນດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ເພື່ອສົ່ງເສີມການສຶກສາໄປສູ່ເຂດຫ່າງໄກສອກຫຼີກ ສ້າງເງື່ອນໄຂໃຫ້ແກ່ກຸ່ມເປົ້າໝາຍຜຸ້ທີ່ດ້ອຍໂອກາດ ຜູ້ທຸກຍາກ ເພດຍິງ ຊົນເຜົ່າ ຜູ້ພິການ ໄດ້ຮັບການສຶກສາທີ່ມີຄວາມສະເໝີພາບ ແລະ ເທົ່າທຽມ ໂດຍຜ່ານການຈັດການຮຽນ-ການສອນໃນຫຼາຍຮູບແບບ ຫຼາຍຮູບການເຊັ່ນ: ການຮຽນທາງໄກ ການຮຽນຜ່ານໂທລະພາບ ວິທະຍຸ ສື່ສັງຄົມອອນລາຍ ແລະ ອື່ນໆ ກ້າວໄປເຖິງການຮຽນຮູ້ຕາມອັດທະຍາໄສ.

    ບັນດາທ່ານ ທີ່ນັບຖືຕາງໜ້າໃຫ້ລັດຖະບານແຫ່ງ ສ ປປ ລາວ ກໍຄືກະຊວງສຶກສາທິການ ແລະ ກິລາ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍສັນລະ ເສີນ ມາຍັງຄະນະນຳ ອໍານາດການປົກຄອງແຕ່ລະຂັ້ນ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ບັນດາຂະແໜງການ ອົງການຈັດຕັ້ງມະຫາຊົນ ການຈັດຕັ້ງພາກເອກະຊົນ ຊຸມຊົນ ຜູ້ບໍລິຫານການສຶກສາ ແລະ ກິລາ ຄູອາຈານ ແລະ ນັກຮຽນ ຕະຫຼອດຮອດພີ່ນ້ອງລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານການສຶກສານອກໂຮງຮຽນ ກໍຄືວຽກງານລົບລ້າງຄວາມບໍ່ຮູ້ໜັງສື ຂໍຂອບໃຈມາຍັງບັນດາປະເທດເພື່ອນມິດ  ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຜົນສຳເລັດໃນໄລຍະຜ່ານມາ.

    ໃນໂອກາດສະເຫຼີມສະຫຼອງວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 55 ປີນີ້  ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງຄະນະນຳ ອຳນາດການປົກຄອງ ຜູ້ບໍລິຫານການສຶກສາ ຄູອາຈານນັກຮຽນ ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ພ້ອມກັນກ້າວຂຶ້ນຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກ່ວາເກົ່າໃນທຸກວຽກງານ ໂດຍສະເພາະແມ່ນວຽກງານລົບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງຍົກລະດັບການສຶກສາໃຫ້ສູງຂຶ້ນເລື້ອຍໆ.

ຂໍຂອບໃຈ

error: Content is protected !!