ຈັບຕົວກຸ່ມແກ້ງຄ້າ-ຂາຍຢາເສບຕິດລາຍໃຫຍ່

    ກາງ​ເດືອນ​ມີ­ນາ 2020 ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຮັບ​ແຈ້ງ​ຈາກ​ແຫຼ່ງ​ຂ່າວ ຈະ​ມີ​ການ​ຄ້າ-ຂາຍ​ຢາ​ເສບ​ຕິດ ເຊິ່ງ​ຈະ​ຂົນ­ສົ່ງ​ຜ່ານ​ເສັ້ນ­ທາງ 13 ໃຕ້ ອອກ​ສູ່​ປະ­ເທດ​ໃກ້​ຄຽງ ແລະ ຈະ​ນຳ​ໃຊ້​ລົດ​ກະ­ບະ 2 ຄັນ​ຄື: ກະ­ບະ​ວີ​ໂກ ສີ­ຂາວ ທະ­ບຽນ ມຫ 6868 ກຳ­ແພງ​ນະ­ຄອນ ແລະ ລົດ​ກະ­ບະ​ນິດ​ສັນ ສີ​ປອນ ທະ­ບຽນ ກພ 3926 ກຳ­ແພງ​ນະ­ຄອນ ເປັນ​ພາ­ຫະ­ນະ​ຂົນ­ສົ່ງ​ຢາ​ເສບ​ຕິດ​ຄັ້ງ​ນີ້.

    ຈາກ​ນັ້ນ ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ປກສ ຈຶ່ງ​ໄດ້​ຈັດ​ກຳ­ລັງ​ລົງ​ຕິດ­ຕາມ​ແລ້ວ​ພົບ​ເຫັນ​ລົດ​ກະ­ບະ​ເປົ້າ​ໝາຍ 2 ຄັນ​ຂັບ​ຂີ່​ມາ​ແຕ່​ນະ­ຄອນ­ຫຼວງ​ວຽງ​ຈັນ ພໍ​ຮອດ​ເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິ​ຄຳ​ໄຊ ຈຶ່ງ​ໄດ້​ສະ­ກັດ​ລົດ​ກະ­ບະ​ທັງ 2 ຄັນ ພ້ອມ​ທັງ​ກວດ​ຄົ້ນ​ພົບ​ເຫັນ​ຂອງ​ກາງ​ຢາ​ເສບ​ຕິດ​ປະ­ເພດ​ຢາ​ບ້າ 120 ມັດ ເທົ່າ​ກັບ 240.000 ເມັດ ຢາ​ໄອສ໌ 60 ຖົງ ນ້ຳ­ໜັກ 60 ກິ​ໂລກ​ຣາມ ມີ​ຜູ້​ຖືກ​ຫາ 4 ຄົນ ຍິງ 2 ຄົນ ແລະ ພາ­ຫະ­ນະ 2 ຄັນ​ໄປ​ດຳ­ເນີນ​ຄະ­ດີ.

    ຜ່ານ​ການ​ດຳ­ເນີນ​ການ​ສຶບ​ສວນ-ສອບ​ສວນ ພວກ​ກ່ຽວ​ຮັບ​ສາ­ລະ­ພາບ​ວ່າ: ຢາ​ບ້າ ແລະ ຢາ​ໄອສ໌​ຈຳ­ນວນ​ນີ້ ໄດ້​ຮັບ​ຊື້​ຈາກ​ຄົນ­ຮູ້​ຈັກ​ຢູ່​ແຂວງ​ອຸ­ດົມ​ໄຊ ເພື່ອ​ຈະ​ເອົາ​ໄປ​ຂາຍ​ໃຫ້​ຜູ້​ສັ່ງ​ຊື້ ເຊິ່ງ​ເປັນ​ຄົນ​ຕ່າງ­ປະ­ເທດ ໂດຍ​ນັດ​ຊື້-ຂາຍ​ຢາ​ເສບ​ຕິດ​ນຳ​ກັນ​ຢູ່​ຊາຍ​ແດນ​ປະ­ເທດ​ໃກ້​ຄຽງ ຈາກ​ນັ້ນ​ຈຶ່ງ​ໄດ້​ນຳ​ເອົາ​ຢາ​ບ້າ ແລະ ຢາ​ໄອສ໌ໃສ່​ລົດ​ກະ­ບະ​ວີ​ໂກ ແລະ ລົດ​ກະ­ບະ​ນິດ​ສັນ ມຸ່ງ​ໜ້າ​ລົງ​ໄປ​ແຂວງ​ບໍ​ລິ​ຄຳ​ໄຊ ພໍ​ໄປ​ຮອດ​ເມືອງ​ປາກ​ຊັນ​ກໍ​ຖືກ​ທາງ​ເຈົ້າ​ໜ້າ​ຕຳ­ຫຼວດ ກັກ​ຕົວ​ພ້ອມ​ຂອງ​ກາງ​ຢາ​ບ້າ ແລະ ຢາ​ໄອສ໌ ປັດ­ຈຸ­ບັນ ຄະ­ດີ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ປກສ ແຂວງ​ບໍ​ລິ​ຄຳ​ໄຊ ກຳ­ລັງ​ດຳ­ເນີນ​ການ​ສືບ­ສວນ​ຂະ­ຫຍາຍ​ຜົນ​ຫາ​ຜູ້​ຮ່ວມ​ຂະ​ບວນ​ການ ເພື່ອ​ຕິດ­ຕາມ​ຕົວ​ມາ​ດຳ­ເນີນ​ຄະ­ດີ.

error: Content is protected !!