
ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ມອບລະບົບວິດີໂອຄອນເຟີເຣນເພື່ອການແພດທີ່ທັນສະໄໝ (Huawei Telemedicine Video Conferencing Solution) ໃຫ້ກະຊວງສາທາລະນະສຸກ ແລະ ໂຮງໝໍມິດຕະພາບ 150 ຕຽງ ວັນທີ 24 ມີນາ 2020 ເພື່ອສະໜັບສະໜູນປະຊາຊົນລາວ ແລະ ແພດໝໍ ຕໍ່ສູ້ກັບພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແລະ ປັບປຸງປະສິດທິຜົນໃນການປ້ອງກັນການແຜ່ລະບາດ ແລະ ຫຼຸດຄວາມສ່ຽງຂອງການຕິດເຊື້ອສຳລັບບຸກຄະລາກອນແພດ.
ວັນທີ 24 ມີນາ 2020 ສປປ ລາວ ໄດ້ຢືນຢັນວ່າມີຜູ້ຕິດເຊຶ້ອພະຍາດ COVID-19 ແລ້ວຈຳນວນ 2 ຄົນ ໃນຂະນະທີ່ການແຜ່ລະບາດຂອງພະຍາດນີ້ກຳລັງແຜ່ກະຈາຍໄປທົ່ວໂລກ ສປປ ລາວ ໄດ້ປະເຊີນແຮງກົດດັນເພີ່ມຂຶ້ນໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ໜ່ວຍງານດ້ານສາທາລະນະສຸກ ແລະ ສະຖາບັນການແພດ ຈຳເປັນຕ້ອງມີລະບົບວິດີໂອເພື່ອປະຊຸມທາງໄກຢ່າງເລັ່ງດ່ວນ ເພື່ອສະໜັບສະໜູນການເຮັດວຽກຮ່ວມກັນໃນແຕ່ລະຂົງເຂດ ຫົວເຫວີ່ຍຈຶ່ງໄດ້ແກ້ໄຂຫຼາຍຢ່າງ ລວມທັງສະໜອງອຸປະກອນ ແລະ ການເຊື່ອມຕໍ່ເຄືອຂ່າຍທີ່ມີປະສິດທິຜົນສູງ ທັງເປັນການສະໜັບສະໜູນຢ່າງແຂງຂັນໃຫ້ໜ່ວຍງານລັດຖະບານ ແລະ ປະຊາຊົນລາວ ເພື່ອຕໍ່ຕ້ານການແຜ່ລະບາດຂອງພະຍາດ COVID-19.