ໃຜຖ່ວງດືງເອກະສານ ມີບັນຫາແນ່ນອນ

                                                             

     ພະນັກງານ-ລັດຖະກອນ ແມ່ນພົນລະເມືອງລາວຜູ້ຖືກຮັບບັນຈຸໃຫ້ເຮັດວຍກ, ເລືອກຕັ້ວ ຫຼື ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃດໜຶ່ງໃນອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ຫຼື ໄປປະຈຳການຢູ່ສຳນັກງານຜູ້ຕາງໜ້າ ສປປ ລາວຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຊຶ່ງໄດ້ຮັບເງິນເດືອນ ແລະ ເງິນອຸດໜູນຈາກງົບປະມານແຫ່ງລັດ.

     ຜົນປະໂຫຍດຂອງພະນັກງານ-ລັດຖະກອນ ແມ່ນເງິນເດືອນ, ເງິນອຸດໜູນ, ເງິນບຳເນັດ, ເງິນອຸດໜູນບຳນານ ແລະ ຜົນປະໂຫຍດອື່ນ ຈາກການປະຕິບັດໜ້າທີ່ວຽກງານ. ນອກຈາກນີ້ ຍັງໄດ້ຮັບສິ່ງອຳນວຍຄວາມສະດວກ ທີ່ຈຳເປັນຂັ້ນພື້ນຖານຕາມກົດໝາຍ ແລະ ລະບຽບການ.

    ພະນັກງານ-ລັດຖະກອນມີໜ້າທີ່ 1. ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ ພ້ອມທັງຮັບປະກັນປະສິດທິຜົນ; 2. ເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆຢູ່ໃນອົງການຈັດຕັ້ງບ່ອນຕົນສັງກັດ; 3. ອຳນວຍຄວາມສະດວກ ແລະ ໃຫ້ການບໍລິການແກ່ປະຊາຊົນດ້ວຍຄວາມຈິງໃຈ, ວ່ອງໄວ, ເປັນທຳ ແລະ ສະເໝີພາບ; 4. ລາຍງານການປະຕິບັດວຽກງານຂອງຕົນໃຫ້ຂັ້ນເທິງ ຕາມຄວາມເປັນຈິງ ແລະ ຢ່າງເປັນປົກກະຕິ; ແລະ 5. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

    ຕາມປະມວນກົດໝາຍອາຍາມາດຕາ 366 ໄດ້ເວົ້າເຖິງ ການກົດໜ່ວງ ຖ່ວງດືງເອກະສານ ຊຶ່ງຖືວ່າເປັນການກະທຳຜິດທາງອາຍາຂອງພະນັກງານ-ລັດຖະກອນ. ເນື້ອໃນຕົ້ນຕໍໄດ້ກຳນົດວ່າ: ພະນັກງານຜູ້ໃດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 354 ຂອງປະມວນກົດໝາຍອາຍາ ຫາກໄດ້ສໍ້ລາດບັງຫຼວງ ໃນສະຖານການກົດນ່ວງ, ຖ່ວງດືງເອກະສານ ດ້ວຍການກັກ, ໜ່ວງໜ່ຽວ, ແກ່ຍາວເວລາໃນການແກ້ໄຂເອກະສານທາງການ ໂດຍຜູ້ມີຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດ ຂອງລັດ, ຂອງສັງຄົມ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມ ເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບຫາ 5.000.000.ກີບ.

ໃນກໍລະນີການກະທຳຜິດ ເປັນອາຈິນ ຫຼື ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບຫາ 10.000.000 ກີບ.

error: Content is protected !!