ຍທຂ ນວ ເລັ່ງແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຕາມຖະໜົນ 450 ປີ

    ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ຮ່ວມກັບຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ ລົງຮື້ຖອນປ້າຍໂຄສະນາທີ່ຕັ້ງຜິດລະບຽບເຂດສະຫງວນທາງ ຢູ່ຖະໜົນ 450 ປີ  ໃນວັນທີ 4 ກັນຍາ 2020 ໂດຍມີທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ  ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສຸລິວັນ ພົມມະຫາໄຊ ກ່າວວ່າ: ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງທ່ານ ເຈົ້າຄອງ ນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ເພື່ອເນັ້ນໃສ່ຕົວເມືອງໃນຍຸກ AEC ໃຫ້ມີຄວາມສະອາດ ຈົບງາມ ມີສີຂຽວ ແລະ ມີຄວາມສະດວກສະບາຍ ດ້ານສາທາລະນຸປະໂພກຕ່າງໆ ໃຫ້ສົມກັບເມືອງຫຼວງຂອງປະເທດລາວ ເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ຂອງພັກ ໂດຍສະເພາະ ຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ທີ່ຈະໄຂຂຶ້ນໃນມໍ່ໆນີ້  ສະນັ້ນ ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ກໍເປັນວຽກງານໜຶ່ງທີ່ພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເປັນແຕ່ໄລຍະຜ່ານມາ ໂດຍໄດ້ເລັ່ງໃສ່ບັນດາເສັ້ນທາງສາຍຫຼັກໃນແຜນ 21 ເສັ້ນຢູ່ 6 ຕົວເມືອງໃນຂອງ ນວ ໂດຍສະເພາະຖະໜົນ ໄກສອນ ພົມວິຫານ ເສັ້ນທາງT2 ແລະ ທາງສາຍຫຼັກອື່ນໆທີ່ພວກເຮົາໄດ້ຈັດສັນ ແລະ ໄດ້ມີນິຕິກຳຕ່າງໆເປັນບ່ອນອີງ ເປັນຕົ້ນ ກົດໝາຍທາງຫຼວງ ກົດໝາຍຜັງເມືອງ ແລະ ແຈ້ງການຂອງເຈົ້າຄອງ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ.

    ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ເລີ່ມສືບຕໍ່ຂະຫຍາຍສູ່ແຕ່ລະເສັ້ນທາງສາຍຫຼັກຂອງແຕ່ລະເມືອງ ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ  ເຊິ່ງວັນນີ້ພວກເຮົາໄດ້ມາຈັດຕັ້ງປະຕິບັດຢູ່ຖະໜົນເສັ້ນທາງ 450 ປີ ລະຫວ່າງສາມແຍກຊາຍແດນບ້ານໂຊກໃຫຍ່ ຫາເຂດສີ່ແຍກໄພອຳນາດດົງໂດກ ໂດຍມີການປະສານສົມທົບກັບຄະນະສະເພາະກິດຜັງເມືອງຂອງເມືອງໄຊທານີ ແລະ ເມືອງໄຊເຂດຖາ  ເຊິ່ງຄະນະດັ່ງກ່າວຂອງແຕ່ລະເມືອງມີທ່ານຮອງເຈົ້າເມືອງເປັນຫົວໜ້າ ໃນນັ້ນປະກອບມີເຈົ້າໜ້າທີ່ຈະລາຈອນ ຂະແໜງການຄ້າ  ຂະແໜງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ຕະຫຼອດຮອດການຈັດຕັ້ງບ້ານ  ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ມາວັດແທກກຳນົດເຂດສະຫງວນຄືນ ເຮັດບົດບັນທຶກໃຫ້ຮື້ຖອນ ເທີບ-ເງີບ ຕູບ ເຕັ້ນ ຮົ້ວ ປ້າຍໂຄສະນາ ແລະ ສິ່ງປູກສ້າງອື່ນໆ ໃນນີ້ສະເພາະໃນຖະໜົນ   450 ປີ ເຂດເມືອງໄຊເຊດຖາມີ 31 ກໍລະນີ ເມືອງໄຊທານີ ມີປ້າຍກວມເອົາເຂດສະຫງວນທາງ ແລະ ບໍ່ມີອະນຸຍາດ 36 ປ້າຍ ຮົ້ວ-ກຳແພງກວມເຂດສະຫງວນທາງ 3 ກໍລະນີ ເທີບ 15 ກໍລະນີ ວາງເຄື່ອງ 3 ກໍລະນີ ແລະ ສິ່ງປຸກສ້າງອື່ນໆຈໍານວນໜຶ່ງ.

    ໃນເບື້ອງຕົ້ນ ກ່ອນພວກເຮົາຈະລົງມາຈັດຕັ້ງປະຕິບັດການຮື້ຖອນ ໄດ້ມີການກ່າວເຕືອນ ເຮັດບົດບັນທຶກ ແລະ ແຈ້ງໃຫ້ພວກກ່ຽວຮັບຊາບພາຍໃນ 15 ວັນ ສະເພາະຢູ່ຖະໜົນ 450 ປີນີ້ ໄດ້ແຈ້ງມາ 2 ກວ່າເດືອນແລ້ວ ແຕ່ເຂົາເຈົ້າກໍຍັງບໍ່ໄດ້ຮື້ຖອນອອກ ດັ່ງນັ້ນພວກເຮົາ ແລະ ພາກສ່ວນກ່ຽວຂ້ອງຈຶ່ງໄດ້ລົງມາປະຕິບັດຕາມລະບຽບຢ່າງເຂັ້ມງວດ ພ້ອມທັງສືບຕໍ່ແຈ້ງໄປຍັງເຈົ້າຂອງປ້າຍທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງລະບຽບການຕ່າງໆຂອງລັດ ຕ້ອງເຂົ້າຕິດຕັ້ງປ້າຍໂຄສະນາ ຫຼື ສິ່ງປຸກສ້າງອື່ນໆຕາມກົດໝາຍຜັງເມືອງ  ແລະ ກົດໝາຍແຫ່ງຊາດ ໃຫ້ຫ່າງອອກໄປຈາກເຂດສະຫງວນທັງສອງຝາກ 25 ແມັດ ເພື່ອບໍ່ໃຫ້ບົດບັງສະພາບການສັນຈອນຂອງເສັ້ນທາງ ແລະ ອື່ນໆ.

     ສໍາລັບແຜນການໃນຕໍ່ໜ້າ ພາຍຫຼັງທີ່ເຮົາສໍາເລັດຢູ່ເຂດເສັ້ນທາງ 450 ປີ ນີ້ສໍາເລັດ ຈະສືບຕໍ່ໄປຈັດຕັ້ງປະຕິບັດຢູ່ຖະໜົນທ່່າເດື່ອ ເມືອງຫາດຊາຍຟອງ ແລະ ຖະໜົນສາຍຫຼັກອື່ນໆ ໃນ ນວ  ໃຫ້ສໍາເລັດຕາມເວລາທີ່ກຳນົດ. 

      ໂອກາດນີ້ ຮຽກຮ້ອງມາຫາຜູ້ປະກອບການຕ່າງໆໃຫ້ມີຄວາມເອົາໃຈໃສ່ ແລະ ເປັນເຈົ້າການໃນການປະຕິບັດລະບຽບກົດໝາຍຜັງເມືອງ ແລະ ກົດໝາຍທາງຫຼວງແຫ່ງຊາດຢ່າງເຂັ້ມງວດ  ໂດຍສະເພາະ ຕິດຕັ້ງປ້າຍໂຄສະນາ ການຕໍ່ເຕີມເທີບ-ເງີບ ການຖົມດິນ ແລະ ສິ່ງປຸກສ້າງອື່ນໆ ໃຫ້ຫ່າງອອກຈາກເຂດສະຫງວນທາງ ເພື່ອສ້າງໃຫ້ຖະໜົນຫຼວງແຫ່ງຊາດແຕ່ລະເສັ້ນມີຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມຫຼາຍຂຶ້ນ.

error: Content is protected !!