ຄະນະນໍາຂັ້ນສູນກາງ ແລະ ນວ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ

    ເພື່ອຕິດຕາມກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສະນັ້ນວັນທີ 4 ກັນຍາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ  ພ້ອມດ້ວຍຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ລົງຢ້ຽມຢາມໂຄງການດັ່ງກ່າວ ເຂດບ້ານສົງເປືອຍໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ).

    ໃນເບື້ອງຕົ້ນຂອງການຢ້ຽມຢາມຄັ້ງນີ້ ໄດ້ທົດລອງຂີ່ລົດໄຟຄວາມຍາວປະມານ 8 ກິໂລແມັດ ຢູ່ຈຸດສະຖານີລົດໄຟບ້ານສົງເປືອຍໃຕ້ ຈາກນັ້ນ ກໍໄດ້ຮັບຊົມວິດີໂອແຜນຜັງໂຄງການກໍ່ສ້າງສະຖານີລົດໄຟລາວ-ຈີນ ພ້ອມທັງຮັບຟັງການລາຍງານຄວາມຄຶບໜ້າຂອງໂຄງການຈາກທ່ານ xiao qion wen ຜູ້ອໍານວຍການ ບໍລິສັດທາງລົດໄຟລາວ-ຈີນ ໂຄງການທາງລົດໄຟ ລາວຈີນລະຫວ່າງບໍ່ເຕັນ ຫາ ນວ ເລີ່ມຈາກຊາຍແດນບໍ່ເຕັນຜ່ານແຂວງຫຼວງນໍ້າທາ ຫຼວງພະບາງ ວຽງຈັນຮອດ ນວ ມີຄວາມຍາວທັງໝົດ 422,4 ກິໂລແມັດ ເປັນເສັ້ນທາງລົດໄຟດ່ຽວຊັ້ນ 1 ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ເລີ່ມລົງມືກໍ່ສ້າງແຕ່ວັນທີ 25 ທັນວາ 2016 ແລະ ຄາດວ່າຈະໃຫ້ສໍາເລັດໃນວັນທີ 2 ທັນວາ 2021.

 ປັດຈຸບັນມີຄວາມຄືບໜ້າຫຼາຍວຽກງານ ເປັນຕົ້ນ ວຽກທີ່ດິນສໍາເລັດແລ້ວ 91% ວຽກການຖົມດິນສະຖານີໄຟຟ້າ ແລະ ອາຄານສະຖານີໄດ້ເລີ່ມກໍ່ສ້າງແລ້ວ ວຽກພື້ນທາງລົດໄຟສໍາເລັດ 98,1% ວຽກກໍ່ສ້າງຂົວສໍາເລັດ 81,4% ສາມາດເຈາະອຸມົງທະລຸແລ້ວ 72 ແຫ່ງ ໃນຈໍານວນ 75 ແຫ່ງ ຍັງພຽງອຸມົງທີ່ຍາວທີ່ສຸດ 112 ແມັດ ຄາດວ່າຈະສໍາເລັດໃນເດືອນກັນຍານີ້ ສ່ວນການວາງລາງລົດໄຟສໍາເລັດແລ້ວ 107,8 ກິໂລແມັດ ປັດຈຸບັນແມ່ນວາງຮອດສະຖານີວັງວຽງ ກວມເອົາ 25,4% ຂອງການອອກແບບ ຄາດວ່າກາງເດືອນຕຸລາຈະວາງຮອດກາສີ ແລະ ທ້າຍປີຈະວາງລາງຮອດແຂວງຫຼວງພະບາງ ນອກຈາກນີ້ ວຽກງານຕິດຕັ້ງຕາໜ່າງໄຟຟ້າແມ່ນສໍາເລັດ 60,8%  ແລະ ການອອກແບບສະຖານີ 10 ແຫ່ງ ໄດ້ເລີ່ມກໍ່ສ້າງແລ້ວ 7 ສະຖານີ ແລະ ຈະໃຫ້ສໍາເລັດໜ້າວຽກຫຼັກໆໃນທ້າຍປີນີ້ ສໍາລັບສະຖານີ ນວ ຫາທ່ານາແລ້ງ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 25 ກໍລະກົດ ສໍາເລັດແລ້ວ 3% ຄາດວ່າຈະໃຫ້ສຳເລັດ ແລະ ເປີດນຳໃຊ້ພ້ອມເສັ້ນທາງບໍ່ເຕັນ ຫາ ນວ ໃນເດືອນທັນວາ 2021 ສະເພາະຂໍ້ຫຍຸ້ງຍາກຂອງໂຄງການແມ່ນບັນຫາການຍົກຍ້າຍສະຖານີ ນວ ຫາ ນວ ໃຕ້ ຍັງບໍ່ມີຄວາມຄຶບໜ້າ ມາດຕະຖານຄ່າທົດແທນຍັງບໍ່ອອກ ວຽກຍົກຍ້າຍສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງໂຄງການກໍ່ສ້າງ ເຂດບໍ່ເຕນ ຫາ ນວ ຍັງພົບບັນຫາປະຊາຊົນບໍ່ໄດ້ຮັບເງິນ ແລະ ປະຊາຊົນກໍ່ອັດຕັນເສັ້ນທາງກໍ່ສ້າງ ວັດຖຸ ແລະ ເຄື່ອງກົນຈັກໄດ້ຖືກລັກໄປຈໍານວນໜຶ່ງ.

     ໂອກາດດັ່ງກ່າວ ປະທານບໍລິສັດ ກໍໄດ້ສະເໜີບາງບັນຫາເພື່ອໃຫ້ຂັ້ນເທິງຊ່ວຍແກ້ໄຂເປັນຕົ້ນ ສະເໜີລັດຖະບານລາວຮີບຮ້ອນປັບປຸງກົດໝາຍລົດໄຟຢ່າງຄົບຖ້ວນ ເສີມສ້າງການໂຄສະນາເຜີຍແຜ່ກ່ຽວກັບກົດໝາຍລົດໄຟໂດຍຜ່ານສື່ຕ່າງໆຢ່າງເປັນປະຈໍາ ແລະ ລຽນຕິດ ສຶກສາອົບຮົມຄວາມຮູ້ດ້ານກົດໝາຍໃຫ້ປະຊາຊົນຕາມແລວທາງ ເຮັດໃຫ້ປະຊາຊົນມີສະຕິໃນການຮັກສາເສັ້ນທາງລົດໄຟ ເອົາໃຈໃສ່ຄວບຄຸມ ແລະ ຊີ້ນຳບັນດາຮ້ານເກັບຊື້ເຄື່ອງເສດທີ່ບໍ່ຖືກຕ້ອງຕາມລະບຽບການ ໃຫ້ປະຕິບັດກົດໝາຍຕໍ່ຜູ້ກໍ່ຄະດີລັກວັດສະດຸ ແລະ ອຸປະກອນລົດໄຟ ແລະ ອື່ນໆ.

ພາຍຫຼັງຮັບຟັງການລາຍງານຂອງປະທານບໍລິສັດ ທ່ານເຈົ້າຄອງກໍໄດ້ໃຫ້ທິດຊີ້ນຳ ແລະ ຮັບເອົາຂໍ້ສະເໜີທີ່ບໍລິສັດສະເໜີເພື່ອມາປຶກສາຫາລືກັບຂະແໜງການກ່ຽວຂ້ອງ ໃຫ້ໄດ້ຮັບການແກ້ໄຂໃນຕໍ່ໜ້າ ເຊັ່ນ ການສ້າງກົດໝາຍເພື່ອຄຸ້ມຄອງເສັ້ນທາງລົດໄຟ ກົດລະບຽບ ຂໍ້ຫ້າມ ເຝິກອົບຮົມໃຫ້ນາຍບ້ານ ແລະ ປະຊາຊົນທີ່ອາໄສຢູ່ເຂດໃຫ້ຄຽງເສັ້ນທາງລົດໄຟລາວ-ຈີນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເອົາໃຈໃສ່ຄຸ້ມຄອງຮ້ານທີ່ເກັບຊື້ເຫຼັກເສດໃຫ້ເປັນລະບົບ ມີລະບົບກ້ອງວົງຈອນປິດຢ່າງຈະແຈ້ງ ນອກຈາກນັ້ນຄະນະນຳຂອງກຊວງຕ່າງໆທີ່ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດເຫັນ ແລະ ຍືນຍັນວ່າຈະຮັບເອົາຄຳສະເໜີຕ່າງໆປຶກສາຫາລື ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.

error: Content is protected !!