ອົງການປົກຄອງເມືອງສີສັດຕະນາກ ສ້າງຂະບວນການອອກແຮງງານໃນວັນເສົາແດງ ຂຶ້ນໃນວັນທີ 5 ກັນຍາ 2020 ຢູ່ບໍລິເວນປົກຄອງເມືອງດັ່ງກ່າວ ເພື່ອເປັນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ໂດຍສະເພາະຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ທີ່ຈະໜູນວຽນມາເຖິງອີກວາລະໜຶ່ງ ໃຫ້ເປັນຂະບວນຟົດຟື້ນ.

ທ່ານ ທິນນະກອນ ທອງຄໍາ ຮອງເຈົ້າເມືອງສີສັດຕະນາກ ໃຫ້ສໍາພາດວ່າ: ການຈັດກິດຈະກໍາອະນາໄມຄັ້ງນີ້ ນອກຈາກຈະເປັນການຕ້ອນຮັບວັນສໍາຄັນຂອງຊາດແລ້ວ ຍັງເປັນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງສີສັດຕະນາກຂອງພວກເຮົາໃຫ້ມີຂະບວນຟົດຟື້ນ ແລະ ມີຄວາມໝາຍຍິ່ງຂຶ້ນ ເຊິ່ງການອອກແຮງງານຄັ້ງນີ້ ມີບັນດາຫ້ອງການອ້ອມຂ້າງເມືອງສີສັດຕະນາກ ມີຊາວໜຸ່ມທີ່ມາຈາກໂຮງຮຽນ ມ ປາຍ ສີສັດຕະນາກ ມ ປາຍ ພັນໝັ້ນ ແລະ ມປາຍ ເພຍວັດ ເກືອບ 200 ຄົນ ໄດ້ຮ່ວມກັນອອກແຮງງານຕາມບໍລິເວນອ້ອມຂ້າງສໍານັກງານ ເປັນຕົ້ນການຖາງຫຍ້າ ອະນາໄມເດີ່ນອ້ອມອາຄານ ແລະ ລວງຮ່ອງລະບາຍນໍ້າທີ່ມັນອຸດຕັນ ອີກດ້ານໜຶ່ງ ກໍເພື່ອເປັນການສ້າງຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ທັງຮັກສາໄດ້ສຸຂະພາບທີ່ດີອີກດ້ວຍ.

