ແນວລາວສ້າງຊາດ ນວ ຫວນຄືນມູນເຊື້ອພ້ອມປະດັບຫຼຽນກາລະນຶກ 70 ປີ

     ແນວລາວສ້າງຊາດນະຄອນຫຼວງວຽງຈັນ (ນວ) ໄດ້ຈັດປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020) ຂຶ້ນວັນທີ 4 ກັນຍາ 2020 ທີ່ຫ້ອງວ່າການ ນວ ປາຖະກະຖາໂດຍທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ ຮອງເຈົ້າຄອງ ນວ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ມີພະເຖລານຸເຖລະ ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ ບັນດາເຈົ້າເມືອງ ຫົວໜ້າພະແນກ ອົງການຈັດຕັ້ງມະຫາຊົນ ແນວລາວສ້າງຊາດເມືອງ ບ້ານ ແລະ ພະນັກງານອາວຸໂສບຳນານເຂົ້າຮ່ວມ. 

    ໃນພິທີ ໄດ້ຫວນຄືນມູນເຊື້ອຂອງແນວລາວສ້າງຊາດຕະຫຼອດໄລຍະຜ່ານມາ ແລະ ມອບຫຼຽນກາລະນຶກ 70 ປີໃຫ້ຕາງໜ້າພະແນການອ້ອມຂ້າງ ນວ ໃຫ້ຕາງໜ້າອົງການຈັກຕັ້ງມະຫາຊົນ ໃຫ້ຕາງໜ້າກຳມະການແນວລາວສ້າງຊາດຊຸດທີ 7 ພະນັກງານບຳນານ ແລະ ພະນັກງານແນວລາວສ້າງຊາດ ນວ ໃຫ້ຕາງໜ້າຫ້ອງການ ພະນັກງານ ຄະນະກຳມະການແນວລາວສ້າງຊາດເມືອງ ແລະ ບ້ານ. 

    ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ເຂົ້າທ່ຽວຊົມຮູບພາບການເຄື່ອນໄຫວ ແລະ ແຜນຜັງພັດທະນາ ນວ ຢູ່ຫ້ອງວ່າການ ນວ ຕື່ມອີກ.

 # ຂ່າວ & ພາບ: ສົມສະຫວັນ

error: Content is protected !!