
ເພື່ອເປັນການສ້າງຂະບວນການຕ້ອນຮັບ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ວັນຊາດຄົບຮອບ 45 ແລະ ຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສຳຄັນຕ່າງໆຂອງຊາດ ຂອງພັກ ທີ່ຈະມີຂຶ້ນໃນຕໍ່ໜ້າ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ (ຄບຕ) ນວ ຮ່ວມກັບອົງການປົກຄອງເມືອງສີສັດຕະນາກ ຈັດຂະບວນການອອກແຮງງານລວມຂຶ້ນວັນທີ 21ມີນາ 2020 ຢູ່ຖະໜົນທ່າເດື່ອ.
ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການ ຄບຕ ນວ ກ່າວວ່າ: ເພື່ອເປັນການປະກອບສ່ວນສ້າງຂະບວນການຕ້ອນຮັບວັນສຳຄັນດັ່ງກ່າວ ສ້າງຄວາມສະອາດ ຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງວຽງຈັນ ດັ່ງນັ້ນ ຫ້ອງການ ຄບຕ ນວ ຮ່ວມກັບອົງການປົກຄອງເມືອງ ແລະ ຄບຕ 4 ເມືອງໃນພ້ອມກັນຈັດຂະບວນການອອກແຮງງານເຮັດອະນາໄມລວມຂຶ້ນ ເຊິ່ງຫ້ອງການ ຄບຕ ໄດ້ນຳພາພະນັກງານເຮັດອະນາໄມຕາມຖະໜົນທ່າເດື່ອ ແຕ່ວົງວຽນຈີ່ນາຍໂມ້ຫາທ່າເຮືອຫຼັກ 4 ດ້ວຍການທຳຄວາມສະອາດ ປັດກວາດອະນາໄມຕາມຖະ ໜົນ ໄດ້ນຳໃຊ້ທັງລົດດູດຝຸ່ນ ລົດຂົນຂີ້ເຫຍື້ອ ແລະ ລົດນ້ຳລ້າງຖະໜົນ ມີຈຳນວນພົນເກືອບ 100 ຄົນເຂົ້າຮ່ວມ ເຊິ່ງກິດຈະກຳດັ່ງກ່າວໄດ້ປະຕິບັດມາຫຼາຍອາທິດ ແລະ ຍັງຈະສືບຕໍ່ໄປເລື້ອຍໆ ເພື່ອເປັນການປຸກລະດົມປະຊາຊົນ ນວ ເຂົ້າຮ່ວມຂະບວນການອອກແຮງງານອະນາໄມເສັ້ນທາງຕ່າງໆພາຍໃນ ນວ ໂດຍສະເພາະ ເສັ້ນທາງສາຍຫຼັກໃຫ້ມີຄວາມສະອາດງາມຕາ.