ປະກາດການຈັດຕັ້ງຮອງເຈົ້າເມືອງ ແລະ ຫ້ອງການອ້ອມຂ້າງເມືອງປາກງື່ມ

ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ພິ­ທີ​ປະ­ກາດ​ຈັດ​ຕັ້ງ​ຮອງ​ເຈົ້າ­ເມືອງ ແລະ ຫ້ອງ­ການ​ອ້ອມ​ຂ້າງ ຂຶ້ນ​ວັນ​ທີ 28 ສິງ­ຫາ​ຜ່ານ​ມາ ໂດຍ​ແຕ່ງ­ຕັ້ງ​ທ່ານ ກອງ​ມີ ສີ​ສະ­ໝຸດ ຄະ­ນະ​ປະ­ຈຳ​ພັກ​ເມືອງ ເປັນ​ຮອງ​ເຈົ້າ ເມືອງ​ປາກ​ງື່ມ ແຕ່ງ­ຕັ້ງ​ທ່ານ ຕຸ້ຍ ສີ​ລິ​ວົງ ກຳ­ມະ­ການ​ພັກ​ເມືອງ ເປັນ​ຫົວ­ໜ້າ​ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ປາກ​ງື່ມ ທ່ານ ສີ​ທົນ ສີ​ວົງ​ໄຊ ກຳ­ມະ­ການ​ພັກ​ເມືອງ ເປັນ​ປະ­ທານ​ສະ­ຫະ­ພັນ​ກຳ­ມະ­ບານ​ເມືອງ​ປາກ​ງື່ມ ທ່ານ​ນາງ ຂັນ​ທອງ ສີ​ທາ ກຳ­ມະ­ການ​ພັກ​ເມືອງ ເປັນ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ​ປາກ​ງື່ມ ນອກ​ນີ້​ຍັງ​ໄດ້​ແຕ່ງ­ຕັ້ງ​ຮອງ​ຫົວ­ໜ້າ​ຫ້ອງ­ການ ຫົວ­ໜ້າ​ໜ່ວຍ​ງານ ແລະ ຮອງ​ຫົວ­ໜ້າ​ໜ່ວຍ​ງານ 12 ທ່ານ ຍິງ 4 ທ່ານ ຕື່ມ​ອີກ.

ທ່ານ ພົຈ ສີ​ພອນ ຈັນ​ສົມ​ວົງ ຄະ­ນະ​ປະ­ຈຳ​ພັກ ນວ ຫົວ­ໜ້າ​ການ­ເມືອງ ກອງ​ບັນ­ຊາ​ການ​ທະ­ຫານ ນວ ຜູ້​ຊີ້​ນຳ​ເມືອງ​ປາກ​ງື່ມ ໄດ້​ເນັ້ນ​ໃຫ້​ບັນ­ດາ​ທ່ານ​ທີ່​ໄດ້​ຮັບ​ການ​ຕົກ­ລົງ​ແຕ່ງ­ຕັ້ງ ແລະ ບັນ­ດາ​ກຳ­ມະ­ການ​ພັກ​ເມືອງ​ປາກ​ງື່ມ​ທຸກ​ທ່ານ ໃຫ້​ມີ​ສະ­ຕິ​ຕື່ນ​ຕົວ​ສູງ​ຕໍ່​ສະ­ພາບ​ການ​ທີ່​ມີ​ທັງ​ສິ່ງ​ທ້າ​ທາຍ​ທົດ​ສອບ​ຫຼາຍ​ປະ­ການ ແລະ ມີ​ສິ່ງ​ທີ່​ອຳ­ນວຍ​ຄວາມ​ສະ­ດວກ ເອົາ­ໃຈ­ໃສ່​ເຝິກ­ຝົນ​ຫຼໍ່​ຫຼອມ​ຕົນ​ເອງ ຍົກ​ລະ­ດັບ​ຄວາມ​ຮູ້-ຄວາມ​ສາ­ມາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ ເພື່ອ​ຮອງ​ຮັບ​ຄວາມ​ຕ້ອງ­ການ​ຂອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໃນ​ໄລ­ຍະ​ໃໝ່​ຂອງ​ເມືອງ​ປາກ​ງື່ມ ຈັດ​ຕັ້ງ​ປະ­ຕິ­ບັດ ແລະ ຜັນ​ຂະ­ຫຍາຍ​ມະ­ຕິ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ທີ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ປາກ​ງື່ມ​ໃຫ້​ປະ­ກົດ​ຜົນ­ສຳ­ເລັດ.

error: Content is protected !!