ເດືອນສິງຫາ 2020 ທົ່ວປະເທດມີຜູ້ເສຍຊີວິດຈາກອຸບັດເຫດເກືອບ 70 ຄົນ

ໂດຍ​ອີງ​ຕາມ​ຂໍ້​ມູນ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ ປະ­ຈຳ​ເດືອນ​ສິງ­ຫາ 2020 ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໃນ​ວັນ​ທີ 3 ກັນ­ຍາ 2020 ຊາບ​ວ່າ: ໃນ​ເດືອນ​ສິງ­ຫາ​ຜ່ານ​ມາ ທົ່ວ​ປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 586 ກໍ­ລະ­ນີ ມີ​ຄົນ​ເສຍ​ຊີ­ວິດ​ຈຳ­ນວນ 68 ຄົນ ທຽບ­ໃສ່​ເດືອນ​ກໍ­ລະ­ກົດ 2020 ການ​ເກີດ​ອຸ­ບັດ­ເຫດ​ແມ່ນ​ເພີ່ມ​ຂຶ້ນ 68 ກໍ­ລະ­ນີ ແຕ່​ມີ​ຜູ້​ເສຍ​ຊີ­ວິດ​ຫຼຸດ​ລົງ 7 ຄົນ ເຊິ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ມີ​ຜູ້​ເສຍ​ຊີ­ວິດ​ຫຼາຍ​ກວ່າ​ແຂວງ​ອື່ນໆ​ຄື 17 ຄົນ.

ຈາກ​ການ​ເກີດ​ອຸ­ບັດ­ເຫດ​ໃນ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພ​ທັງ​ໝົດ 1.043 ຄັນ ໃນ​ນີ້ ເປ່​ເພ​ເລັກ​ໜ້ອຍ 505 ຄັນ ສົມ­ຄວນ 516 ຄັນ ໃຊ້​ການ​ບໍ່​ໄດ້ 22 ຄັນ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 758 ຄົນ ໃນ​ນີ້ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ເລັກ​ໜ້ອຍ 363 ຄົນ ສົມ­ຄວນ 294 ຄົນ ສາ­ຫັດ 101 ຄົນ ແລະ ເສຍ​ຊີ­ວິດ​ທັງ​ໝົດ 68 ຄົນ ຍິງ 26 ຄົນ ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ທັງ​ໝົດ​ປະ­ມານ 6,9 ຕື້​ກີບ ເຊິ່ງ​ອຸ­ບັດ­ເຫດ​ສ່ວນ​ໃຫຍ່​ແມ່ນ​ເກີດ​ມາ​ຈາກ​ການ​ດື່ມ​ສິ່ງ​ມືນ​ເມົາ​ແລ້ວ​ຂັບ​ຂີ່ 141 ລາຍ ແລະ ໃຊ້​ຄວາມ​ໄວ​ເກີດ​ກຳ­ນົດ 129 ລາຍ.

ຕໍ່​ກັບ​ສະ­ພາບ​ການ​ດັ່ງ­ກ່າວ​ນີ້ ທຸກໆ​ຄົນ​ຕ້ອງ​ປ່ຽນ​ພຶດ­ຕິ​ກຳ​ຄືນ­ໃໝ່​ໃນ​ການ​ຂັບ​ຂີ່ ຕ້ອງ​ປະ­ຕິ­ບັດ​ຕາມ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ທາງ­ບົກ (ຄຳ​ສັ່ງ 06/ນຍ) ຢ່າງ​ເຂັ້ມ​ງວດ ໂດຍ​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ໃນ​ການ​ຄວບ​ຄຸມ​ຄວາມ​ໄວ ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ບໍ່​ຂັບ​ຂີ່​ລົດ ແລະ ອື່ນໆ ນອກ­ຈາກ​ນີ້ ຕ້ອງ​ຂັບ​ຂີ່​ຢ່າງ​ມີ​ມາ­ລະ­ຍາດ ມີ​ການ​ຜ່ອນ­ຜັນ ເຫັນ​ອົກ​ເຫັນ­ໃຈ​ເຊິ່ງ​ກັນ ແລະ ກັນ ຕ້ອງ​ຍອມ​ເສຍ​ສະ­ລະ ແລະ ປ່ອຍ​ສິດ​ໃຫ້​ແກ່​ກັນ ຖ້າ​ພວກ​ເຮົາ​ຫາກ​ປະ­ຕິ­ບັດ​ໄດ້​ຄື​ແນວ​ນີ້ ມັນ​ຈະ​ຊ່ວຍ​ຫຼຸດ­ຜ່ອນ​ອຸ­ບັດ­ເຫດ​ໄດ້​ຫຼາຍ​ສົມ­ຄວນ.

error: Content is protected !!