ວຽກທີ່ຫ້າມນຳໃຊ້ເດັກ ເພາະກົດໝາຍບໍ່ອະນຸຍາດ

    ຄົນ​ເຮົາ​ເມື່ອ​ເກີດ​ອອກ​ມາ​ຈາກ​ທ້ອງ​ແມ່ ເມື່ອ​ຍາມ​ເຕີບ​ໂຕ​ຂຶ້ນ​ມາ​ເປັນ​ບ່າວ ເປັນ​ສາວ​ສາ­ມາດ​ເພິ່ງ​ພາ​ຕົນ​ເອງ​ໄດ້ ກໍ​ຢາກ​ຊອກ​ຢູ່​ທຳ​ກິນ ຢາກ​ຫາ​ລ້ຽງ​ພໍ່ ລ້ຽງ​ແມ່​ຕາມ​ແບບ​ສະ­ບັບ​ຂອງ​ຄົນ­ຮູ້​ຈັກ​ບາບ​ບຸນ­ຄຸນ​ໂທດ ຢາກ​ຕອບ​ແທນ​ເຫື່ອ­ແຮງ​ຂອງ​ພໍ່​ແມ່​ຜູ້​ບັງ­ເກີດ​ເກົ້າ​ທີ່​ໄດ້​ລ້ຽງ ໄດ້​ເກືອ​ຕົນ​ເອງ​ມາ​ແຕ່​ນ້ອຍ​ຈົນ​ໃຫຍ່ ຈົນ​ສາ­ມາດ​ເພິ່ງ​ພາ​ຕົນ​ເອງ​ໄດ້ ຈຶ່ງ​ຢາກ​ຫາ​ທຸກ​ສິ່ງ ແລະ ເຮັດ​ທຸກ​ຢ່າງ​ເພື່ອ​ການ​ໄດ້​ມາ​ສິ່ງ​ຂອງ​ວັດ­ຖຸ ເຂົ້າ​ປາ​ອາ­ຫານ ເງິນ​ຄຳ ກຳ​ແກ້ວ ເຄື່ອງ­ນຸ່ງ​ຂອງ​ຖື ໃຫ້​ພໍ່​ແມ່​ໄດ້​ຢູ່​ດີ ໄດ້​ກິນ​ແຊບ ໄດ້​ນຸ່ງ​ອຸ່ນ ນຸ່ງ​ງາມ ໄດ້​ໃຊ້​ໄດ້​ຈ່າຍ​ນຳ​ບ້ານ​ນຳ​ເມືອງ​ເພິ່ນ ແຕ່​ຄວາມ​ກະ­ຕັນ­ຍູ​ຮູ້​ບຸນ­ຄຸນ​ເປັນ​ເລື່ອງ​ດີ​ທີ່​ທຸກ​ຄົນ​ມີ ຕ້ອງ​ໄດ້​ປະ­ຕິ­ບັດ ແຕ່​ຜູ້​ທີ່​ໄປ​ຊອກ​ວຽກ​ເຮັດ​ງານ​ທຳ​ຈຳ­ນວນ​ໜຶ່ງ​ກໍ​ຍັງ​ເປັນ​ເດັກ ຍັງ​ເປັນ​ໄວ​ໜຸ່ມ ຍັງ​ບໍ່​ຮູ້​ຮ້າຍ​ຮູ້​ດີ ບໍ່​ຮູ້​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ອັນ​ໃດ​ເຮັດ​ໄດ້​ອັນ​ໃດ​ເຮັດ​ບໍ່​ໄດ້ ອັນ​ໃດ​ກົດ­ໝາຍ​ອະ­ນຸ­ຍາດ ຫຼື ບໍ່​ອະ­ນຸ­ຍາດ ຊຶ່ງ​ກົດ­ໝາຍ​ບາງ​ວຽກ ບາງ​ງານ ກົດ­ໝາຍ​ກໍ​ບໍ່​ອະ­ນຸ­ຍາດ​ໃຫ້​ຜູ້​ໃຊ້​ແຮງ​ງານ​ນຳ​ໃຊ້​ແຮງ​ງານ​ເດັກ​ໄດ້​ຕາມ​ຈຸດ­ປະ­ສົງ ແລະ ຄວາມ​ຕ້ອງ­ການ​ຂອງ​ຕົນ​ເອງ​ໄດ້​ທັງ​ໝົດ ໃນ​ຄວາມ​ເປັນ​ຈິງ ກົດ­ໝາຍ​ວ່າ​ດ້ວຍ​ແຮງ​ງານ ກໍ​ໄດ້​ກຳ­ນົດ​ກ່ຽວ​ກັບ​ລະ­ບອບ​ການ​ອອກ­ແຮງ​ງານ ການ​ໃຊ້​ແຮງ​ງານ ສະ­ຖານ­ທີ່​ການ​ອອກ­ແຮງ​ງານ ວຽກ​ງານ​ທີ່​ອະ­ນຸ­ຍາດ​ໃຫ້​ເດັກ​ສາ­ມາດ​ເຮັດ​ໄດ້ ພ້ອມ​ດຽວ​ກັນ​ນີ້ ກົດ­ໝາຍ​ກໍ​ໄດ້​ໃຫ້­ການ​ປົກ​ປ້ອງ​ຄຸ້ມ​ຄອງ ກຳ­ລັງ​ແຮງ​ງານ​ຂອງ​ສັງ­ຄົມ​ເຫຼົ່າ​ນີ້​ໄວ້​ເປັນ​ຢ່າງ​ດີ​ໃຜ​ໃຊ້​ແຮງ​ງານ​ເກີນ​ຂອບ​ເຂດ ໃຊ້​ແຮງ​ງານ​ເກີນ​ຄວາມ​ສາ­ມາດ ໃຊ້​ແຮງ​ງານ​ເດັກ​ທີ່​ຍັງ​ບໍ່​ທັນ​ເຖິງ​ກະ­ສຽນ­ອາ­ຍຸ ໃຊ້​ແຮງ​ງານ​ເດັກ​ເຮັດ​ວຽກ​ບ່ອນ​ທີ່​ມີ​ຄວາມ​ສ່ຽງ ມີ​ຄວາມ​ເປັນ​ອັນ​ອັນ­ຕະ­ລາຍ ບ່ອນ​ທີ່​ເຮັດ​ກັບ​ສານ​ເຄ​ມີ ເຮັດ​ວຽກ​ບ່ອນ​ທີ່​ບໍ່​ມີ​ມາດ​ຕະ­ການ​ປ້ອງ​ກັນ ເຮັດ​ວຽກ​ບ່ອນ​ທີ່​ມີ​ການ​ໃຊ້​ກຳ­ລັງ​ໜັກ­ໜ່ວງ ສິ່ງ​ເຫຼົ່າ​ນີ້ ກົດ­ໝາຍ​ຫ້າມ ພ້ອມ​ທັງ​ມີ​ມາດ​ຕະ­ການ​ປົກ​ປ້ອງ​ເປັນ​ຢ່າງ​ດີ ສະ­ນັ້ນ ໃຜ​ກໍ​ຕາມ​ຫາກ​ໃຊ້​ແຮງ​ງານ​ເດັກ ຫຼື ເວົ້າ​ອີກ​ຢ່າງ​ໜຶ່ງ ແມ່ນ​ໃຊ້​ແຮງ​ງານ​ໄວ​ໜຸ່ມ ກົດ­ໝາຍ​ສາ­ມາດ​ເອົາ​ຄວາມ​ຜິດ​ໄດ້ ການ​ລະ­ເມີດ ຫຼື ການ​ໃຊ້​ແຮງ​ງານ​ໂດຍ​ບໍ່​ຖືກ­ຕ້ອງ​ທີ່​ວ່າ​ນີ້​ໄດ້​ກຳ­ນົດ​ໄວ້​ໃນ​ມາດ­ຕາ 176 ປະ­ມວນ​ກົດ­ໝາຍ​ອາ­ຍາ ຊຶ່ງ​ເນື້ອ​ໃນ​ໄດ້​ລະ­ບຸ​ໄວ້​ຄື​ແນວ​ນີ້: ບຸກ­ຄົນ​ຜູ້​ໃດ ຫາກ​ໄດ້​ຮັບ​ເອົາ​ເດັກ​ອາ­ຍຸ​ແຕ່ ສິບ​ສີ່​ປີ ຫາ​ຕ່ຳ​ກວ່າ ສິບ​ແປດ​ປີ ເຂົ້າ​ເຮັດ​ວຽກ ໃຫ້​ເຮັດ​ວຽກ​ໜັກ ຫຼື ວຽກ​ທີ່​ເປັນ​ອັນ­ຕະ­ລາຍ ຫຼື ວຽກ​ຢູ່​ສະ­ຖານ­ທີ່ ທີ່​ເປັນ​ອັນ­ຕະ­ລາຍ ໃຫ້​ເດັກ​ເຮັດ​ວຽກ​ເກີນ​ເວ­ລາ ຕາມ​ທີ່​ໄດ້​ກຳ­ນົດ​ໃນ​ກົດ­ໝາຍ​ແຮງ​ງານ ແລະ ລະ­ບຽບ​ການ​ທີ່​ກ່ຽວ­ຂ້ອງ ຫຼື ໃຊ້​ເດັກ​ໃນ​ການ​ສູ້​ຮົບ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ ສາມ​ເດືອນ​ຫາ​ໜຶ່ງ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ກີບ​ຫາ 15.000.000 ກີບ.

    ໃນ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ ຫາກ​ພາ­ໃຫ້​ມີ​ຄົນ​ບາດ­ເຈັບ​ສາ­ຫັດ ບາດ­ເຈັບ​ຫຼາຍ​ຄົນ ເສຍ​ອົງ­ຄະ ຫຼື ພິ­ການ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ ໜຶ່ງ​ປີ ຫາ ຫ້າ​ປີ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 7.000.000 ກີບ​ຫາ 30.000.000 ກີບ.

    ໃນ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ ຫາກ​ພາ­ໃຫ້​ມີ​ຄົນ​ເສຍ​ຊີ­ວິດ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ ຫ້າ​ປີ ຫາ ສິບ​ປີ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 10.000.000 ກີບ​ຫາ 50.000.000 ກີບ.

    ໃນ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ ຫາກ​ພາ­ໃຫ້​ມີ​ຄົນ​ເສຍ​ຊີ­ວິດ ແຕ່​ສອງ​ຄົນ​ຂຶ້ນ​ໄປ​ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ ແປດ​ປີ ຫາ ສິບ​ຫ້າ​ປີ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 20.000.000 ກີບ​ຫາ 100.000.000 ກີບ ດັ່ງ­ນັ້ນ ຜູ້​ທີ່​ຈະ​ຮັບ​ເອົາ​ຜູ້​ສະ­ໝັກ​ເຮັດ​ວຽກ ສະ­ໝັກ​ອອກ­ແຮງ​ງານ ເຖິງ​ແມ່ນ​ຈະ​ເປັນ­ຄວາມ​ພໍ­ໃຈ​ຂອງ​ເຂົາ​ກໍ​ຕາມ ແຕ່​ຜູ້​ທີ່​ຈະ​ອອກ­ແຮງ​ງານ​ຍັງ​ເປັນ​ເດັກ ສະ­ຖານ­ທີ່​ອອກ­ແຮງ​ງານ​ບໍ່​ເໝາະ​ສົມ ວຽກ​ທີ່​ຈະ​ໃຫ້​ເຂົາ­ເຈົ້າ​ເຮັດ​ມີ​ຄວາມ​ສ່ຽງ ມີ​ຄວາມ​ເປັນ​ອັນ­ຕະ­ລາຍ ແລະ ຈະ​ກະ­ທົບ​ຕໍ່​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ຮ່າງ­ກາຍ ຈະ​ເປັນ​ໄພ​ຕໍ່​ສຸ­ຂະ­ພາບ ຕໍ່​ຊີ­ວິດ​ກໍ​ບໍ່​ຄວນ​ຮັບ​ເອົາ ຫຼື ຮັບ​ເອົາ​ກໍ​ຕ້ອງ​ໃຫ້​ເຮັດ​ວຽກ​ທີ່​ກົດ­ໝາຍ​ອະ­ນຸ­ຍາດ​ໃຫ້​ເຂົາ​ເຮັດ​ໄດ້ ເທົ່າ​ນັ້ນ.

ໂດຍ: ໄມ້ງັດ

error: Content is protected !!