ກອງປະຊຸມການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2020 ຂອງໂຄງການຄົ້ນຄວ້າພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ ແລະ ແມ່ນ້ຳລ້ານຊ້າງ ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2020 ທີ່ໂຮງແຮມລາວພລາຊາ ນະຄອນ ຫຼວງວຽງຈັນ ເປັນປະທານຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີບັນດາຜູ້ຕາງໜ້າຈາກກະຊວງ ມະຫາວິທະຍາໄລ ສະຖາບັນ ທີ່ປຶກສາ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດບັນດາກິດຈະກຳຂອງໂຄງການທີ່ໄດ້ຮັບອະນຸມັດໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຈຸດສຸມໃນຕໍ່ໜ້າ ຂອງໂຄງການຊ່ວຍເຫຼືອຈາກກອງທຶນພິເສດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເພື່ອສະເໜີແຜນດຳເນີນໂຄງການໃໝ່ທີ່ໄດ້ຮັບການອະນຸມັດໂຄງການປີ 2020 (ໂຄງການແລກປ່ຽນບົດຮຽນກ່ຽວກັບໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ) ຮ່ວມກັບບັນດາປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ເພື່ອເປັນການແລກປ່ຽນຂໍ້ມູນ ຄຳຄິດຄຳເຫັນ ກ່ຽວກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຕິດພັນກັບການສົ່ງເສີມວຽກງານພັດທະນາສະຫະກອນ ແລະ ນະໂຍບາຍສະໜັບສະໜູນ.

