ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວ່າ: ການຈັດຕັ້ງປະຕິບັດໂຄງການໄຟເຍືອງທາງໃນ ນວ ທີ່ໄດ້ຮັບການຊ່ວຍລ້າຈາກລັດຖະບານ ສປ ຈີນ ໂດຍອີງໃສ່ສັນຍາຮ່ວມມືດ້ານເສດຖະກິດ ເຕັກນິກລະຫວ່າງລັດຖະບານ ສປປ ລາວ ແລະ ສປ ຈີນ ວ່າດ້ວຍການສະໜອງການຊ່ວຍເຫຼືອລ້າຈຳນວນ 1 ຕື້ຢວນ ເພື່ອນຳໃຊ້ເຂົ້າໃນການພັດທະນາລະບົບແສງສະຫວ່າງໃນ ນວ.

ໃນປີ 2016-2017 ທ່ານເຈົ້າຄອງ ນວ ໄດ້ຊີ້ນຳພະແນກພະລັງງານ ແລະ ບໍ່ແຮ່ ນວ ສ້າງແຜນໂຄງການກ່ຽວກັບການຄົ້ນຄວ້າ ການປະຕິຮູບລະບົບໄຟເຍືອງທາງແສງສະຫວ່າງສາທາລະນະຢູ່ ນວ ດັ່ງນັ້ນ ຈຶ່ງໄດ້ສຶກສາສຳຫຼວດວຽກງານດັ່ງກ່າວສຳເລັດໃນທ້າຍປີ 2017 ມາຮອດປີ 2018 ໄດ້ຂຽນບົດເພື່ອຊອກຫາແຫຼ່ງທຶນມາພັດທະນາ ຫຼັງຈາກສຳເລັດໂຄງການຄົ້ນຄວ້າ ການປະຕິຮູບລະບົບໄຟແສງສະຫວ່າງສາທາລະນະໃນ ນວ ພະແນກພະລັງງານ ແລະ ບໍ່ແຮ່ ນວ ໄດ້ຂຽນບົດສະເໜີໂຄງການຂໍການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ແລະ ໄດ້ຮັບການຕອບຮັບໃນທ້າຍປີ 2019 ມູນຄ່າ 300 ລ້ານຢວນ ເພື່ອໂຄງການຍົກລະດັບລະບົບໄຟຟ້າເຂດຊານເມືອງ ແລະ ສ່ວນໜຶ່ງໃນເຂດຕົວເມືອງຢູ່ ນວ ເຊິ່ງຝ່າຍຈີນໄດ້ສົ່ງທີມງານວິຊາການ ເຂົ້າມາກວດກາພາກສະໜາມຂອງໂຄງການຮ່ວມກັບຝ່າຍລາວ ນຳໂດຍພະແນກພະລັງງານ ແລະ ບໍ່ແຮ່ ຮ່ວມກັບບັນດາພະແນກການ ເມືອງຕ່າງໆໃນລະຫວ່າງເດືອນເມສາຫາພຶດສະພາ 2019.

ມາຮອດເດືອນພຶດສະພາ 2020 ທາງການຈຶ່ງໄດ້ຮັບແຈ້ງການຊ່ວຍເຫຼືອໄລຍະທີ 1 ໃນ 2 ໜ້າວຽກ ມູນຄ່າ 87,5 ລ້ານຢວນ ສຸມໃສ່ການປັບປຸງລະບົບນ້ຳພຸ ລະບົບໄຟເຍືອງສວນປະຕູໄຊ ແລະ ຍົກລະດັບລະບົບໄຟເຍືອງທາງໃນ 7 ເສັ້ນທາງເຂດໃຈກາງເມືອງຂອງ ນວ ປະກອບມີ:
1. ຖະໜົນລ້ານຊ້າງ ຍາວ 999 ແມັດ.
2. ຖະໜົນ 23 ສິງຫາ ແຕ່ປະຕູໄຊຫາວົງວຽນນ້ອຍຂ້າງເດີນທາດຫຼວງ.
3. ຖະໜົນໜອງບອນ ແຕ່ 4 ໄຟອຳນາດໜອງບອນ ຫາຖະໜົນ 23 ສິງຫາ ໄປຫາວົງວຽນ 450 ປີ.
4. ຖະໜົນໄກສອນພົມວິຫານ ແຕ່ວົງວຽນ 450 ປີ ກັບມາຮອດສວນປະຕູໄຊ.
5. ຖະໜົນມະໂຫສົດ ແຕ່ 3 ແຍກຫໍຄຳ ຫາໂຮງໝໍມະໂຫສົດ ຫາ 3 ແຍກຕາຝັ່ງເຈື່ອນແຄມຂອງ.
6. ຖະໜົນຕາຝັ່ງເຈື່ອນ ແຕ່ 3 ແຍກຂ້າງສວນເຈົ້າອະນຸວົງ ຫາວົງວຽນປາກປາສັກ.
7. ຖະໜົນເສດຖາທິລາດ ແຕ່ວົງວຽນປາກປ່າສັກ ຫາ 4 ແຍກມະໂຫສົດ.

ໃນຈຳນວນ 7 ເສັ້ນທາງນີ້ ນັບແຕ່ເສັ້ນທາງເບີ 1 ຫາເບີ 5 ຈະໄດ້ປັບປຸງລະບົບດ້ວຍການປ່ຽນລະບົບໄຟເຍືອງທາງໃໝ່ ແລະ ຈະເອົາລະບົບສາຍໄຟເຍືອງທາງລົງໃຕ້ດິນ ສ່ວນເສັ້ນທາງເບີ 6 ແລະ ເບີ 7 ຈະປັບປຸງໂດຍໃຊ້ລະບົບສາຍໄຟເກົ່າ ໂຄງການດັ່ງກ່າວຈະຕ້ອງເຮັດໃຫ້ສຳເລັດລະບົບນ້ຳພຸ ສວນປະຕູໄຊ ເສັ້ນທາງເບີ 1 ແລະ ເບີ 4 ຊ່ວງວົງວຽນ 450 ປີ ຫາປະຕູໄຊ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ຄາດວ່າຈະເລີ່ມຈັດຕັ້ງປະຕິບັດວຽກກໍ່ສ້າງຢູ່ພາກສະໜາມໃນກາງເດືອນກັນຍານີ້ເປັນຕົ້ນໄປ.
ພາຍຫຼັງໂຄງການສຳເລັດ ຈະເຮັດໃຫ້ ນວ ມີໃບໜ້າໃໝ່ ພ້ອມທັງເປັນການຈັດຕັ້ງປະຕິບັດ 6 ສ ຂອງ ນວ ວາງອອກ ໂດຍສະເພາະແມ່ນ ສ ສະຫວ່າງໃຫ້ໄດ້ຮັບຜົນສຳເລັດ ພ້ອມທັງອຳນວຍຄວາມສະດວກ ສະບາຍໃນການທຽວໄປມາດ້ວຍຄວາມປອດໄພ ຫຼຸດຜ່ອນການເກີດອຸບັດເຫດ ເປັນການປະດັບປະດາເອ້ຢ້ອງໃຫ້ແກ່ ນວ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ນວ ໃຫ້ຫຼາຍຂຶ້ນ ແລະ ສະແດງໃຫ້ເຫັນສິ່ງທີ່ເດັ່ນໃນການພັດທະນາ ສ້າງສາປະເທດຊາດຕະຫຼອດໄລຍະ 45 ປີຜ່ານມາ.