ຕະຫຼາດກຳແພງເມືອງ ຕິດພັນກັບຮ່ອງຮອຍປະຫວັດສາດ

ທ່ານ ນາງ ຄຳ ນັດ​ສຸ​ລິດ ເຈົ້າ​ຂອງ​ຕະ­ຫຼາດ​ກຳ­ແພງ​ເມືອງ ໃຫ້​ສຳ­ພາດ​ວັນ​ທີ 3 ກັນ­ຍາ 2020 ວ່າ: ຕະ­ຫຼາດ​ກຳ­ແພງ​ເມືອງ ມີ​ສະ­ຖານ­ທີ່​ຕັ້ງ​ຢູ່​ຖະ­ໜົນ​ກຳ­ແພງ​ເມືອງ ບ້ານ​ໜອງ​ໄຮ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ເນື້ອ­ທີ່ 19.000 ຕາ​ແມັດ.

ກ່ອນ​ຈະ​ມາ​ເຮັດ​ຕະ­ຫຼາດ ກໍ​ຍ້ອນ​ໃຈ​ມັກ​ຮັກ ຍ້ອນ​ຜ່ານ​ມາ​ກໍ​ເຄີຍ​ເປັນ​ແມ່​ຄ້າ ແລະ ອີກ​ຢ່າງ​ໜຶ່ງ​ກໍ​ຍ້ອນ​ຢາກ​ແກ້​ໄຂ​ການ​ຂາຍ­ເຄື່ອງ​ຊະ­ຊາຍ​ຕາມ​ແຄມ​ທາງ​ເຂດ​ບ້ານ​ໜອງ​ໄຮ ຢາກ​ໃຫ້​ບ້ານ​ໜອງ​ໄຮ່​ມີ​ຕະ­ຫຼາດ​ເປັນ​ຂອງ​ຕົນ​ເອງ ແລະ ຜ່ານ​ມາ ປະ­ຊາ­ຊົນ​ບ້ານ​ໜອງ​ໄຮ​ໄດ້​ມາ​ຂາຍ­ເຄື່ອງ​ຢູ່​ດິນ​ເປົ່າ​ຫວ່າງ​ນີ້ ຖື​ວ່າ​ມີ​ການ​ຄ້າ­ຂາຍ​ຢູ່​ຈຸດ​ນີ້​ກ່ອນ ຈຶ່ງ​ເກີດ​ມີ​ຕະ­ຫຼາດ​ມາ​ຕາມ​ຫຼັງ ແລະ ຈຸດ​ພິ­ເສດ​ຂອງ​ຕະ­ຫຼາດ​ແຫ່ງ​ນີ້ ຢູ່​ດ້ານ​ຫຼັງ​ຕະ­ຫຼາດ​ມີ​ກຳ­ແພງ​ເມືອງ​ວຽງ​ຈັນ ແລະ ໃນ​ຕະ­ຫຼາດ​ມີ​ກົກ​ໄຮ​ໃຫຍ່​ທີ່​ເປັນ​ຮົ່ມ ໂດຍ​ລວມ​ແລ້ວ ຊື່​ຕະ­ຫຼາດ​ກຳ­ແພງ​ເມືອງ​ແມ່ນ​ຕິດ​ພັນ​ກັບ​ປະ­ຫວັດ­ສາດ​ຂອງ​ຊາດ​ລາວ​ເຮົາ.

ຕະ­ຫຼາດ​ແຫ່ງ​ນີ້​ໄດ້​ເລີ່ມ​ສ້າງ​ມາ​ແຕ່​ປີ 2018 ແລະ ສຳ­ເລັດ​ສົມ­ບູນ ພ້ອມ​ເປີດ​ບໍ­ລິ­ການ​ເດືອນ​ກຸມ­ພາ 2020 ໄລ­ຍະ 4 ເດືອນ​ທຳ​ອິດ ເຈົ້າ​ຂອງ​ຕະ­ຫຼາດ​ບໍ່​ໄດ້​ເກັບ​ຄ່າ​ເຊົ່າ ແລະ ຄ່າ​ອື່ນໆ​ນຳ​ແມ່​ຄ້າ ແລະ ມາ​ຮອດ​ປັດ­ຈຸ­ບັນ ນະ​ໂບ​ຍາຍ​ຍັງ​ມີ ຄື​ບໍ່​ເກັບ​ຄ່າ​ຝາກ​ລົດ­ຈັກ​ລົດ​ໃຫຍ່​ນຳ​ແມ່​ຄ້າ ແລະ ຜູ້​ມາ​ຊື້​ເຄື່ອງ ຕະ­ຫຼາດ​ເປີດ​ແຕ່ 5-20:30 ໂມງ ເຊິ່ງ​ການ​ຄ້າ­ຂາຍ​ມີ​ຂາຍ­ເຄື່ອງ​ກິນ​ສຸກ ພືດ​ຜັກ ຊິ້ນ​ປາ ໝາກ​ໄມ້ ກໍ​ຄື​ເຄື່ອງ​ບໍ­ລິ­ໂພກ-ອຸ­ປະ­ໂພກ​ຕ່າງໆ ລາ­ຄາ​ຄື​ກັບ​ຕະ­ຫຼາດ​ທົ່ວ​ໄປ.

error: Content is protected !!