ພົບມັລແວຣ໌ Android ຕົວໃໝ່ ທີ່ຈອບລັກລະຫັດທະນາຄານ ແລະ ລະຫັດສອງຊັ້ນໂດຍສະເພາະ

ສຳ­ລັບ​ຜູ້​ໃຊ້​ງານ​ສະ­ມາດ​ໂຟນ Android ກໍ​ຕ້ອງ​ລະ­ວັງ​ຕົວ​ກັນ​ເພີ່ມ​ແດ່ ຫຼ້າ​ສຸດ​ສື່​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ ຕອນ​ນີ້​ມີມັລ​ແວຣ໌ຕົວ​ໃໝ່​ທີ່​ຊື່­ວ່າ “EventBot” ຊຶ່ງ​ເປັນ​ມັລ​ແວຣ໌ທີ່​ຈອບ​ລັກ​ຂໍ້​ມູນ​ຈາກ​ແອັບ​ທະ­ນາ­ຄານ ເຊັ່ນ ລະ­ຫັດ​ຜ່ານ ລວມ​ເຖິງ​ລະ­ຫັດ​ສອງ​ຊັ້ນ ຫຼື Two-Factor Authentiation ແລະ ລະ­ຫັດ​ກະ​ເປົ໋າ​ເງິນ​ດິ​ຈິ​ຕອນ​ດ້ວຍ.

ອ້າງ​ອີງ​ຈາກ Micky ນັກ​ວິ­ໄຈ​ຈາກ​ບໍ­ລິ­ສັດ​ດ້ານ​ຄວາມ​ປອດ​ໄພ Cybereason ໄດ້​ເຕືອນ​ຜູ້​ໃຊ້​ງານ Android ທຸກ​ຄົນ​ໃຫ້​ລະ​ວັງ​ມັລ​ແວຣ໌ທີ່​ຊື່­ວ່າ “EventBot” ມັນ​ສາ­ມາດ​ປອມ​ຕົວ​ເປັນ​ແອັບ​ທີ່​ໄດ້​ຮັບ​ຄວາມ​ນິ­ຍົມ​ຢ່າງ Adobe Flash ຫຼື​ແມ່ນ​ແຕ່ Microsoft Word ເປັນ­ຕົ້ນ.

ມັລ​ແວຣ໌​ດັ່ງ­ກ່າວ ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ລັກ​ຂໍ້​ມູນ​ທາງ​ການ​ເງິນ​ຈາກ​ແອັບ​ພລິ​ເຄ​ຊັນ​ກຸ່ມ​ທະ­ນາ­ຄານ ເຊັ່ນ: Revolut TransferWise CoinBase CapitalOne Barclays ແລະ PayPal ນັ້ນ​ໝາຍ​ຄວາມ​ວ່າ ຜູ້​ໃຊ້​ງານ​ສະ­ມາດ​ໂຟນ Android ທີ່​ເນັ້ນ​ເຮັດ​ທຸ­ລະ​ກຳ​ທາງ​ການ​ເງິນ​ເທິງ​ມື​ຖື ​ກໍ​ຕ້ອງ​ລະ­ວັງ​ຕົວ​ກັນ​ດ້ວຍ.

TechCrunch ລາຍ​ງານ​ວ່າ ເມື່ອມັລ​ແວຣ໌​ດັ່ງ­ກ່າວ​ຖືກ​ຕິດ​ຕັ້ງ​ລົງ​ເທິງ​ເຄື່ອງ​ແລ້ວ ມັນ​ຈະ​ປອມ​ເປັນ​ແອັບ​ພລິ​ເຄ​ຊັນ​ອື່ນໆ ແລະ ຄອຍ​ຈອບ​ລັກ​ຂໍ້​ມູນ​ຈາກ​ແອັບ​ທາງ​ການ​ເງິນ​ຕ່າງໆ​ໃນ​ເຄື່ອງ ລວມ​ເຖິງ​ລະ­ຫັດ​ຢືນ­ຢັນ​ຕົວ​ຕົນ​ສອງ​ຊັ້ນ ຫຼື Two-Factor Authentication ເພື່ອ​ນຳ­ໄປ​ໃຊ້​ໃນ​ຂະ​ບວນ​ການ​ອື່ນໆ​ອີກ​ດ້ວຍ.

ທີ່​ໜ້າ​ຢ້ານ​ກວ່າ​ນັ້ນ ຄື​ແຮັກ​ເກີ​ທີ່​ສ້າງ​ມັນ​ຂຶ້ນ​ມາ ໄດ້​ຂຽນ​ໂຄ້ດ​ໃຫ້​ມັລ​ແວຣ໌​ສາ­ມາດ​ພັດ­ທະ­ນາ​ຕົວ​ເອງ​ຂຶ້ນ​ມາ​ໄດ້​ອີກ​ດ້ວຍ.

error: Content is protected !!