ເບິ່ງບ້ານເຂົາເອົາບົດຮຽນ 25-03-2020

    ຄໍ​ລຳ​ປະ­ຈຳ​ວັນ​ນີ້ ຂໍ​ເລີ່ມ​ຈາກ​ຂ່າວ​ການ​ລະ­ເມີດ​ທາງ​ເພດ​ຕໍ່​ເດັກ​ຍິງ​ໃນ​ມາ​ເລ​ເຊຍ ບັນ­ຫາ​ທີ່​ຊາວ​ນະ­ຄອນ­ຫຼວງ​ຈາ​ກາ​ຕາ ອິນ​ໂດ​ເນ​ເຊຍ ໄດ້​ປະ​ເຊີນ​ມາ​ຫວ່າງ​ບໍ່​ດົນ​ມາ​ນີ້ ແລະ ເລື່ອງ​ແຜນ­ການ​ໂຮມ​ຕົວ​ເມືອງ ແລະ ຕາ­ແສງ​ໃນ​ຫວຽດ­ນາມ.

    ທີ່ ມາ​ເລ​ເຊຍ: ຂ່າວ​ເສົ້າ​ຈາກ​ມາ​ເລ​ເຊຍ (ວຽງ​ຈັນ​ທາມ 31 ມັງ­ກອນ 2020) ເມື່ອ​ເດືອນ 3 ເດືອນ​ຜ່ານ​ມາ​ໃຫ້​ຮູ້​ວ່າ: ຊາຍ​ນັກ​ຟ້ອນ​ສິງ­ໂຕ​ຄົນ​ໜຶ່ງ ອາ­ຍຸ 41 ປີ  ໄດ້​ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈັບ​ກຸມ​ມາ​ດຳ­ເນີນ​ຄະ­ດີ ຖານ​ໄດ້​ລົງ­ມື​ຂົ່ມ­ຂືນ​ຝືນ​ໃຈ​ເດັກ​ສາວ​ນັກ­ຮຽນ ມ2 ອາ­ຍຸ​ພຽງ 14 ປີ ການ​ສອບ​ສວນ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ: ສາວ​ນ້ອຍ​ຜູ້​ຕົກ​ເປັນ​ເຫຍື່ອ​ຄວາມ​ຮຸນ​ແຮງ​ທາງ​ເພດ​ຄັ້ງ​ນີ້ ໄດ້​ຕິດ­ຕາມ​ນັກ​ຟ້ອນ​ຊາຍ​ໄປ​ເວ­ທີ ເຊິ່ງ​ເປັນ​ເດີ່ນ​ສະ­ແດງ “ຟ້ອນ​ສິງ­ໂຕ” ເພື່ອ​ພົບ​ປະ​ເວົ້າ​ຈາ​ກັນ​ສອງ­ຕໍ່­ສອງ ຈາກ​ນັ້ນ ເຫດ­ການ​ທີ່​ບໍ່​ຄາດ​ຝັນ​ກໍ​ເກີດ​ຂຶ້ນ (ໃນ​ວັນ​ທີ 30/1/2020) ຜູ້​ທີ່​ເປັນ​ເຈົ້າ​ການ​ລາຍ​ງານ​ເລື່ອງ​ນີ້​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຊາບ ກໍ​ຄື ແມ່­ຄີງ​ຂອງ​ສາວ​ນ້ອຍ​ຜູ້​ເຄາະ​ຮ້າຍ​ນັ້ນ​ເອງ ເຫດ​ຮ້າຍ​ເທື່ອ​ນີ້​ເກີດ​ຂຶ້ນ​ຢູ່​ເຂດ ເອັມ​ມາ ຟອດ ກາ​ໂນ​ວິດ (Emma Fort Kanowit) ຊີ​ບູ ເຖິງ​ຈະ​ບໍ່​ມີ​ລາຍ​ລະ­ອຽດ​ວ່າ ເປັນ ຫຍັງ​ສາວ​ນ້ອຍ​ຄົນ​ນີ້​ຈຶ່ງ​ຕິດ­ຕາມ​ພົບ​ຊາຍ​ນັກ​ຟ້ອນ​ຄົນ​ນີ້ ແຕ່​ກໍ​ພໍ​ຄາດ​ອອກ​ວ່າ ສາວ​ນ້ອຍ​ອາດ​ຕິດ​ໃຈ​ໃນ​ມົນ​ສະ­ເໜ​ການ­ສະ­ແດງ​ຂອງ​ຊາຍ​ຜູ່​ກໍ​ເຫດ​ກໍ​ເປັນ​ໄດ້.

    ທີ່ ອິນ​ໂດ​ເນ​ເຊຍ: ຂ່າວ​ໃນ​ໄລ­ຍະ​ຫຼັງໆ​ຈາກ​ອິນ​ໂດ​ເນ​ເຊຍ ທີ່​ຫຼາຍ​ຄົນ​ໃຫ້​ຄວາມ​ສົນ­ໃຈ ກໍ​ຄື ແຜນ­ການ​ຍ້າຍ​ນະ­ຄອນ­ຫຼວງ​ຈາ​ກາ​ຕາ ໄປ​ຢູ່​ແຫ່ງ​ໃໝ່ ຍ້ອນ​ວ່າ​ນະ­ຄອນ­ຫຼວງ​ແຫ່ງ​ນີ້​ໄດ້​ປະ​ເຊີນ​ກັບ​ຫຼາຍ​ບັນ­ຫາ​ຊຳ​ເຮື້ອ​ແກ້​ບໍ່​ຕົກ ເຊັ່ນ: ສະ­ພາບ​ແອ​ອັດ ການ​ຈະ­ລາ­ຈອນ​ຕິດ​ຂັດ ອາ­ກາດ​ເປັນ​ພິດ  ບັນ­ຫາ​ນ້ຳ​ຖ້ວມ​ອັ່ງ​ຂັງ​ຍ້ອນ​ບາງ​ພື້ນ​ທີ່​ຂອງ​ນະ­ຄອນ­ຫຼວງ​ເກີດ​ຍຸບ​ຕົວ​ລົງ ດ້ວຍ​ເຫດ​ນີ້​ເອງ ທາງ​ການ​ຂອງ​ປະ­ເທດ​ນີ້​ຈຶ່ງ​ໄດ້​ຂຶ້ນ​ແຜນ​ຍ້າຍ​ນະ­ຄອນ­ຫຼວງ​ໄປ​ຕັ້ງ​ຢູ່​ເຂດ​ອື່ນ ມີ​ຄວາມ​ປອດ​ໄພ​ກວ່າ ຫວ່າງ​ບໍ່​ດົນ​ມາ​ນີ້ (ວຽງ​ຈັນ​ທາມ 17 ມັງ­ກອນ 2020) ກໍ​ມີ​ຂ່າວ​ເລື່ອງ​ຝູງ​ງູ​ເຫົ່າ​ອອກ​ມາ​ອາ​ລະ​ວາດ​ໃນ​ຄຸ້ມ​ຢູ່​ອາ­ໄສ​ໃນ​ເຂດ​ໜຶ່ງ​ຂອງ​ນະ­ຄອນ­ຫຼວງ ຈາກ​ນັ້ນ ກໍ​ຕໍ່​ໃສ່ ບັນ­ຫາ​ແຕກ​ຕື່ນ​ຢູ່​ເຂດ​ເກຼດ​ເຕີ ຈາ​ກາ​ຕາ (Greater Jakarta) ຍ້ອນ​ຖືກ​ກອງ­ທັບ​ແມງ​ບົ້ງ​ຍັກ​ອອກ​ມາ​ອາ​ລະ​ວາດ ບົ້ງ​ທີ່​ເອີ້ນ​ໃນ​ພາ­ສາ​ອັງ­ກິດ​ວ່າ​ຄາ​ເຕີ​ປິ​ລາ (Caterpillar) ນີ້​ມີ​ພິດ​ຮ້າຍ​ແຮງ ໃຜ​ຖືກ​ມັນ​ດາດ​ກໍ​ຈະ​ກາຍ­ເປັນ​ຕຸ່ມ​ໂພງ​ຄັນ​ໄປ​ທົ່ວ​ຜືນ​ໜັງ ຂ່າວ​ບອກ​ວ່າ ຜູ້​ທີ່​ຖືກ​ແມງ​ບົ້ງ​ຊະ­ນິດ​ນີ້​ດາດ​ນັ້ນ​ບໍ່​ໄດ້​ໄປ​ໂຮງ­ພະ­ຍາ­ບານ ມີ​ພຽງ​ແຕ່​ໃຊ້​ຢາ​ທາ​ເພື່ອ​ບັນ­ເທົາ​ຄວາມ​ຄັນ.

    ທີ່ ຫວຽດ­ນາມ: ຂ່າວ​ຕ່າງ­ປະ­ເທດ​ໃນ​ອາ­ທິດ​ທີ 1 ເດືອນ​ມັງ­ກອນ​ປີ​ນີ້ ໃຫ້​ຮູ້​ວ່າ: ທາງ​ການ​ຫວຽດ­ນາມ ໄດ້​ກຳ­ນົດ​ເປັນ​ເປົ້າ​ໝາຍ​ໂຮມ​ບັນ­ດາ​ຫົວ­ໜ່ວຍ​ການ​ປົກ­ຄອງ​ຂັ້ນ​ເມືອງ ແລະ ຕາ­ແສງ​ຂອງ​ບາງ​ແຂວງ ນະ­ຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ​ເຂົ້າ­ກັນ ກ່ຽວ​ກັບ​ບັນ­ຫາ​ນີ້ ທ່ານ ອວງ​ຈູ​ລິວ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ​ຫວຽດ­ນາມ ໄດ້​ກ່າວ​ວ່າ ແຜນ­ການ​ເຕົ້າ­ໂຮມ​ຫົວ­ໜ່ວຍ​ການ​ປົກ­ຄອງ​ຂັ້ນ​ເມືອງ ແລະ ຕາ­ແສງ​ເຂົ້າ­ກັນ ຕ້ອງ​ຮັບ­ປະ­ກັນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ ຄວາມ​ປອດ​ໄພ ຊີ­ວິດ​ການ​ເປັນ​ຢູ່ ແລະ ການ​ຜະ­ລິດ ຄວາມ​ສາ­ມັກ­ຄີ​ຂອງ​ປະ­ຊາ­ຊົນ​ໃຫ້​ດີ​ຂຶ້ນ ແລະ ສຳ­ຄັນ​ແມ່ນ​ຕ້ອງ​ສາ­ມາດ​ຫຼີກ​ລ່ຽງ​ສະ­ພາບ​ການ​ຟຸມ​ເຟືອຍ.

error: Content is protected !!