ຟ້າໃຫຍ່ມີເດຍ ແລະ ຕຣີເພັດ ອີຊູຊຸເຊວສ໌ ອວຍພອນໜັງສືພິມວຽງຈັນໃໝ່

ທ່ານ ນາງ ນັດ​ທະ​ອອນ ມະ​ຫິດ​ຖິ​ກຸນ ກຳ­ມະ­ການ​ຜູ້​ຈັດ­ການ​ບໍ­ລິ­ສັດ ຟ້າ​ໃຫຍ່​ມີ​ເດຍ (BigBlue Agency) ແລະ ທ່ານ​ນາງ ວາ­ລະ​ນີ ອິນ​ສີ​ຊຽງ​ໃໝ່ ພະ­ນັກ­ງານ​ບໍ­ລິ­ຫານ ແລະ ການ​ຕະ­ຫຼາດ​ປະ­ຊາ­ສຳ­ພັນ​ຂັ້ນ​ອາ­ວຸ­ໂສ ບໍ­ລິ­ສັດ ຕຣີ​ເພັດ ອີ​ຊູ​ຊຸ​ເຊວສ໌ ຈຳ­ກັດ ພ້ອມ​ຄະ­ນະ ໄດ້​ເຂົ້າ​ອວຍ­ພອນ​ທ່ານ​ນາງ ແກ້ວ​ຊ້ອນ ຈັນ­ທະ​ນາມ ຫົວ­ໜ້າ​ບັນ­ນາ­ທິ­ການ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ພ້ອມ​ດ້ວຍ​ຄະ­ນະ ວັນ​ທີ 2 ກັນ­ຍາ 2020 ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ຄົບ­ຮອບ 45 ປີ (1/9/1975-1/9/2020) ແລະ ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ແລະ ການ​ພິມ​ຈຳ­ໜ່າຍ​ຄົບ­ຮອບ 70 ປີ (13/8/1950-13/8/2020).

ທ່ານ ນັດ​ທະ​ອອນ ມະ​ຫິດ​ຖິ​ກຸນ ໄດ້​ຕາງ­ໜ້າ​ໃຫ້​ທັງ​ສອງ​ບໍ­ລິ­ສັດ ກ່າວ​ຄຳ​ອວຍ­ພອນ ແລະ ສະ­ແດງ​ຄວາມ​ຊົມ­ເຊີຍ​ມາ​ຍັງ​ຄະ­ນະ​ບັນ­ນາ­ທິ­ການ ແລະ ພະ­ນັກ­ງານ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ທີ່​ໄດ້​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ວິ­ຊາ​ສະ­ເພາະ​ຂອງ​ຕົນ ສາ­ມາດ​ຍາດ​ໄດ້­ຜົນ​ງານ​ອັນ​ພົ້ນ​ເດັ່ນ​ຫຼາຍ​ດ້ານ​ໃນ​ຜ່ານ​ມາ ທີ່​ເປັນ​ສື່​ສິ່ງ​ພິມ​ໜຶ່ງ​ທີ່​ມີ​ຊື່​ສຽງ​ຢູ່​ໃນ​ອັນ​ດັບ​ຕົ້ນໆ ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ກົດ­ໝາຍ​ຂອງ​ລັດ ແລະ ຂໍ້​ມູນ​ຂ່າວ­ສານ​ຕ່າງໆ​ໃຫ້​ສັງ­ຄົມ ກໍ​ຄື​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ຮູ້​ຢ່າງ​ກວ້າງ­ຂວາງ ໂດຍ​ສະ­ເພາະ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ນາມ​ເປັນ​ກະ­ບອກ​ສຽງ​ຂອງ​ອົງ­ຄະ​ນະ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ.

ໂອ­ກາດ​ນີ້ ທ່ານ ນາງ ແກ້ວ​ຊ້ອນ ຈັນ­ທະ​ນາມ ໄດ້​ຕາງ­ໜ້າ​ໃຫ້​ຄະ­ນະ​ບັນ­ນາ­ທິ­ການ ແລະ ພະ­ນັກ­ງານ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ບໍ­ລິ­ສັດ ຟ້າ​ໃຫຍ່​ມີ​ເດຍ ແລະ ບໍ­ລິ­ສັດ ຕຣີ​ເພັດ ອີ​ຊູ​ຊຸ​ເຊວສ໌ ຈຳ­ກັດ ທີ່​ມາ​ອວຍ­ພອນ​ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ­ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ­ແພງ ຄວາມ​ສາ­ມັກ­ຄີ​ລະ­ຫວ່າງ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ແລະ ຜູ້​ປະ­ກອບ​ການ​ທຸ­ລະ​ກິດ ທີ່​ໄດ້​ສະ­ໜອງ​ຂໍ້​ມູນ ຂ່າວ­ສານ ແລະ ໂຄ­ສະ­ນາ​ຕ່າງໆ​ລົງ​ໜ້າ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ໂດຍ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ­ໂຫຍດ ແລະ ໃນ​ອະ­ນາ­ຄົດ ຫວັງ​ວ່າ​ທັງ​ສອງ​ບໍ­ລິ­ສັດ ຈະ​ສືບ­ຕໍ່​ໃຫ້­ການ​ສະ­ໜັບ­ສະ­ໜູນ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ຕື່ມ​ອີກ.

error: Content is protected !!