ສະພາບການລະບາດຂອງພະຍາດ COVID-19 ໄດ້ເຮັດໃຫ້ຫຼາຍຂະແໜງການໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໃນນີ້ ຂະແໜງຕັດຫຍິບກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ໂດຍສະເພາະການສົ່ງອອກສິນຄ້າ.
ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ໃຫ້ສຳພາດບໍ່ດົນມານີ້ວ່າ: ສະມາຄົມອຸດສາຫະກຳຕັດຫຍິບລາວ ປະກອບມີ 50 ກວ່າໂຮງງານ ນັບແຕ່ເດືອນເມສາ ຫາເດືອນມິຖຸນາຫຼາຍໂຮງງານຕັດຫຍິບໄດ້ຢຸດການຜະລິດຊົ່ວຄາວ ສຳລັບໂຮງງານທີ່ຈະໄດ້ສືບຕໍ່ຜະລິດ ຕ້ອງເປັນໂຮງງານທີ່ນອນໃນເງື່ອນໄຂທີ່ລັດຖະບານກຳນົດໄວ້.

ໃນຕົ້ນເດືອນພຶດສະພາ ໂຮງງານຈຳນວນໜຶ່ງໄດ້ຮັບອະນຸຍາດສືບຕໍ່ດຳເນີນກິດຈະການ ມາຮອດຕົ້ນເດືອນກໍລະກົດ ໄດ້ມີຫຼາຍໂຮງງານທະຍອຍເປີດ ເພື່ອຜະລິດເຄື່ອງສົ່ງຕາມການສັ່ງຈອງຂອງຕະຫຼາດການຄ້າ ໃນເດືອນເມສາ ຫາ ກໍລະກົດ ພາຍຫຼັງຜະລິດຕາມການສັ່ງຈອງເກົ່າ (ເດືອນ 4-7) ໝົດ ກໍໄດ້ຢຸດການຜະລິດຊົ່ວຄາວອີກ ເນື່ອງຈາກວ່າບໍ່ມີການສັ່ງຈອງໃໝ່ເຂົ້າມາ ຈົນມາຮອດເດືອນສິງຫາກໍຍັງບໍ່ໄດ້ຜະລິດຢ່າງເຕັມສ່ວນ ເນື່ອງຈາກວ່າຄວາມຕ້ອງການຂອງຕະຫຼາດຫຼຸດລົງ ບາງໂຮງງານໄດ້ຢຸດການຜະລິດຊົ່ວຄາວ ບາງໂຮງງານກໍຜະລິດພຽງແຕ່ 50-60% ປັດຈຸບັນ ຍັງລໍຖ້າການສັ່ງຈອງຈາກຕະຫຼາດຕ່າງປະ ເທດ ສ່ວນພາຍໃນປະເທດ ຍັງຢູ່ໃນຂັ້ນຕອນການເຈລະຈາ ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຕະຫຼາດພາຍໃນໃຫ້ຫັນມາຊົມໃຊ້ຜະລິດຕະພັນພາຍໃນ (ເຄື່ອງນຸ່ງຫົ່ມ) ໃຫ້ຫຼາຍຂຶ້ນ ເພື່ອຊ່ວຍໃຫ້ຂະແໜງການຕັດຫຍິບມີຕະຫຼາດຈຳໜ່າຍ ແລະ ຊ່ວຍໃຫ້ປະຊາຊົນລາວມີວຽກເຮັດງານທຳ ປັດຈຸບັນ ມີຫຼາຍກວ່າ 20 ໂຮງງານເລີ່ມຂໍເງິນອູດໜູນວ່າງງານຕ່າງໆຈາກປະກັນສັງຄົມ.
ໄລຍະເດືອນເມສາ ຫາ ເດືອນມິຖຸນາ 2020 ແມ່ນບໍ່ສາມາດສ້າງລາຍຮັບຈາກການສົ່ງເຄື່ອງໄປຍັງຕະຫຼາດຕ່າງປະເທດໄດ້ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສາມາດສ້າງລາຍຮັບໄດ້ປະມານ 20-30 ລ້ານໂດລາສະຫະລັດ ປັດຈຸບັນ ຕະຫຼາດຕ່າງປະເທດແມ່ນຢຸດການສັ່ງຊື້ເຄື່ອງຈາກປະເທດລາວ ໄລຍະຜ່ານມາ ການຜະລິດສິນຄ້າຂອງບັນດາໂຮງງານຕັດຫຍິບລາວແມ່ນສົ່ງອອກຕ່າງປະເທດເກືອບ 99% ພາຍຫຼັງມີການລະບາດຂອງພະຍາດດັ່ງກ່າວ ບັນດາສະມາຊິກລ້ວນແລ້ວແຕ່ໄດ້ຮັບຜົນກະທົບທັງໝົດ ຄວາມຕ້ອງການແຮງງານກໍຫຼຸດລົງ ການຜະລິດຂອງໂຮງງານບາງແຫ່ງຫຼຸດລົງຫຼາຍກວ່າ 50% ຫຼາຍໂຮງງານຍັງລໍຖ້າການສັ່ງຊື້ຈາກຕະຫຼາດຕ່າງປະເທດ.