ພິທີເຊັນສັນຍາຮ່ວມພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ທີ່ເມືອງລະມາມ ແຂວງເຊກອງ ແລະ ໂຄງການພະລັງງານໄຟຟ້າແສງຕາເວັນທີ່ເມືອງໂຂງ ແລະ ເມືອງປະທຸມພອນ ແຂວງຈຳປາສັກ ຈັດຂຶ້ນວັນທີ 2 ກັນຍາ 2020 ຢູ່ໂຮງແຮມຄລາວ ພລາຊາ ນະຄອນຫຼວງວຽງຈັນ.

ຮ່ວມລົງນາມໃນເອກະສານສຳຄັນຄັ້ງນີ້ ມີຂຶ້ນລະຫວ່າງທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານບໍລິສັດ National Consulting Group Co.,Ltd (NCG) ທ່ານ ຄຳປະສິດ ເທບວົງສາ ປະທານບໍລິສັດ Thepvongsa Power company Limited ທ່ານ ວໍລະບຸດ ຣັດຕະນະໄຕຣ ອຳນວຍການບໍລິສັດ Wealth Power Group Vietnam (WPG) ປະຈຳລາວ ມີທ່ານ ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານ ຜູ້ປະຈຳການຄະນະຮ່ວມມືລາວ-ຫວຽດນາມ ພ້ອມຕາງໜ້າຈາກແຂວງເຊກອງ ຈຳປາສັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ວິເດດ ວິຊຸນນະລາດ ຜູ້ອຳນວຍການບໍລິສັດ NCG ກ່າວວ່າ: ໂຄງການໄຟຟ້າພະລັງງານແສງຕາເວັນ ທີ່ເມືອງລະມາມ ແຂວງເຊກອງ ກວມເອົາເນື້ອທີ່ປະມານ 720 ເຮັກຕາ ຫ່າງຈາກແລວສາຍສົ່ງ 115 kV ປະມານ 2 ກິໂລແມັດ ມີກຳລັງຕິດຕັ້ງ 500 MW ກຳລັງການຜະລິດ 739 GWh/y ມູນຄ່າໂຄງການ 332.331.311 ໂດລາສະຫະລັດ ຫຼື ປະມານ 3.026 ຕື້ກີບ ສ່ວນໂຄງການພະລັງງານໄຟຟ້າແສງຕາເວັນທີ່ເມືອງໂຂງ ແມ່ນຕັ້ງຢູ່ບ້ານນາຝັ່ງ ແລະ ເມືອງປະທຸມພອນ ຢູ່ບ້ານຫ້ວຍຍາງ ກວມເອົາເນື້ອທີ່ປະມານ 93,1 ເຮັກຕາ ຫ່າງຈາກສະຖານີໄຟຟ້າ 115/22 kV ຢູ່ບ້ານນາ ປະມານ 16,5 ກິໂລແມັດ ກຳລັງຕິດຕັ້ງ 80 MW ກຳລັງການຜະລິດ 123,68 GWh/y ມູນຄ່າໂຄງການ 57.311.100 ໂດລາສະຫະລັດ ຫຼື ປະມານ 519,6 ຕື້ກີບ ຄາດວ່າຈະສຳເລັດໂຄງການດັ່ງກ່າວນີ້ພາຍໃນ 2 ປີ.