ໃນຕອນບ່າຍຂອງວັນທີ 5 ທັນວາ 2025 ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ໃນການພັດທະນາວຽກງານຂອງກະຊວງການຕ່າງປະເທດເປັນທັນສະໄໝ ແບບດິຈິຕອນ ລະຫວ່າງ ກະຊວງການຕ່າງປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຮອງລັດ ຖະມົນຕີ ຄະນະກົມ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານທັງໝົດ ຈຳນວນ 65 ທ່ານ ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ລົງນາມໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃນໂອກາດດັ່ງກ່າວ ທ່ານ ທອງສະຫວັນ ພົມວິຫານ ໄດ້ເນັ້ນເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວວ່າ ການນໍາໃຊ້ວິທະຍາສາດ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ ເປັນປັດໄຈທີ່ສໍາຄັນໃນການພັດທະນາທຸກຂົງເຂດວຽກ ງານ ແລະ ມີຄວາມຈໍາເປັນສໍາລັບ ສປປ ລາວ ເຊິ່ງກະຊວງການຕ່າງປະເທດ ຖືເອົາການຫັນເປັນທັນສະໄໝ ແບບດິຈິຕອນ ເປັນວຽກບູລິມະສິດ ທີ່ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດ ດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040) ຍຸດທະສາດການພັດທະນາເສດຖະກິດ ດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ແຜນແມ່ບົດ ດິຈິຕອນ ອາຊຽນ 2025 ລວມທັງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງການຕ່າງປະເທດ ພາຍໃຕ້ຄໍາຂວັນ “ບຸກທະລຸການທູດເສດຖະກິດ ຫັນທິດເປັນທັນສະໄໝ ວ່ອງໄວດ້ານເສນາທິການ”.
ນອກຈາກນີ້ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນໃນການນຳໃຊ້ລະບົບເຕັກໂນໂລຊີ ດິຈິຕອນ ເຂົ້າມາຮັບໃຊ້ໃນວຽກງານຕ່າງໆຂອງພາກລັດ ເພື່ອເຮັດໃຫ້ການບໍລິຫານວຽກງານຕ່າງໆມີປະສິດທິພາບຍິ່ງຂື້ນ ແລະ ກໍໄດ້ເນັ້ນໜັກໃຫ້ກັບພະນັກງານເຖິງການຮຽນຮູ້ການນຳໃຊ້ລະບົບເຕັກໂນໂລຊີ ແລະ ໂປແກຣມຕ່າງໆທີ່ຈຳເປັນ ເຊັ່ນ: ປັນຍາປະດິດ ຫຼື AI ທີ່ກຳລັງມີບົດບາດສຳຄັນໃນປະຈຸບັນ.

ບົດບັນທຶກຄວາມເຂົ້າໃຈສະບັບນີ້ ຈະເປັນພື້ນຖານສໍາຄັນໃນການເຊື່ອມສານຍຸດທະສາດລວມແຫ່ງຊາດ ກ່ຽວກັບ ວຽກງານການຫັນເປັນທັນສະໄໝ ແບບດິຈິຕອນ ເຂົ້າໃນວຽກຕົວຈິງຂອງກະຊວງການຕ່າງປະເທດ ເປັນຕົ້ນແມ່ນ ລະບົບການບໍລິການ ແລະ ບໍລິ ຫານລັດແບບດິຈິຕອນ (E-Office, G-Chat, G-Drive…) ການຮ່ວມມືສະໜັບສະໜຸນປັບປຸງພື້ນຖານໂຄງລ່າງ ການຫັນເປັນທັນສະໄໝ ແບບດິຈິຕອນ ໂດຍຈະເປັນກົນໄກ ແລະ ເຄື່ອງມືທີ່ສຳຄັນເພື່ອເຮັດໃຫ້ລະບົບການບໍລິການ-ການບໍລິຫານຂອງລັດຢູ່ໃນກະຊວງການຕ່າງປະເທດ ມີປະສິດທິພາບສູງ ວ່ອງໄວ ມີຄຸນນະພາບປະຢັດ ປອດໄພສູງ ແລະ ເຊື່ອຖືໄດ້ ເຊິ່ງມີຄວາມສໍາຄັນໃນການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງ ສປ ປ ລາວ ເພື່ອເປັນກໍາລັງແຮງຊຸກຍູ້ໃຫ້ການທູດດ້ານການເມືອງ ສະໜັບສະໜູນຢ່າງຕັ້ງໜ້າ ເພື່ອບຸກທະລຸ ການທູດເສດຖະກິດ.