ທ່ານ ກາລະຄອນ ພູມມີນິດ ຮອງຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ໃຫ້ສຳພາດໃນວັນທີ 1 ກັນຍາ 2020 ວ່າ: ອີງຕາມຫຼັກສູດການຮຽນ-ການສອນຕາມແຕ່ລະລະດັບປະກາສະນິຍະບັດຄືດັ່ງທີ່ກ່າວມານັ້ນ ທາງວິທະຍາໄລໄດ້ມີແຜນຮັບນັກຮຽນ-ນັກສຶກສາ ເຂົ້າຮຽນໃນສົກຮຽນ 2020-2021 ລວມຈຳນວນທັງໝົດ 4.161 ຄົນ ໃນນັ້ນ ສະເພາະແຜນຮັບນັກຮຽນສາມັນຈົບຊັ້ນມັດທະຍົມຕອນຕົ້ນ ແລະ ຈົບຕອນປາຍ ເຂົ້າຮຽນໃນສົກຮຽນນີ້ຈຳນວນ 2.984 ຄົນ ເປັນນັກຮຽນຈົບຊັ້ນມັດທະຍົມຕອນຕົ້ນ 240 ຄົນ.

ຮູບແບບການຄັດເລືອກນັກຮຽນສາມັນ ຈົບຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍເຂົ້າຮຽນ ມີ 2 ຮູບແບບຄື: ການສຳພາດເພື່ອຄັດເລືອກນັກຮຽນເຂົ້າຮຽນ (ໂດຍບໍ່ໄດ້ສອບເສັງ) ເຊິ່ງໄດ້ຈັດຕັ້ງການສຳພາດ ແຕ່ວັນທີ 20 ສິງຫາ 2020 ຜ່ານມາ ແລະ ການສອບເສັງຄັດເລືອກນັກຮຽນເຂົ້າຮຽນພາກຂຽນ ຮູບແບບການສຳພາດຄັດເລືອກນັກຮຽນເຂົ້າຮຽນ (ໂດຍບໍ່ໄດ້ສອບເສັງ) ມີຕົວເລກແຜນຮັບນັກຮຽນ 665 ຄົນ ປັດຈຸບັນມີຜູ້ມາລົງທະບຽນ ແລະ ສຳພາດເຂົ້າຮຽນແລ້ວຈຳນວນ 628 ຄົນ ແລະ ຍັງຈະສືບຕໍ່ສຳພາດໄປຮອດວັນທີ 15 ກັນຍາ 2020 ຍ້ອນບາງສາຂາວິຊາຍັງບໍ່ໄດ້ຕາມແຜນ.

ປັດຈຸບັນ ມີຜູ້ມາລົງທະບຽນເຂົ້າສອບເສັງຄັດເລືອກແລ້ວ 4.012 ຄົນ ການສອບເສັງຄັດເລືອກນັກຮຽນຈະຈັດຂຶ້ນວັນທີ 5 ກັນຍາ 2020 ເພື່ອຮັບປະກັນບໍ່ໃຫ້ມີຄວາມແອອັດ ແລະ ຄວາມໂປ່ງໃສໃນການສອບເສັງຄັດເລືອກນັກຮຽນເຂົ້າຮຽນ ພວກເຮົາໄດ້ຂະຫຍາຍສູນສອບເສັງອອກເປັນ 3 ສູນ ຄື: ສູນສອບເສັງວິທະຍາໄລເຕັກນິກປາກປ່າສັກ ມີຈຳນວນ 51 ຫ້ອງ ສູນສອບເສັງໂຮງຮຽນມັດທະຍົມຕອນປາຍ ມິດຕະພາບ ນະຄອນຫຼວງວຽງຈັນ-ໂຮ່ຈີມິງ ຈຳນວນ 40 ຫ້ອງ ແລະ ສູນສອບເສັງໂຮງຮຽນມັດທະຍົມສົມບູນວຽງຈັນ ມີ 29 ຫ້ອງ ລວມທັງຫມົດ 120 ຫ້ອງ.

ສຳລັບການປະກາດຜົນການສຳພາດ ແລະ ການສອບເສັງຄັດເລືອກ ຄາດວ່າບໍ່ໃຫ້ກາຍວັນທີ 19 ກັນຍາ 2020 (ພິເສດ ສຳລັບການສຳພາດຂອງນັກຮຽນຈົບຊັ້ນ ມ4 ຈະໃຫ້ໄດ້ປະກາດຜົນຊ້າສຸດບໍ່ໃຫ້ກາຍວັນທີ 4 ກັນຍາ 2020 ໂດຍການສົມທົບກັບພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ເນື່ອງຈາກວ່າກຸ່ມນັກຮຽນດັ່ງກ່າວ ໃຫ້ໄດ້ຮຽນພ້ອມກັບນັກສຶກສາປີທີ 2 ຕາມການແນະນຳຂອງກົມອາຊີວະສຶກສາ ກໍຄືກະຊວງສຶກສາທິການ ແລະ ກີລາ ວາງອອກ.