
ວັນເສົາ-ອາທິດ ມີໂອກາດນັ່ງດົນຢູ່ຮ້ານກາເຟ ຈຶ່ງໄດ້ຍິນພວກເພິ່ນລົມກັນເລື່ອງສະພາບສັງຄົມ ຢູ່ນະຄອນຫຼວງເຮົານີ້ລະ ! ເພິ່ນວ່າ ດຽວນີ້ ຄົນເຮົາເຮັດຫຍັງກໍມັກອວດກັນ ບໍ່ວ່າງານດອງ ງານບຸນ ຈົນກະທັ້ງງານສົບ ສຳລັບຜູ້ມີກະບໍ່ວ່າ ? ຜູ້ບໍ່ມີກໍຄົ້ນຫາມາອວດ… ຄົນຕາຍປອດໄພ ຄົນຍັງເກືອບຕາຍ… ໝາຍວ່າ ແບບແຜນການດຳລົງຊີວິດປ່ຽນໄປ ຄົນບໍ່ສາມາດຢັບຢັ້ງກິເລດຕັນຫາຂອງຕົນໄດ້ ກາຍມາເປັນການຊ່ວງຊິງ ເພື່ອຊອກຫາມາໄດ້ ນີ້ຄືຕົ້ນເຫດຂອງປາກົດການຫຍໍ້ທໍ້ໃນສັງຄົມ… ພວກເພິ່ນຕັ້ງບັນຫາແນວນັ້ນ?
ຟັງເພິ່ນແລ້ວ ຜູ້ຂຽນມາສັງເກດເຫັນວ່າ ການໂພສຂຶ້ນໜ້າເຟສບຸກໃນສູ່ມື້ນີ້ ແຮ່ງມີຫຼາຍປາກົດການອວດກັນ ເຊັ່ນວ່າ: ລົງກອງເງິນ-ຈຳນວນເງິນ ການໂອນເງິນຂອງພວກຊື້-ຂາຍຜ່ານອອນລາຍ ລົງຮູບເງິນເປັນກອງ ຄຳເປັນແທ່ງ ອວດຮັ່ງອວດມີ ທ້າທາຍ ໂຈມຕີກັນ ອ້າງວ່າໃຜຮັ່ງມີກວ່າກັນ ທັງໆທີ່ບໍ່ບອກບໍ່ຮູ້ທີ່ມາຂອງເງິນ ລົງອວດງານດອງ ເປັນຕົ້ນ ຄ່າດອງ ມູນມັງເງິນຄຳຊັບສິນທີ່ພໍ່ແມ່ແບ່ງປັນໃຫ້… ໂອຍເຫັນແລ້ວເຈັບຫົວ ລາຍຕາ ອັນນັ້ນແມ່ນເລື່ອງຊັບສິນເງິນຄຳ ຍັງອີກແມ່ນເລື່ອງອວດຄວາມຈົບຄວາມງາມ ເຄື່ອງນຸ່ງຂອງຖື ເວລາໄປ ຮ່ວມງານບຸນ ງານດອງ ຫຼື ການຊຸມແຊວຕ່າງໆ ຕໍ່ມາຈຶ່ງອວດເລື່ອງອາຫານການກິນ ເຄື່ອງດື່ມ ເປັນຕົ້ນແມ່ນເຫຼົ້າຢາປາແປ້ງທັງຫຼາຍ… ຢາກເວົ້າວ່າສັງຄົມນີ້ຢູ່ດ້ວຍການອວດກັນ… ຍັງບໍ່ພໍຍັງອວດເຄື່ອງປະດັບດ້ວຍຄຳ ເພັດນິນຈິນດາ ພາຫະນະຂັບຂີ່ ລາຄາແພງ… ເຮືອນງາມປານລາດຊະວັງ… ສະຫຼຸບແລ້ວ ສິ່ງທີ່ນຳມາອວດນັ້ນຈະແມ່ນຂອງແທ້ ຫຼື ປອມ ບໍ່ມີໃຜຮູ້ໄດ້… ແຕ່ສິ່ງທີ່ໜ້າຢ້ານກົວນັ້ນ ແມ່ນໄພອັນຕະລາຍຈະຕາມມາຈາກການອວດຮັ່ງອວດມີ ແລ້ວພວກເຮົາຈະຢຸດຕິຄ່ານິຍົມນີ້ໄດ້ຢ່າງໃດ? ມີບາງຄົນຖິ້ມໂທດໃສ່ກົນໄກ ຕະຫຼາດວ່າ ມັນນຳເອົາວັດຖຸນິຍົມເຂົ້າມາເບື່ອເມົາ ແກ່ດຶງຄົນເຮົາໃຫ້ເຂົ້າສູ່ວັງວົນດັ່ງກ່າວ… ລືມຮີດຄອງປະເພນີ ແບບແຜນດຳລົງຊີວິດທີ່ປອດໃສ ຖະໜອມທ່ອມຕົວ ຢູ່ແບບລຽບງ່າຍ ວ່າຊັ້ນ ! ຟັງເບິ່ງ… ແນມເບິ່ງກໍເຫັນວ່າມີສ່ວນຖືກ ແຕ່ບໍ່ເຖິງຂັ້ນຮ້ອຍເປີເຊັນ ມັນເປັນນຳສັງຄົມຂອງເຮົາທີ່ເຮີ່ຄ່ານິຍົມແນວນັ້ນ ໃຜມີການກະທຳແບບອວດນັ້ນ ກໍຖືກຍ້ອງຍໍສັນລະເສີນຈາກສັງຄົມ ຈາກພໍ່ແມ່ ລຸງປ້າ ອາວອາ ວ່າເກ່ງ ວ່າສະຫຼາດປາດເປື່ອງ… ແຕ່ບໍ່ພາກັນສັ່ງສອນ ຕັກເຕືອນ ຫຼື ຊອກຮູ້ວ່າສິ່ງເຫຼົ່ານັ້ນໄດ້ມາຈາກໃສ?.
ຜ່ານການສົນທະນາຫຼາຍຄົນຕ່າງກໍພາກັນມີຄຳເຫັນວ່າ: ຄວນຢຸດໄດ້ແລ້ວ ການອວດອ້າງແບບສວມໜ້າກາກໃສ່ກັນໃນສັງຄົມ ເພາະອັນນັ້ນມັນຈະມາມ້າງເພທຳລາຍຮີດຄອງປະເພນີທີ່ດີງາມຂອງຊາດເຮົາ… ສິ່ງທີ່ອັນຕະລາຍກວ່ານັ້ນແມ່ນມັນຈະສ້າງໃຫ້ມີປາກົດການຫຍໍ້ທໍ້ໃນສັງຄົມ ບໍ່ມີມື້ຈົບສິ້ນ ເພາະຄົນບາງກຸ່ມຖືເງິນເປັນພະເຈົ້າ ມີເງິນເຮັດຫຍັງກໍໄດ້.
ສະເໜີແລກປ່ຽນ
ໂດຍ: ແນວລາວ