ກອງປະຊຸມສະຫຼອງຜົນສຳເລັດ 10 ປີ (2009-2020) ຂອງໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳເຂດພູດອຍ (TABI) ຈັດຂຶ້ນວັນທີ 2 ກັນຍາ 2020 ຢູ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີທ່ານ ຄຣິສຕຽນ ແອງເກີ້ ຮອງຜູ້ອຳນວຍການອົງການເພື່ອການພັດທະນາ ແລະ ຮ່ວມມືປະເທດສະວິດ ປະຈຳລາວ ພ້ອມດ້ວຍຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລິນຄຳ ດວງສະຫວັນ ກ່າວວ່າ: ໂຄງການ TABI ແມ່ນໜຶ່ງໃນໂຄງການຮ່ວມມືທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດສະວິດ ເພື່ອດຳເນີນວຽກງານພັດທະນາ ແລະ ຟື້ນຟູຊີວະນາໆພັນກະສິກຳໃຫ້ມີຄວາມອຸດົມສົມບູນ ແບບຍືນຍົງ ປະກອບສ່ວນເຂົ້າໃນການລືບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໃນເຂດຊົນນະບົດ ແລະ ພູດອຍຂອງລາວ ມີຄວາມສຳຄັນຕໍ່ກັບການສະໜັບສະໜູນຊ່ວຍເຫຼືອເຂົ້າໃນການຜັນຂະຫຍາຍຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນງານຂອງລັດຖະບານ ທີ່ແນໃສ່ເຮັດໃຫ້ການປົກປັກຮັກສາ ຟື້ນຟູ ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນຊີວະນາໆພັນກະສິກຳທີ່ເປັນທ່າແຮງ ແລະ ເອກະລັກທ້ອງຖິ່ນໃຫ້ມີຄວາມຍືນຍົງ ຕາມທິດສີຂຽວ ແລະ ເປັນເງື່ອນໄຂເພື່ອຍົກລະດັບຄຸນນະພາບຊີວິດ ແລະ ລືບລ້າງຄວາມທຸກຍາກຂອງປະຊາຊົນບັດດາເຜົ່າໃນເຂດຊົນນະບົດ ແລະ ພູດອຍໃນແຂວງຈຸດສຸມເປົ້າໝາຍຄື: ແຂວງຫຼວງພະບາງ ຊຽງຂວາງ ຫົວພັນ ແລະ ແຂວງຜົ້ງສາລີ ລວມທັງ 9 ແຂວງ ທີ່ເຮັດການນຳໃຊ້ ຫຼື ປະຕິບັດຂະບວນການ PFALUPAM ໄດ້ຢ່າງມີປະສິດທິຜົນ.

ຕະຫຼອດໄລຍະຜ່ານມາໂຄງການ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານຂອງຕົນຢ່າງຕັ້ງໜ້າເປັນຕົ້ນ ການປົກປັກຮັກສາ ຟື້ນຟູ ຄຸ້ມຄອງ ພັດທະນາ ແລະ ນຳໃຊ້ຊັບພະຍາກອນຊີວະນາໆພັນກະສິກຳທີ່ເປັນທ່າແຮງ ແລະ ເອກະລັກທ້ອງຖິ່ນໃຫ້ມີຄວາມຍືນຍົງຕາມທິດສີຂຽວ ນອກນັ້ນ ໂຄງການໄດ້ເອົາໃຈໃສ່ຜັນຂະຫຍາຍປະຕິບັດຕາມເນື້ອໃນຈິດໃຈຂອງທິດທາງວຽກງານຈຸດສຸມຢ່າງແຂງແຮງຄື ການຮ່ວມມືກັບບັນດາອົງການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າ ເຮັດການວາງແຜນ ຈັດສັນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ໃນຂອບເຂດບ້ານ-ກຸ່ມບ້ານ ຢ່າງລະອຽດ ແລະ ແທດເໝາະກັບສະພາບຕົວຈິງ ກ້າວໄປສູ່ການຮັບປະກັນໃຫ້ມີເນື້ອທີ່ດິນສຳລັບການຜະລິດກະສິກຳໄດ້ຢ່າງພຽງພໍ ແລະ ມີປະສິດທິຜົນແບບຄົງທີ່ ຕາມສະພາບຈຸດພິເສດ ແລະ ທ່າແຮງຕົວຈິງ ແລະ ນຳເອົາວິທີການ PFALUPAM ເຂົ້າຊ່ວຍໃນໂຄງການສຳຄັນອື່ນໆເຊັ່ນ: ປ່າສະຫງວນນ້ຳແອດ-ພູເລີຍ ໄຟຟ້ານ້ຳເທີນ2 ພູເບ້ຍມາຍນິງ ແລະ ຫວາຍ-ໄມ້ປ່ອງ ຂອງໂຄງການ WWF.
ໂຄງການ TABI ຈະສິ້ນສຸດໄລຍະສຸດທ້າຍທີ III ທ້າຍເດືອນກັນຍານີ້ ແຕ່ເຖິງຢ່າງໃດກໍຕາມ ລັດຖະບານລາວ ໃນນາມສະມາຊິກພາຄີຂອງສົນທິສັນຍາສາກົນວ່າດ້ວຍຊີວະນາໆພັນ ກໍຈະບໍ່ປ່ອຍໃຫ້ວຽກງານຊີວະນາໆພັນສິ້ນສຸດໄປນຳ ສະນັ້ນ ແນ່ນອນ ພວກເຮົາຈະນຳເອົາບົດຮຽນຈາກປະສົບການ ແລະ ວຽກງານຂອງໂຄງການ ໄປສືບຕໍ່ປະຕິບັດເພື່ອຍົກລະດັບບົດບາດຄວາມສຳຄັນຂອງວຽກງານດັ່ງກ່າວເຂົ້າໃນຂະບວນການຕັດສິນໃຈທາງດ້ານນະໂຍບາຍໃຫ້ພົ້ນເດັ່ນສູງຂຶ້ນ.