ທ່ານ ນາງ ບຸນຕ່ອມ ຫົງວິໄລ ປະທານກຸ່ມຜະລິດຕະພັນຈັກສານ-ເຟີນີເຈີໄມ້ປ່ອງ ເມືອງສັງທອງ ນະຄອນ ຫຼວງວຽງຈັນ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ດ້ວຍເຫັນຄວາມສຳຄັນ ແລະ ສ້າງມູນຄ່າໄມ້ປ່ອງ ຕົນຈຶ່ງໄດ້ລິເລີ່ມນຳໄມ້ປ່ອງມາຜະລິດເປັນເຄື່ອງໃຊ້ປະເພດຕ່າງໆມາແຕ່ປີ 2008 ໃນເບື້ອງຕົ້ນ ເຮັດພາຍໃນຄອບຄົວກ່ອນ ເຫັນວ່າສັງຄົມໄດ້ໃຫ້ຄວາມສົນໃຈ ຈຶ່ງໄດ້ປຸກລະດົມພໍ່ແມ່ປະຊາຊົນແຕ່ລະຄອບຄົວໃນທຸກບ້ານ ທົ່ວເມືອງສັງທອງ ໃຫ້ເອົາໄມ້ໄຜ່ທີ່ຢູ່ຕາມຫົວໄຮ່ປາຍນາ ມາຈັກສານປະເພດເຄື່ອງໃຊ້ພາຍໃນຄົວເຮືອນເຊັ່ນ:ຕິບເຂົ້າ ຫວດ ມວຍ ກະຕ່າ ກະບຸງ ແລະ ອື່ນໆ ເຊິ່ງໃນນີ້ ຈະເຮັດແບບລວດລາຍທຳມະດາ ຈາກນັ້ນໄດ້ມີການພັດທະນາໄປຕາມຍຸກຕາມສະໄໝ ໂດຍເອົາລວດລາຍທີ່ຢູ່ໃນຜືນສິ້ນ ແລະ ຕີນສິ້ນ ມາດັດປັບເຂົ້າໃນລາຍຈັກສານ ເພື່ອໃຫ້ຜະລິດຕະພັນໄມ້ປ່ອງມີລວດລາຍ ຮູບແບບ ແລະ ສີສັນແຕກຕ່າງກັນອອກໄປ ເຮັດໃຫ້ຜະລິດຕະພັນດັ່ງກ່າວມີຄວາມໂດດເດັ່ນສວຍງາມ ເປັນທີ່ຍອມຮັບຂອງຜູ້ຊົມໃຊ້ ສະແດງອອກໃນປີ 2018-2019 ຜະລິດຕະພັນຈັກສານໄມ້ປ່ອງໄດ້ຂາຍດີພໍສົມຄວນ.

ນອກຈາກນັ້ນ ຍັງໄດ້ຜະລິດປະເພດເຄື່ອງເຟີນີເຈີໄມ້ໄຜ່ ລວມທັງໝົດມີຫຼາຍກວ່າ 50 ຜະລິດຕະພັນ ເຊິ່ງມີລາຄາຂາຍແຕ່ 5 ພັນກີບ ຫາ 1 ລ້ານກວ່າກີບ ເຊິ່ງມີຕະຫຼາດຈຳໜ່າຍຢູ່ສູນການຄ້າລາວ-ໄອເຕັກ ນວ ພ້ອມນັ້ນ ໄດ້ຈັດສົ່ງຕາມຮ້ານຈຳໜ່າຍຜະລິດຕະພັນໄມ້ໃນທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມງານວາງສະແດງ ແລະ ກອງປະຊຸມຕ່າງໆທີ່ ນວ ກໍຄືຂະແໜງການກ່ຽວຂ້ອງຈັດຂຶ້ນ.
ສຳລັບຜະລິດຕະພັນຈັກສານ-ເຟີນີເຈີໄມ້ປ່ອງເມືອງສັງທອງ ໄດ້ຮັບໃບຢັ້ງຢືນກາໝາຍສິນຄ້າໂອດ໋ອບໃນປີ 2014 ເປັນຕົ້ນມາ ແລະ ໄລຍະການແຜ່ລະບາດພະຍາດໂຄວິດ-19 ທຸກຄົວເຮືອນໄດ້ພ້ອມກັນຈັດຕັ້ງປະຕິບັດ ຄຳສັ່ງເລກທີ 06/ນຍ ຕົນໄດ້ປຸກລະດົມປະຊາຊົນທົ່ວເມືອງສັງທອງ ພ້ອມກັນຈັກສານ ໂດຍອີງໃສ່ຄວາມສາມາດຜະລິດໃນແຕ່ລະຮູບແບບຂອງແຕ່ລະຄົວເຮືອນ ຈາກນັ້ນ ຕົນໄດ້ໄປເກັບຊື້ ອັນເຮັດໃຫ້ຜະລິດຕະພັນໄມ້ປ່ອງມີຈຳນວນເພີ່ມຂຶ້ນຫຼາຍ ພ້ອມທັງສ້າງລາຍຮັບໃຫ້ກັບປະຊາຊົນ ແຕ່ບໍ່ມີຕະຫຼາດຈຳໜ່າຍ ພາຍຫຼັງທີ່ລັດຖະບານໄດ້ມີມາດຕະການຜ່ອນຜັນ ນວ ກໍໄດ້ມີການຈັດງານວາງສະແດງຈຳໜ່າຍສິນຄ້າໂອດ໋ອບຂຶ້ນ ເນັ້ນລາວຊ່ວຍລາວ ເຊິ່ງປະກອບສ່ວນໃຫ້ມີຕະຫຼາດຈຳໜ່າຍຜະລິດຕະພັນໄມ້ປ່ອງໄດ້ຈຳນວນໜຶ່ງ.