ຍິ່ງແລ່ນຍິ່ງສຸຂະພາບດີ ແຕ່ຢ່າງໃດກໍຕາມ ຫາກເຮົາແລ່ນບໍ່ຖືກວິທີ ຫຼື ບໍ່ກຽມພ້ອມຮ່າງກາຍໃຫ້ແຂງແຮງພຽງພໍແລ້ວໄປແລ່ນ ການແລ່ນທີ່ສ້າງສຸຂະພາບກໍອາດຈະບັ່ນທອນ ແລະ ທຳລາຍສຸຂະພາບ ກ້າມຊີ້ນ ແລະ ເກີດການບາດເຈັບໃຫ້ໂທດແກ່ຮ່າງກາຍ ໂດຍທີ່ທ່ານບໍ່ຄາດຄິດເຊັ່ນກັນ.
ແລະ ອາການບາດເຈັບ ຫຼືໂຣກເຈັບປ່ວຍທີ່ເກີດຂຶ້ນສຳລັບນັກແລ່ນທີ່ກ້າມຊີ້ນຍັງບໍ່ແຂງແຮງນັ້ນ ກໍຄື “ອາການປວດໜ້າແຄ່ງໃນນັກແລ່ນ” (Shin splints) ເກີດຈາກກໍລະນີການໃຊ້ກ້າມຊີ້ນຂາຈາກການແລ່ນ ຫຼື ຍ່າງໄວຫຼາຍເກີນໄປ ໂດຍທີ່ເຮົາບໍ່ຄ່ອຍໄດ້ໃຫ້ເວລາກັບການພັກຟື້ນກ້າມຊີ້ນທີ່ພຽງພໍ ສົ່ງຜົນໃຫ້ເກີດອາການປວດຂຶ້ນ ອາການປວດທີ່ວ່ານີ້ ມັກເກີດບໍລະເວນສັນກະດູກໜ້າແຄ່ງ ຫຼືບໍລິເວນກ້າມຊີ້ນໜ້າແຄ່ງ (ບາງຄົນເກີດອາການປວດທັງ 2 ຈຸດບໍລິເວນ) ເມື່ອມີການຍ່າງ ຫຼືແລ່ນ ອາການປວດຈະສະແດງເນື່ອງຈາກເກີດແຮງກະແທກລະຫວ່າງຕີນກັບພື້ນດິນນັ້ນເອງ.
ອາການປວດໜ້າແຄ່ງຈາກການໃຊ້ກ້າມຊີ້ນຫຼາຍເກີນໄປ ບາງຄັ້ງພຽງແຕ່ພັກງົດອອກກຳລັງກາຍ 3-4 ວັນ ອາການປວດຈະຄ່ອຍໆທຸເລົາໄປເອງ ແຕ່ຢ່າງໃດກໍຕາມ ອາການປວດໜ້າແຄ່ງສາມາດປ່ວຍເປັນຊຳເຮື້ອໄດ້ ຫາກບໍ່ຢຸດພັກໃຫ້ກ້າມຊີ້ນຫາຍເຊົາດີເສຍກ່ອນ ສະນັ້ນ ສິ່ງທຳອິດຂອງການປິ່ນປົວເບື້ອງຕົ້ນ ຄື ‘ພັກ’ ເປັນການບໍ່ທຳຮ້າຍກ້າມຊີ້ນໃຫ້ບອບຊ້ຳ ແລະ ເສຍຫາຍເພີ່ມຂຶ້ນ ດັ່ງນັ້ນ ໃນລະຫວ່າງທີ່ພັກກໍຄວນໝັ່ນຢືດກ້າມຊີ້ນໜ້າແຄ່ງ ແລະ ກ້າມຊີ້ນສົ້ນນ່ອງເພື່ອເສີມສ້າງຄວາມແຂງແຮງໃຫ້ເກີດອາການບາດເຈັບຫຼຸດລົງໃນການເຮັດກິດຈະກຳແລ່ນໃນຄັ້ງຕໍ່ໄປ ໂດຍການກົດປາຍຕີນລົງຮ່ວມກັບໝູນປາຍຕີນເຂົ້າດ້ານໃນຈົນຮູ້ສຶກຕຶງທີ່ໜ້າແຄ່ງຄ້າງໄວ້ 15-20 ວິນາທີ ເຮັດຊ້ຳ 5 ຄັ້ງຕໍ່ເທື່ອ ແລະ ຢືດກ້າມຊີ້ນສົ້ນນ່ອງໂດຍການຍົກປາຍຕີນຂຶ້ນ ຫຼືໃຊ້ມືຊ່ວຍດຶງຈົນຮູ້ສຶກຕຶງສົ້ນນ່ອງ ເຮັດຄ້າງໄວ້ທີ່ 15-20 ວິນາທີເຊັ່ນດຽວກັນ.
ນອກຈາກນີ້ ຫາກເກີດອາການບວມແດງ ຫຼືຮ້ອນທີ່ໜ້າແຄ່ງ ຫ້າມປະຄົບຮ້ອນໂດຍເດັດຂາດ ເນື່ອງຈາກຈະໄປກະຕຸ້ນໃຫ້ເກີດອາການບວມເພີ່ມຂຶ້ນ ວິທີທີ່ຖືກຕ້ອງຄື ປະຄົບເຢັນພ້ອມໆກັບຄາຍກ້າມຊີ້ນ ໂດຍໃຫ້ນອນຫງາຍຍົກຂາສູງກວ່າລະດັບລຳຕົວ ໂດຍອາດຈະໃຊ້ໝອນໜູນຂາ ຫຼືເອົາຂາພາດກຳແພງໄວ້ ແລະ ໃຊ້ຜ້າເຢັນຫຼືນ້ຳກ້ອນປະຄົບບໍລິເວນທີ່ປວດ 5-10 ນາທີ ຄວາມເຢັນຈະຊ່ວຍຫຼຸດການອັກເສບບວມແດງ ແລະ ຈະຊ່ວຍຫຍໍ້ໄລຍະການອັກເສບໃຫ້ເຫຼືອໜ້ອຍລົງ ຊ່ວຍໃຫ້ອາການທຸເລົາດີຂຶ້ນກ່ອນກັ້ບມາແລ່ນໄດ້ອີກຄັ້ງ ແລະ ທີ່ສຳຄັນຂອງເຫຼົ່າບັນດານັກແລ່ນ ນອກຈາກການແລ່ນຊ້າໆທຳມະດາແລ້ວ ຄວນອອກກຳລັງກາຍກ້າມຊີ້ນຂາເພື່ອເສີມສ້າງຄວາມແຂງແຮງບໍ່ໃຫ້ກັບມາປວດແຄ່ງຂາອີກຄັ້ງດ້ວຍ.