ກະຊວງສຶກສາທິການ ແລະ ກີລາ ຮ່ວມມືກັບບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈັດພິທີເປີດໂຄງການ “Seeds for the Future” ຂຶ້ນວັນທີ 26 ສິງຫາ 2020 ຢູ່ນະຄອນຫຼວງວຽງຈັນ.

ທ່ານ Hu Weihua ປະທານບໍລິສັດ ຫົວເຫວີຍລາວ ກ່າວວ່າ: ບໍລິສັດຫົວເຫວີຍໄດ້ມີການເຄື່ອນໄຫວໃນຕະຫຼາດລາວ ຫຼາຍກວ່າ 20 ປີ ແລະ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ກັບການພັດທະນາບຸກຄະລາກອນໄອຊີທີລາວ ໃນອະນາຄົດ ຈະປະກອບສ່ວນເຂົ້າໃນການເຝິກຝົນຫຼໍ່ຫຼອມ ພັດທະນາບຸກຄະລາກອນລາວໃຫ້ມີຄວາມຮູ້ຄວາມສາມາດ ພ້ອມທັງເປັນການສົ່ງເສີມຂະແໜງອຸດສາຫະກຳດີຈີຕອນລາວອີກດ້ວຍ.
ຜ່ານການເຝິກອົບຮົມເປັນໄລຍະເວລາໜຶ່ງອາທິດ ບໍລິສັດ ຫົວເຫວີຍ ຫວັງຢ່າງຍິ່ງວ່າ ນັກສຶກສາທີ່ເຂົ້າຮ່ວມໂຄງການຄັ້ງນີ້ ຈະປະສົບຜົນສຳເລັດໃນການຮຽນຮູ້ ແລະ ເຂົ້າໃຈເຖິງລະບົບ 5G ລະບົບ AI ລະບົບຄຳນວນ Cloud HMS Core ແລະ ເຕັກໂນໂລຊີໂທລະຄົມທີ່ທັນສະໄໝຕ່າງໆເພີ່ມຂຶ້ນ.

ທ່ານ Jiang Zaidong Zaidong ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີນຳນັກສຶກສາມະຫາວິທະຍາໄລລາວ 12 ຄົນ ທີ່ໄດ້ຮັບຄັດເລືອກເຂົ້າຮ່ວມໂຄງການ “Seeds for the Future” ພ້ອມທັງກ່າວວ່າ: ກິດຈະກຳນີ້ ບໍ່ພຽງແຕ່ເປັນຊ່ອງທາງສຳລັບການຮຽນຮູ້ດ້ານໄອຊີທີເທົ່ານັ້ນ ແຕ່ຍັງເປັນຊ່ອງທາງທີ່ຈະເຂົ້າເຖິງວັດທະນະທຳຂອງຈີນນຳອີກ ຂ້າພະເຈົ້າເຊື່ອວ່າ ດ້ວຍຄວາມພະຍາຍາມຂອງຄົນຮຸ່ນຕໍ່ຮຸ່ນ ມິດຕະພາບ ລາວ-ຈີນ ຈະເຕີບໃຫຍ່ເປັນຕົ້ນໄມ້ທີ່ໃຫຍ່ສູງ ພ້ອມນີ້ ກໍຂໍສະແດງຄວາມຂອບໃຈມາຍັງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທີ່ໄດ້ໃຫ້ການສະໜັບສະໜູນກິດຈະກຳ “Seeds for the Future” ຂອງບໍລິສັດ ຫົວເຫວີຍ.

ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດຫົວເຫວີຍ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາບຸກຄະລາກອນທາງດ້ານໄອຊີທີຂອງປະເທດລາວ ບໍລິສັດຫົວເຫວີຍ ແມ່ນບໍລິສັດໄອຊີທີຊັ້ນແນວໜ້າຂອງໂລກ ຄວາມກ້າວໜ້າທັນສະໄໝໃນການປະດິດສ້າງ ແລະ ການລົງທຶນຂອງບໍລິສັດຫົວເຫວີຍ ແມ່ນໜ້າສົນໃຈຫຼາຍ ບໍລິສັດຫົວເຫວີຍ ໄດ້ສືບຕໍ່ຮ່ວມມືໂຄງການດັ່ງກ່າວກັບກະຊວງສຶກສາທິການ ແລະ ກີລາລາວມາເປັນເວລາຫຼາຍປີ ເຊິ່ງປີນີ້ກໍແມ່ນປີທີ 4 ແລ້ວ ພວກເຮົາໄດ້ຄັດເລືອກເອົານັກສຶກສາທີ່ມີຜົນງານດີເດັ່ນຈາກ 4 ມະຫາວິທະຍາໄລໃນທົ່ວປະເທດລາວ ເພື່ອເຂົ້າຮ່ວມໃນໂຄງການນີ້ ແລະ ຫວັງວ່ານັກສຶກສາທີ່ເປັນເມັດພັນທັງ 12 ຄົນ ຈະຕັ້ງໜ້າສຶກສາຢ່າງໜັກ ເພາະວ່າບໍ່ພຽງແຕ່ແກ່ນຂອງການພັດທະນາການສຶກສາໃນອະນາຄົດ ແຕ່ຍັງເປັນແກ່ນຂອງການພັດທະນາອຸດສາຫະກຳໄອຊີທີແຫ່ງປະເທດຊາດຕື່ມອີກ.
ໂຄງການ Seeds for the Future ແມ່ນໂຄງການເປີດກວ້າງໃນທົ່ວໂລກຂອງບໍລິສັດຫົວເຫວີຍ ເຊິ່ງໄດ້ເປີດຕົວຢ່າງເປັນທາງການຢູ່ປະເທດໄທໃນປີ 2008 ເຊິ່ງໃນປີ 2016 ກະຊວງສຶກສາທິການ ແລະ ກີລາລາວ ແລະ ບໍລິສັດ ຫົວເຫວີຍ (ລາວ) ຈຳກັດ ຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືຈັດຕັ້ງກິດຈະກຳ “Seeds for the Future” ເຊິ່ງປີນີ້ໄດ້ສຶບຕໍ່ປະຕິບັດຢູ່ປະເທດລາວເປັນປີທີ 4 ທຸກໆປີກະຊວງສຶກສາທິການ ແລະ ກີລາລາວ ແລະ ບໍລິສັດ ຫົວເຫວີຍ (ລາວ) ຈຳກັດ ຜູ້ດຽວ ໄດ້ເລືອກເອົານັກຮຽນດີເດັ່ນ 10 ຄົນໄປປັກກິ່ງ ແລະ ເຊີນເຈີ້ນ ສປ ຈີນ ເພື່ອຮຽນຮູ້ຮີດຄອງປະເພນີ ວັດທະນະທຳ ແລະ ຄວາມຮູ້ດ້ານໄອຊີທີ ທີ່ທັນສະໄໝຂອງຈີນ ຈຸດປະສົງຂອງໂຄງການນີ້ ແມ່ນນຳໃຊ້ປະສົບການດ້ານອຸດສາຫະກຳໄອຊີທີ ທີ່ອຸດົມສົມບູນຂອງບໍລິສັດຫົວເຫວີຍ ເພື່ອເຝິກອົບຮົມນັກສຶກສາ ໃຫ້ກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດດ້ານໄອຊີທີ.