ນະຄອນຫຼວງວຽງຈັນ ໄຂສົກຮຽນໃໝ່ 2020-2021

    ນະຄອນຫຼວງວຽງຈັນ ໄຂສົກຮຽນໃໝ່ 2020-2021 ຢູ່ທີ່ໂຮງຮຽນມັດທະຍົມສຶກສາຕອນປາຍ ມິດຕະພາບ ນະຄອນຫຼວງວຽງຈັນ-ໂຮ່ຈີມິງ (ມັດທະຍົມສຶກສາຕອນປາຍສີໂຄດຕະບອງ) ໂດຍມີທ່ານນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍທ່ານຮອງຫົວໜ້າພະແນກ ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກີລາຈາກ 9 ຕົວເມືອງ ຜູ້ບໍລິຫານການສຶກສາ ແຂກຖືກເຊີນ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

    ທ່ານ ສົມພອນ ສອນດາລາ ໄດ້ກ່າວວ່າ: ໃນສົກຮຽນ 2019-2020 ທົ່ວ ນວ ມີໂຮງຮຽນພາກລັດ ແລະ ເອກະຊົນທັງໝົດ 1.124 ແຫ່ງ ທຽບໃສ່ສົກຜ່ານມາ ເພີ່ມຂຶ້ນ 25 ແຫ່ງ ມີນັກຮຽນທັງໝົດ 204.130 ຄົນ ເປັນຍິງ 99.644 ຄົນ ທຽບໃສ່ສົກຮຽນຜ່ານມາ ເພີ່ມຂຶ້ນ 2.952 ຄົນ ຄິດເປັນເປີເຊັນ 1,46% ໃນນັ້ນມີໂຮງຮຽນລ້ຽງເດັກ ແລະ ອະນຸບານມີ 410 ແຫ່ງ ເພີ່ມຂຶ້ນ 21 ແຫ່ງ ເທົ່າກັບ 5,39% ໂຮງຮຽນປະຖົມມີ 534 ແຫ່ງ ເພີ່ມຂຶ້ນ 1 ແຫ່ງ ເທົ່າກັບ 0,18% ໂຮງຮຽນມັດທະຍົມ 180 ແຫ່ງ ເພີ່ມຂຶ້ນ 3 ແຫ່ງ ເທົ່າກັບ 1,69% (ໃນນີ້ລວມທັງໂຮງຮຽນສົງ 6 ແຫ່ງ)

    ໃນພິທີໄດ້ມີການຈັບມືຮັບຂໍ້ແຂ່ງຂັນ 5 ຫຼັກມູນການສຶກສາ ແລະ 3 ຂໍ້ແຂ່ງຂອງກະຊວງສຶກສາທິການ ແລະ ກີລາ ຂອງບັນດາຜູ້ຕາງໜ້າຈາກຫ້ອງການສຶກສາທິການ ແລະ ກີລາ ແລະ ບັນດາໂຮງຮຽນພາຍໃນ ນະຄອນຫຼວງວຽງຈັນ ພ້ອມໄດ້ຮັບຟັງການໂອ້ລົມຈາກທ່ານນາງ ສີສຸກ ວົງວິຈິດ ເພື່ອໃຫ້ທິດຊີ້ນຳກ່ຽວກັບການພັດທະນາການສຶກສາໃນຕໍ່ໜ້າ.

error: Content is protected !!