ໃນຝົນຕົກຜ່ານມາ ໄດ້ເຮັດໃຫ້ຫຼາຍເສັ້ນທາງໄດ້ຮັບຜົນກະທົບເປ່ເພ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນໄປມາ ໃນນັ້ນກໍມີເສັ້ນທາງບ້ານນາທົ່ມ ຫາບ້ານໂນນແສງຈັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ເປ່ເພໜັກໜ່ວງສົມຄວນ ເຮັດໃຫ້ການໄປມາຂອງຍານພາຫະນະພົບຄວາມຫຍຸ້ງຍາກ ແຕ່ພາຍຫຼັງທີ່ທ່ານເຈົ້າຄອງນະຄອນຫຼວງວຽງຈັນພ້ອມຄະນະ ລົງໄປເບິ່ງເມື່ອຕົ້ນເດືອນສິງຫາຜ່ານມາ ເພີ່ນກໍໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ແລະ ປັດຈຸບັນນີ້ເສັ້ນທາງດັ່ງກ່າວໄດ້ຮັບການສ້ອມແປງ ສາມາດທຽວໄປມາໄດ້ສະດວກແລ້ວ.

ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວັນທີ 1 ກັນຍາ 2020 ວ່າ: ພາຍຫຼັງໄດ້ຮັບການຊີ້ນຳຈາກທ່ານເຈົ້າຄອງນະຄອນຫຼວງ ໂດຍມີພາກສ່ວນກ່ຽວຂ້ອງຮ່ວມກັບບໍລິສັດຜູ້ຮັບເໝົາກໍ່ສ້າງທາງລົດໄຟລາວ-ຈີນ ແລະ ບໍລິສັດພາຍໃນ ຮັບວຽກໂຄງການໄພພິບັດ ໄດ້ສ້ອມແປງເສັ້ນທາງດັ່ງກ່າວທີ່ມີຄວາມຍາວ 10 ກິໂລແມັດ ແຕ່ສາມແຍກຕານມີໄຊຫາສີ່ແຍກໂນນສະອາດ ແຕ່ບໍລິສັດຜູ້ຮັບເໝົາກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສ້ອມແປງ 4 ວັນສຳເລັດວັນທີ 31ສິງຫາ 2020 ມີຄວາມຍາວ 1,5 ກິໂລແມັດ ສ່ວນທີ່ເຫຼືອນັ້ນ ແມ່ນຄວາມຮັບຜິດຊອບຂອງໂຄງການໄພພິບັດ ປັດຈຸບັນການໄປມາມີຄວາມສະດວກຂຶ້ນຕື່ມ ທຽບໃສ່ກ່ອນໜ້ານີ້.

ທ່ານ ສຸລິວັນ ພົມມະຫາໄຊ ຍັງກ່າວຕື່ມວ່າ: ພາຍຫຼັງຕົກແລ້ງ ເສັ້ນທາງດັ່ງກ່າວຈະໄດ້ສ້ອມແປງຄືນໃໝ່ດ້ວຍການປັບໜ້າທາງແລ້ວປູຢາງ ໂດຍອີງໃສ່ງົບປະມານຮ່ວງໄພພິບັດມີຈຳກັດ ຈຶ່ງໄດ້ແກ້ໄຂໄປກ່ອນ ຖ້າຈະເຮັດໃຫ້ໄດ້ມາດຕະຖານ ຕ້ອງໃຊ້ງົບປະມານຫຼາຍ ດັ່ງນັ້ນຂໍໃຫ້ສັງຄົມມີຄວາມເຂົ້າ ແລະ ການໄປມາເສັ້ນທາງນີ້ກໍໃຫ້ຄອ່ຍໄປຄ່ອຍມາ ມີສະຕິເພື່ອຫຼີກລ່ຽງການເກີດອຸບັດເຫດ.
