ໂດຍເຫັນໄດ້ຄວາມສຳຄັນຂອງການສຶກສາທ່ານ ນາງ ພູວຽງ ຄຸນປະເສີດ ຮອງຫົວໜ້າພາກວິຊາຄະນະວິທະຍາສາດການກີລາ ມະຫາວິທະຍາໄລແຫ່ງຊາດ ຜູ້ອວຍການໂຮງງານຜະລິດລິບລາວ ຈຳກັດ ແລະ ທ່ານ ສີສະຫຼຽວ ສະແຫວງສຶກສາ ທີ່ປຶກສາໂຮງງານຜະລິດລິບລາວ ຈຳກັດ ພ້ອມຄອບຄົວ ໄດ້ຊ່ວຍເຫຼືອບູລະນະສ້ອມແປງໂຮງຮຽນປະຖົມສົມບູນບ້ານໂນນແສງຈັນ ລວມມູນຄ່າທັງໝົດ 51,5 ລ້ານກີບ.


ພິທີມອບຮັບ ຈັດຂຶ້ນວັນທີ 1 ກັນຍາ 2020 ໂອກາດເປີດສົກຮຽນໃໝ່ 2020-2021 ກ່າວມອບໂດຍທ່ານ ສີສະຫຼຽວ ສະແຫວງສຶກສາ ແລະ ກ່າວຮັບໂດຍທ່ານ ສອນແພງ ພຸດທິຫົງ ນາຍບ້ານໂນນແສງຈັນ ແລ້ວມອບຕໍ່ໃຫ້ທ່ານ ນາງ ສາຍທອງ ໄຊແສງ ຜູ້ອຳນວຍການໂຮງຮຽນປະຖົມບ້ານໂນນແສງຈັນ ມີຄຸອາຈານ ແລະ ນັກຮຽນເຂົ້າຮ່ວມ.


ການຊ່ວຍເຫຼືອຄັ້ງນີ້ ປະກອບມີ ທາສີຝາໂຮງຮຽນ ໂຕະຕັ່ງ 45 ຊຸດ ພັດລົມ 12 ໜ່ວຍ ແລ່ນສາຍໄຟໃນອາຄານ ພ້ອມປ່ຽນດອກໄຟເປັນດອກໄຟປະຢັດ ຫຼັກທຸງ ປ່ຽນກະດານດຳເປັນກະດານຂາວ ກະດານຂ່າວ ປື້ມຂຽນ ສໍດຳ ສໍສີ ຢ່າງລະ 12 ແພກ ທັງນີ້ເພື່ອເຮັດໃຫ້ນັກຮຽນໄດ້ຮັບການສຶກສາທີ່ດີ ພ້ອມນີ້ ຍັງຈະຊ່ວຍຄູສອນພາສາອັງກິດຕື່ມອີກໃນອັນໃກ້ນີ້ ແລະ ໃນອະນາຄົດຍັງຈະສືບຕໍ່ຊ່ວຍໄປເລື້ອຍໆ.

