ນັກຮຽນ-ນັກສຶກສາ ຄວນເປັນເຈົ້າການໃນການຄົ້ນຄວ້າຮ່ຳຮຽນ ໃນເວລາພັກຮຽນ

    ປັດ­ຈຸ­ບັນ ນັກ­ຮຽນ-ນັກ​ສຶກ​ສາ ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຢູ່​ໃນ​ໄລ­ຍະ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ຂອງ​ໜ່ວຍ​ງານ​ສະ­ເພາະ​ກິດ ຕ້ານ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ (Covid-19) ກໍ​ຄື ແຈ້ງ​ການ​ຂອງ​ຫ້ອງ­ການ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແລະ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໃຫ້​ບັນ­ດາ​ໂຮງ­ຮຽນ ສະ­ຖານ​ບັນ​ການ​ສຶກ​ສາ ປິດ​ພັກ​ຮຽນ​ຊົ່ວ­ຄາວ.

    ຕໍ່​ບັນ­ຫາ​ດັ່ງ­ກ່າວ ທ່ານ ບຸນ​ທັນ ແສງ​ມະ­ນີ ຫົວ­ໜ້າ​ຂະ­ແໜງ​ສາ­ມັນ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້​ສຳ­ພາດ​ໃນ​ຕົ້ນ​ເດືອນ​ມີ­ນາ 2020 ຜ່ານ​ມາ​ວ່າ: ໂດຍ​ອີງ­ໃສ່​ແຈ້ງ​ການ​ຂອງ​ຫ້ອງ­ການ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ສະ­ບັບ​ເລກ​ທີ 865 ລົງ​ວັນ​ທີ 6 ມີ­ນາ 2020 ເຖິງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ​ແຂວງ ນະ­ຄອນ­ຫຼວງ ເລື່ອງ: ການ​ໂຈະ​ການ​ສອບ­ເສັງ​ແຂ່ງ­ຂັນ​ນັກ­ຮຽນ​ເກ່ງ​ຊັ້ນ​ມັດ­ທະ­ຍົມ​ສຶກ​ສາ​ລະ­ດັບ​ຊາດ ປະ­ຈຳ​ສົກ­ຮຽນ 2019-2020 ແລະ ອີງ​ຕາມ​ໜັງ­ສື​ແຈ້ງ​ການ ສະ­ບັບ​ເລກ​ທີ 005/ສພກ ລົງ​ວັນ​ທີ 2 ມີ­ນາ 2020 ຂອງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ອີງ​ຕາມ​ທິດ​ຊີ້​ນຳ​ຂອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຕໍ່​ບົດ​ລາຍ​ງານ​ຂອງ​ກົມ​ສາ­ມັນ​ສຶກ​ສາ ສະ­ບັບ​ເລກ​ທີ 267/ສມ ລົງ​ວັນ​ທີ 3 ມີ­ນາ 2020 ແລະ ເພື່ອ​ເປັນ​ການ​ປ້ອງ​ກັນ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ COVID-19 ທີ່​ກຳ­ລັງ​ລະ­ບາດ​ໃນ​ພາກ​ພື້ນ ແລະ ແຜ່​ຂະ­ຫຍາຍ​ຫຼາຍ​ປະ­ເທດ​ໃນ​ໂລກ ສະ­ນັ້ນ ທາງ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ຈຶ່ງ​ໄດ້​ໂຈະ​ການ​ສອບ­ເສັງ​ແຂ່ງ­ຂັນ ນັກ­ຮຽນ​ເກ່ງ​ຊັ້ນ​ມັດ­ທະ­ຍົມ​ສຶກ​ສາ​ລະ­ດັບ​ຊາດ ປະ­ຈຳ​ສົກ­ຮຽນ 2019-2020 ແລະ ທາງ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ໄດ້​ອອກ​ຄຳ​ແນະ­ນຳ ເລກ​ທີ 599 ລົງ​ວັນ​ທີ 3 ມີ­ນາ 2020 ເຖິງ​ທ່ານ​ຫົວ­ຫນ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ ແນະ­ນຳ​ໃຫ້​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ ແລະ ຫຼ້າ​ສຸດ​ແມ່ນ​ແຈ້ງ​ການ​ຂອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ເລື່ອງ​ການ​ໂຈະ​ການ​ຮຽນ-ການ​ສອນ ໃນ​ສະ­ຖານ​ການ​ສຶກ​ສາ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ຊົ່ວ­ຄາວ ແຕ່​ວັນ​ທີ 19 ມີ­ນາ ເຖິງ​ວັນ​ທີ 21 ເມ­ສາ 2020 ມອບ​ໃຫ້​ຜູ້​ບໍ­ລິ­ຫານ​ສະ­ຖານ​ການ​ສຶກ​ສາ ແຕ່​ລະ​ແຫ່ງ​ໃຫ້​ຄຳ​ແນະ­ນຳ​ຄູ-ອາ­ຈານ ພໍ່​ແມ່-ຜູ້​ປົກ­ຄອງ ແລະ ນັກ­ຮຽນ-ນັກ​ສຶກ​ສາ ໂດຍ​ການ​ມອບ​ວຽກ­ບ້ານ ການ​ຈັດ­ການ​ຮຽນ-ການ​ສອນ​ຜ່ານ​ຮູບ​ແບບ​ຕ່າງໆ ຕາມ​ທ່າ­ແຮງ ແລະ ເງື່ອນ­ໄຂ​ຂອງ​ແຕ່​ລະ​ສະ­ຖານ​ການ​ສຶກ​ສາ.

    ຕໍ່​ສະ­ພາບ​ການ​ດັ່ງ­ກ່າວ ມັນ​ກໍ​ມີ​ຜົນ​ກະ­ທົບ​ຫຼາຍ​ດ້ານ ທາງ​ກົງ ແລະ ທາງ​ອ້ອມ ເພາະ​ກ່ອນ​ໜ້າ​ນີ້​ຜູ້​ຄົນ​ສ່ວນ​ໃຫຍ່ ມີ​ລູກ​ຫຼານ​ທີ່​ເຂົ້າ​ຮຽນ​ໃນ​ໂຮງ­ຮຽນ​ລ້ຽງ​ເດັກ​ອະ­ນຸ­ບານ ເມື່ອ​ໂຮງ­ຮຽນ​ປິດ​ຊົ່ວ­ຄາວ ພາ­ລະ​ນັ້ນ​ກໍ​ຕ້ອງ​ຕົກ​ເປັນ​ໜ້າ­ທີ່​ຂອງ​ພໍ່​ແມ່​ຜູ້​ປົກ­ຄອງ​ທີ່​ຈະ​ຕ້ອງ​ດູ​ແລ​ຕໍ່​ມາ​ໂຮງ­ຮຽນ​ປະ­ຖົມ ມັດ­ທະ­ຍົມ​ສຶກ​ສາ ລວມ​ໄປ​ເຖິງ​ສະ​ຖາ​ບັນ​ການ​ສຶກ​ສາ​ຫຼາຍ​ແຫ່ງ​ຕ້ອງ​ໄດ້​ປິດ​ຊົ່ວ­ຄາວ​ເຊັ່ນ​ດຽວ​ກັນ ເຮັດ​ໃຫ້​ເກີດ​ມີ​ຫຼາຍ​ບັນ­ຫາ​ທີ່​ເປັນ​ຄຳ​ຖາມ​ໃນ​ສັງ­ຄົມ ແລະ ຄວາມ​ບໍ່​ເຂົ້າ­ໃຈ​ຂອງ​ພໍ່​ແມ່​ຜູ້​ປົກ­ຄອງ ແມ່ນ​ກະ​ທັ້ງ​ຕົວ​ນັກ­ຮຽນ-ນັກ​ສຶກ​ສາ​ເອງ ກໍ​ຍັງ​ບໍ່​ເຂົ້າ­ໃຈ​ເຫດ­ຜົນ​ຂອງ​ການ​ໂຈະ​ຮຽນ​ຊົ່ວ­ຄາວ ເຊິ່ງ​ໃນ​ຄວາມ​ເປັນ​ຈິງ​ການ​ພັກ​ຮຽນ​ຊົ່ວ­ຄາວ​ໃນ​ຄັ້ງ​ນີ້ ກໍ​ຍ້ອນ​ຄວາມ​ເປັນ​ຫວ່ງ​ເປັນ​ໄຍ​ຂອງ​ພັກ-ລັດ­ຖະ­ບານ ໃນ​ການ​ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ ບໍ່​ໃຫ້​ຜູ້​ຄົນ​ໄດ້​ມີ​ໂອ­ກາດ​ເຕົ້າ­ໂຮມ​ກັນ​ຫຼາຍ ເພາະ​ມັນ​ເກີດ​ຄວາມ​ສ່ຽງ​ຕໍ່​ການ​ດູ​ແລ​ບັນ­ຫາ​ຂອງ​ສຸ­ຂະ­ພາບ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໄດ້​ໄວ້.

    ແຕ່​ໃນ​ສະ­ພາບ​ຄວາມ​ເປັນ​ຈິງ​ປາ­ກົດ​ໃຫ້​ເຫັນ ພໍ​ໂຮງ­ຮຽນ​ພັກ ບັນ­ດາ​ນັກ­ຮຽນ-ນັກ​ສຶກ​ສາ​ຈຳ­ນວນ​ຫຼວງ­ຫຼາຍ ພັດ​ຖື​ໂອ­ກາດ​ເປັນ​ການ​ພັກ­ຜ່ອນ​ຊອກ​ຫາ​ທ່ຽວ​ຫຼິ້ນ ນັດ​ພົບ​ປະ​ສັງ​ສັນ ຫຼື ບໍ່​ກໍ​ຖື​ໂອ­ກາດ​ໄປ​ຫາ​ທ່ຽວ​ໃນ​ສະ­ຖານ­ທີ່​ຊຸມ​ຊົນ ໂດຍ​ບໍ່​ເອົາ­ໃຈ­ໃສ່​ໃນ​ການ​ປ້ອງ​ກັນ​ຕົວ​ເອງ ເຖິງ​ຢ່າງ­ໃດ​ກໍ​ດີ ພໍ່​ແມ່ ຜູ້​ປົກ­ຄອງ ອຳ­ນາດ​ການ​ປົກ­ຄອງ ຄວນ​ອະ­ທິ­ບາຍ​ແນະ­ນຳ ສ້າງ​ຄວາມ​ເຂົ້າ­ໃຈ​ທີ່​ຖືກ­ຕ້ອງ​ຄືນ­ໃໝ່ ບໍ່​ປ່ອຍ­ປະ​ລະ­ເລີຍ​ໃຫ້​ລູກ​ຫຼານ ຕ້ອງ​ມີ​ຄວາມ​ສ່ຽງ​ໃນ​ການ​ຕິດ­ພະ­ຍາດ​ດັ່ງ­ກ່າວ ໄປ​ພ້ອມ​ກັບ​ສະ​ຖາ​ບັນ​ການ​ສຶກ​ສາ​ຫຼາຍ​ແຫ່ງ ກໍ​ມີ​ມາດ​ຕະ­ການ​ໃນ​ການ​ສິດ­ສອນ ສົ່ງ​ຄວາມ​ຮູ້​ຜ່ານ​ທາງ​ເອ​ເລັກ​ໂຕຣ​ນິກ ຕາມ​ເງື່ອນ­ໄຂ ແຕ່​ທັງ​ນີ້​ກໍ​ຕ້ອງ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ພໍ່​ແມ່​ຜູ້​ປົກ­ຄອງ​ສັງ­ຄົມ ຕ້ອງ​ຊ່ວຍ​ກັນ​ເປັນ​ເຈົ້າ​ການ​ນຳ​ກັນ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ເນື້ອ​ໃນ​ຈິດ­ໃຈ​ແຈ້ງ​ການ​ຕ່າງໆ ໃນ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ຢ່າງ​ເຂັ້ມ​ງວດ ພ້ອມ​ກັນ​ມີ​ສະ­ຕິ ຕ້ອງ​ໃຊ້​ກາ­ລະ​ໂອ­ກາດ​ນີ້ ສຶກ​ສາ​ຄົ້ນ­ຄວ້າ​ຮ່ຳ­ຮຽນ​ເພີ່ມ ເພື່ອ​ປັບ­ປຸງ​ແກ້​ໄຂ​ການ​ຮຽນ ບົດ­ຮຽນ ວິ­ຊາ​ໃດ​ທີ່​ຕົນ​ເອງ​ຍັງ​ເຫັນ​ວ່າ​ບໍ່​ດີ​ເທົ່າ​ທີ່​ຄວນ ກໍ​ສຶກ​ສາ​ຄົ້ນ­ຄວ້າ​ຮ່ຳ­ຮຽນ​ຄືນ ຢ່າ​ເມົາ​ມົວ​ເຫັນ­ແກ່​ການ​ຫຼິ້ນ ການ​ທ່ຽວ ສຸມ​ໃສ່​ການ​ຄົ້ນ ຄວ້າ​ຮ່ຳ­ຮຽນ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ພ້ອມ​ກັນ​ສາ­ມາດ​ຜ່ານ​ວິ​ກິດ​ການ​ໃນ​ຄັ້ງ​ນີ້​ໄປ​ດ້ວຍ​ກັນ.

ນຳສະເໜີໂດຍ: ແວ່ນຂາວ

error: Content is protected !!