
ທ້າວ ອານຸສອນ ໄຊສາ ນັກກີລາແລ່ນທີມຊາດລາວ ເຈົ້າຂອງ 2 ຫຼຽນທອງ ປະຫວັດສາດແລ່ນຂ້າມຮົ້ວ 110 ແມັດຊາຍ ງານມະຫະກຳກີລາຊີເກມ ຄັ້ງທີ XXVll ທີ່ປະເທດມຽນມາ ປີ 2013 ແລະ ງານກີລາຊີເກມ ຄັ້ງທີ XXX ທີ່ປະເທດຟີລິບປິນ ປີ 2019 ໄດ້ທຸ້ມເທໃສ່ການເຝິກຊ້ອມໜັກຂຶ້ນກວ່າເກົ່າ ຫວັງເພີ່ມສະຖິຕິຂອງຕົນຈາກໄລຍະເວລາ 14,12 ວິນາທີ ໃນປັດຈຸບັນກາຍເປັນນັກກີລາແລ່ນ ທີ່ໄວທີ່ສຸດຂອງອາຊຽນກຽມເຂົ້າຮ່ວມລາຍການນານາຊາດ ເພື່ອສະສົມຄະແນນອອກມາດີທີ່ສຸດຫວັງລຸ້ນເຂົ້າຮ່ວມງານ ມະຫະກຳກີລາໂອແລມປີກເກມ ຈະເປີດສາກຂຶ້ນທີ່ປະເທດຍີ່ປຸ່ນຮັບກຽດເປັນເຈົ້າພາບ.
ທ້າວ ອານຸສອນ ໄຊສາ ໃຫ້ສຳພາດວ່າ: ເຖິງວ່າບັນຫາພະຍາດໂຄວິດ-19 ແຜ່ລະບາດໃນປັດຈຸບັນຢ່າງໜັກໜ່ວງ ແລະ ສ້າງຜົນເສຍຫາຍຢ່າງມະຫາສານ ຈົນໄດ້ເຮັດໃຫ້ທາງລັດຖະບານລາວເຮົາໄດ້ອອກມາປຸກລະດົມ ແລະ ແຈ້ງການເຕື່ອນໃຫ້ປະຊາຊົນຊາວມີສະຕິ ແລະ ຕ້ານປາກົດການດັ່ງກ່າວ ສ່ວນຕົວແລ້ວເຫັນດີ ແລະ ປະຕິບັດຕາມແຈ້ງການ ພ້ອມທັງມີສະຕິທຸກຄັ້ງເວລາອອກເຮືອນໄປເຮັດກິດຈະກຳຕ່າງໆ ໂດຍສະເພາະການເຝິກຊ້ອມຂອງຕົນເອງ ບໍ່ຍົກເວັ້ນສືບຕໍ່ເຝິກຊ້ອມໜັກຂຶ້ນກວ່າເກົ່າ ທັງນີ້ຫວັງຢາກຈະສ້າງຜົນງານຄັ້ງປະຫວັດທີ່ຍິ່ງໃຫຍ່ທີ່ສຸດໃຫ້ປະເທດຊາດ ກໍຄືເຂົ້າຮ່ວມແຂ່ງ ຂັນງານມະຫະກຳກີລາໂອແລມປີກສາກົນທີ່ປະເທດຍີ່ປຸ່ນ ກ່ອນຈະເຂົ້າຮ່ວມງານດັ່ງກ່າວນີ້ ໄດ້ຕ້ອງເຂົ້າຮ່ວມຜ່ານຜ່າການແຂ່ງຂັນລາຍການນານາຊາດຕ່າງໆ ເພື່ອສະສົມຄະແນນໃນເດືອນໜຶ່ງຈະຈັດຂຶ້ນ 1 ຄັ້ງ ໂດຍສະເພາະລາຍການແລ່ນ-ລານສິງກະໂປໂອເພັນ 2020 ລາຍການນີ້ນັກກີລາລາວເຮົາເຂົ້າຮ່ວມທຸກປີ ແລະ ປີນີ້ບໍ່ໄດ້ມີທ່າທີ່ຈະໂຈະການແຂ່ງຂັນເຖິງວ່າໂຄວິດ-19 ຈະເກີດກະແສແຜ່ລະບາດຢ່າງຮຸ່ນແຮງໃນທົ່ວໂລກກໍຕາມ.
ທ້າວ ອານຸສອນ ກ່າວຕື່ມວ່າ: ຍ້ອນຄືແນວນັ້ນຈຶ່ງໄດ້ເລັ່ງເກັບຕົວເຝິກຊ້ອມໜັກຂຶ້ນກວ່າເກົ່າຢູ່ທີ່ 2 ສະໜາມກໍຄືສະໜາມກີລາມະຫາວິທະຍາໄລແຫ່ງຊາດ ແລະ ສະໜາມກີລາແຫ່ງຊາດ (ຫຼັກ 16) ຊ້ອມວັນໜຶ່ງ 3-4 ຊົ່ວໂມງ ຕາມແຜນການເຝິກຊ້ອມຂອງຄູເຝິກຊາວອັງກິດວາງແຜນໃຫ້ຈາກສະຖິຕິເດີມ ຫຼ້າສຸດທີ່ສາມາດຄວ້າຫຼຽນຄຳໃຫ້ຕົ້ນສັງກັດທີ່ກຳລັງສຶກສາຢູ່ມະຫາວິທະຍາໄລກຸງເທບທົນບູລີ 14,12 ວິນາທີ ໃນລາຍການຊີງແຊັມມະຫາວິທະຍາໄລແຫ່ງຊາດໄທ ແລະ ສະຖິຕິນີ້ກໍກາຍເປັນສະຖິຕິໃໝ່ທີ່ດີທີ່ສຸດຂອງປີ 2020 ທີ່ຖືກບັນທຶກໄວ້ ແລະ ນ້ອງກໍກາຍເປັນມື 1 ລາຍການແລ່ນຂ້າມຮົ້ວ 110 ແມັດຊາຍຂອງອາຊຽນທັນທີ.