ແຈ້ງການດ່ວນ ! ສືບຕໍ່ ມາດຕະການຜ່ອນຜັນ ປ້ອງກັນ ຄວບຄຸມ ໂຄວິດ ແຕ່ 01-30 ກັນຍາ 2020

     ຕາມແຈ້ງຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 806/ຫສນຍ ລົງວັນທີ 29 ກໍລະກົດ 2020 ແລະ ສະບັບເລກທີ 838/ຫສນຍ ລົງວັນທີ 07 ສິງຫາ 2020 ເຫັນດີໃຫ້ສືບຕໍ່ປະຕິບັດມາດຕະການຜ່ອນຜັນ,ການປ້ອງກັນ,ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂພະຍາດCOVID-19 ຄືກັນກັບບັນດາມາດຕະການທີ່ໄດ້ປະຕິບັດໃນເດືອນສິງຫາ 2020 ທີ່ຜ່ານມາດັ່ງນີ້:

1. ສືບຕໍ່ປິດບັນດາກິດຈະການຮ້ານບັນເທິງ,ຮ້ານຄາລາໂອເກະ ແລະ ຮ້ານເກມ ໃຫ້ພາກສ່ວນທີ່ກ່ຽວຂ້ອງບົງຕິດຕາມກວດກາຖ້າລະເມີດ ໃຫ້ມີການກ່າວເຕືອນ ຖ້າຍັງຝ່າຝືນໃຫ້ຖອນໃບອະນຸຍາດຊົ່ວຄາວ

2. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖີ່ນ ສຳລັບການເຂົ້າອອດຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ,ຍົກເວັ້ນບາງດ່ານທີ່ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກໄດ້.ສ່ວນດ່ານສາກົນແມ່ນໃຫ້ຄົນລາວ ແລະ ຕ່າງປະເທດທີ່ມີຄວາມຈຳເປັນຮີບດ່ວນ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.ສຳລັບຂົນສົ່ງສິນຄ້າແມ່ນສາມາດເຂົ້າ-ອອກປົກກະຕິໄດ້.

3. ສືບຕໍ່ໂຈະອອກວິຊ່າທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບຜູ້ທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ-19.

4. ສືບຕໍ່ໂຈະຍົນເຊົ່າເໝົາລໍາລະຫວ່າງປະເທດ ແລະ ໃຫ້ຄະນະສະເພາະກິດສົມທົບກັບກົມການບິນພົນລະເຮືອນ ອອກມາດຕະການໃໝ່ໃຫ້ລະອຽດ ແລະ ຮັດກຸມ ແລ້ວສະເໜີຕໍ່ລັດຖະບານເພື່ອອະນຸມັດ

    ເຫັນດີໃຫ້ເອົາເວລາ 23:00 ໂມງເປັນເວລາປິດຮ້ານອາຫານ ໂດຍໃຫ້ປະຕິບັດເປັນເອກະພາບທົ່ວປະເທດ

   ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບອົງການປົກຄອງທ້ອງຖິ່ນ ເຂັ້ມງວມ ຕິດຕາມ ແລະ ກວດກາ ຜູ້ທີ່ລັກລອບເຂົ້າເມືອງ ທີ່ບໍ່ຜ່ານຊາຍແດນ ມາຈໍາກັດບໍລິເວນ ແລະ ກວດຫາເຊື້ອພະຍາດໂຄວິດ-19.

error: Content is protected !!