ຫຼາຍພາກສ່ວນໃຈບຸນ ຮ່ວມບໍລິຈາກທຶນສ້າງໂຮງຮຽນເພື່ອນ້ອງ

    ສະມາຄົມກູ້ໄພນະຄອນຫຼວງວຽງຈັນ 1624 ໂຮງແຮມລາວເທວ ບໍລິສັດກ້າວໜ້າເອັນເຕີເທັນເມັນ ແລະ ຫ້ອງເສື້ອຄໍາເພົ້າສັ່ງໄດ້ ຮ່ວມກັນຈັດຕັ້ງໂຄງການ “ຮ່ວມປັນຮັກ (Better Together)” ຂຶ້ນ ໃນວັນທີ 29-30 ສິງ2020 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຈາກບັນດານັກທຸລະກິດ ນັກອອກແບບເຄື່ອງ ແລະ ເຈົ້າຂອງຍີ່ຫໍ້ເຄື່ອງປະດັບຊັ້ນແນວໜ້າເຂົ້າຮ່ວມຫຼາຍກວ່າ 20 ຍີ່ຫໍ້.

    ທ່ານນາງ ວົງຈັນ ບົວແພງ ປະທານໂຄງການຮ່ວມປັນຮັກ  ໃຫ້ຮູ້ວ່າ: ໂຄງການ “ຮ່ວມປັນຮັກ (Better Together Fashion Show Charity)” ເປັນງານການກຸສົນ ຜູ້ເຂົ້າຮ່ວມງານຈະຕ້ອງໄດ້ຊື້ປີ້ເຂົ້າຊົມ ແລະ ເງິນທີ່ໄດ້ຈາກຂາຍປີ້ ແມ່ນຈະນໍາເອົາໄປສົມທົບກັບການບໍລິຈາກຂອງສັງຄົມ ເພື່ອນໍາໄປສ້າງອາຄານຮຽນໃຫ້ໂຮງຮຽນຢູ່ທີ່ບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ ຍ້ອນເຂດດັ່ງກ່າວເປັນເຂດຫ່າງໄກສອກຫຼີກ ແລະ ໂຮງຮຽນແຫ່ງດັ່ງກ່າວຍັງບໍ່ທັນມີສິ່ງອໍານວຍຄວາມສະດວກຂັ້ນພື້ນຖານເຊັ່ນ: ຫ້ອງຮຽນຮົ່ວເມື່ອຝົນຕົກ ຝາແອ້ມດ້ວຍໄມ້ແຕະ ແລະ ຂາດອຸປະກອນການຮຽນຫຼາຍຢ່າງທີ່ຈໍາເປັນ ສະນັ້ນ ຈຶ່ງໄດ້ມີໂຄງການນີ້ເກີດຂຶ້ນ ແລະ ເຫັນໄດ້ເຖິງຄວາມຮ່ວມມື ພ້ອມຜົນຕອບຮັບທີ່ດີເກີນຄາດໝາຍຈາກພາກສ່ວນຕ່າງໆຢ່າງກວ້າງຂວາງ.

    ຕະຫຼອດພາຍໃນງານທັງສອງວັນ ແມ່ນໄດ້ມີການເດີນແບບສະແດງຊຸດແຟຊັນຈາກອາສາສະໝັກນາຍແບບ ແລະ ນາງແບບ ທີ່ເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.

error: Content is protected !!