ການບໍລິໂພກໄຂ່ທີ່ເໝາະສົມໃນແຕ່ລະໄວ

ກົມ​ອະ­ນາ­ໄມ ໄດ້​ແນະ­ນຳ​ວິ­ທີ​ກິນ “ໄຂ່” ຂອງ​ຄົນ​ແຕ່​ລະ​ກຸ່ມ ແນະ­ນຳ​ເດັກ 6 ເດືອນ ເລີ່ມ​ທີ່​ໄຂ່​ແດງ​ຕົ້ມ​ສຸກ​ບົດ ວັນ​ລະ​ເຄິ່ງ-1 ໜ່ວຍ 7 ເດືອນ​ຂຶ້ນ​ໄປ ໄຂ່​ຕົ້ມ​ສຸກ​ວັນ​ລະ​ເຄິ່ງ​ເຖິງ 1 ໜ່ວຍ ແລະ ອາ­ຍຸ 1 ປີ​ຂຶ້ນ​ໄປ​ຈົນ​ເຖິງ​ສູງ​ໄວ ກິນ​ໄດ້​ວັນ​ລະ 1 ໜ່ວຍ ສ່ວນ​ເບົາ­ຫວານ ໄຂ­ມັນ ຄວາມ­ດັນ ກິນ 3 ໜ່ວຍ​ຕໍ່​ອາ­ທິດ.

ຄະ­ນະ​ກຳ­ມາ​ທິ​ການ​ໄຂ່​ໄກ່​ລະ­ຫວ່າງ​ປະ­ເທດ (The International Egg Commission ຫຼື IEC) ໄດ້​ກຳ­ນົດ​ໃຫ້​ວັນ​ສຸກ​ທີ 2 ຂອງ​ເດືອນ​ຕຸ­ລາ​ຂອງ​ທຸກ​ປີ​ເປັນ​ວັນ​ໄຂ່​ໂລກ ເພື່ອ​ເປັນ​ການ​ໂຄ­ສະ­ນາ ແລະ ສົ່ງ­ເສີມ​ການ​ບໍ­ລິ­ໂພກ​ໄຂ່ ຊຶ່ງ​ໄຂ່​ເປັນ​ອາ­ຫານ​ໂປຣ​ຕິນ​ທີ່​ມີ​ຄຸ­ນະ­ພາບ​ດີ ລາ­ຄາ​ຖືກ ຫາ​ໄດ້​ງ່າຍ ແລະ ມີ​ຄຸນ­ຄ່າ​ທາງ​ໂພ­ຊະ​ນາ​ການ​ທີ່​ເໝາະ​ສົມ​ກັບ​ທຸກ​ກຸ່ມ​ໄວ ມີ​ກົດ​ອະ​ມິ​ໂນ​ທີ່​ຈຳ­ເປັນ​ຕໍ່​ຮ່າງ­ກາຍ​ຄົບ​ຖ້ວນ ເປັນ​ແຫຼ່ງ​ຂອງ​ແຮ່​ທາດ​ທີ່​ສຳ­ຄັນ ມີ​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ ເຊັ່ນ ທາດ​ເຫຼັກ ການ​ຊຽມ ຟົສ​ຟໍ​ຣັສ ຊ່ວຍ​ເສີມ​ສ້າງ​ກະ­ດູກ​ໃຫ້​ແຂງ­ແຮງ ແລະ ເປັນ​ແຫຼ່ງ​ຂອງ​ວິ­ຕາ­ມິນ​ທີ່​ສຳ­ຄັນ ເຊັ່ນ: ວິ­ຕາ­ມິນ A ວິ­ຕາ­ມິນ B1 B2 B6 ໂຟ​ເລດ ວິ­ຕາ­ມິນ D ວິ­ຕາ­ມິນ E ເລ​ຊິ​ທິນ ທີ່​ໃຫ້​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ ຊຶ່ງ​ການ​ບໍ­ລິ­ໂພກ​ໄຂ່​ຢ່າງ​ສະ­ຫຼາດ ຈະ​ເຮັດ​ໃຫ້​ຮ່າງ­ກາຍ​ໄດ້​ຮັບ​ສານ​ອາ­ຫານ​ທີ່​ຫຼາກ​ຫຼາຍ​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຂອງ​ຮ່າງ­ກາຍ.

ປະ­ລິ­ມານ​ໄຂ່​ທີ່​ແນະ­ນຳ​ໃຫ້​ບໍ­ລິ­ໂພກ​ນັ້ນ ເດັກ­ນ້ອຍ​ອາ­ຍຸ​ຕັ້ງ­ແຕ່ 6 ເດືອນ ໃຫ້​ເລີ່ມ​ທີ່​ໄຂ່​ແດງ​ຕົ້ມ​ສຸກ​ບົດ ວັນ​ລະ​ເຄິ່ງ ເຖິງ 1 ໜ່ວຍ.

ເດັກ­ນ້ອຍ​ອາ­ຍຸ 7 ເດືອນ​ຂຶ້ນ​ໄປ ກິນ​ໄຂ່​ຕົ້ມ​ສຸກ​ວັນ​ລະ​ເຄິ່ງ ເຖິງ 1 ໜ່ວຍ.

ເດັກ­ນ້ອຍ​ອາ­ຍຸ 1 ປີ​ຂຶ້ນ​ໄປ ເຖິງ​ໄວ​ສູງ​ອາ­ຍຸ ກິນ​ໄຂ່​ຕົ້ມ​ສຸກ​ໄດ້​ວັນ​ລະ​ໜ່ວຍ.

ຜູ້​ປ່ວຍ​ເບົາ­ຫວານ ໄຂ­ມັນ​ໃນ​ເລືອດ​ສູງ ຄວາມ­ດັນ­ເລືອດ­ສູງ ກິນ​ໄຂ່​ໄດ້ 3 ໜ່ວຍ​ຕໍ່​ອາ­ທິດ ຫຼື ບໍ­ລິ­ໂພກ​ສະ­ເພາະ​ໄຂ່​ຂາວ​ໄດ້​ທຸກ​ວັນ ຕາມ​ຄຳ​ແນະ­ນຳ​ຂອງ​ແພດ ທີ່​ສຳ­ຄັນ​ຕ້ອງ​ດູ​ແລ​ການ​ບໍ­ລິ­ໂພກ​ອາ­ຫານ​ຢ່າງ​ອື່ນ​ນຳ​ດ້ວຍ ໂດຍ​ສະ­ເພາະ ອາ­ຫານ​ທີ່​ມີ​ໄຂ­ມັນ​ສູງ ແລະ ກິນ​ອາ­ຫານ​ທີ່​ຫຼາກ​ຫຼາຍ​ໃນ​ແຕ່​ລະ​ມື້ ໂດຍ​ໃຫ້​ມີ​ອາ­ຫານ​ປະ­ເພດ​ເຂົ້າ-ແປ້ງ ທັນ​ຍະ​ພືດ ຊີ້ນ​ສັດ ຜັກ ໝາກ​ໄມ້ ຄົບ​ທັງ 5 ໝູ່ ໃນ​ອັດ­ຕາ​ສ່ວນ​ປະ­ລິ­ມານ​ທີ່​ເໝາະ​ສົມ ເພື່ອ​ຄຸນ­ຄ່າ​ທາງ​ໂພ­ຊະ​ນາ​ການ ແລະ ສານ​ອາ­ຫານ​ທີ່​ຄົບ​ຖ້ວນ ໂດຍ​ສະ­ເພາະ​ຜັກ ແລະ ໝາກ​ໄມ້​ສົດ ຈະ​ຊ່ວຍ​ຫຼຸດ​ລະ­ດັບ​ຄໍ​ເລ​ສ​ເຕີ​ຣອລ ແລະ ໄຂ­ມັນ​ສ່ວນ​ເກີນ​ໃຫ້​ເປັນ​ປົກ­ກະ­ຕິ.

ແລະ ຫາກ​ພໍ່​ແມ່​ຕ້ອງ­ການ​ໃຫ້​ເດັກ­ນ້ອຍ​ໄດ້​ກິນ​ໄຂ່​ທຸກ​ວັນ ແລະ ບໍ່​ເບື່ອ​ນັ້ນ ຄວນ​ໃຊ້​ວິ­ທີ​ການ​ປະ­ກອບ​ອາ­ຫານ​ທີ່​ມີ​ການ​ໃສ່​ຜັກ​ລົງ​ໄປ​ໃນ​ໄຂ່​ເພື່ອ​ເປັນ​ການ​ຈູງ​ໃຈ​ໃຫ້​ເດັກ­ນ້ອຍ​ກິນ​ຜັກ ເຊັ່ນ: ຈືນ​ໄຂ່ ຫຼື ໄຂ່​ຕຸ໋ນ​ໃສ່​ຜັກ​ສັບ​ລະ­ອຽດ ເປັນ​ການ​ເສີມ​ສ້າງ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ຮ່າງ­ກາຍ​ແກ່​ເດັກ­ນ້ອຍ​ອີກ​ດ້ວຍ.

ທັງ​ນີ້ ຄວນ​ຫຼີກ​ລ່ຽງ​ກິນ​ໄຂ່​ດິບ ເພາະ​ຖ້າ​ໄຂ່​ບໍ່​ສຸກ ອາດ​ປົນ​ເປື້ອນ​ເຊື້ອ​ຈຸ​ລິນ​ຊີ​ຈະ​ຂັດ­ຂວາງ​ການ​ດູດ​ຊຶມ​ໄບ​ໂອ​ຕິນ ເຮັດ​ໃຫ້​ຍ່ອຍ​ຍາກ ຈຶ່ງ​ໄດ້​ຮັບ​ປະ­ໂຫຍດ​ບໍ່​ເຕັມ­ທີ່ ແລະ ຄວນ​ບໍ­ລິ­ໂພກ​ໃນ​ຮູບ​ແບບ​ໄຂ່​ຕົ້ມ ໄຂ່​ຕຸ໋ນ ໄຂ່​ພະ​ໂລ້ ຈະ​ມີ​ປະ­ລິ­ມານ​ໄຂ­ມັນ​ໜ້ອຍ​ກວ່າ​ໄຂ່­ດາວ ໄຂ່​ຈືນ ໄຂ່​ລູກ­ເຂີຍ ສ່ວນ​ການ​ປຸງ​ອາ­ຫານ ຄວນ​ໃຊ້​ນ້ຳ­ມັນ​ທີ່​ບໍ່​ອີ່ມ​ຕົວ ອາດ​ກິນ​ເປັນ​ສະ­ຫຼັດ​ໄຂ່ ຍຳ​ໄຂ່​ຕົ້ມ ເພາະ​ຈະ​ເຮັດ​ໃຫ້​ໄດ້​ສານ​ຈາກ​ໄຂ່ ແລະ ໄດ້​ໄຟ​ເບີ ແລະ ວິ­ຕາ­ມິນ C ຈາກ​ຜັກ ແລະ ໝາກ​ໄມ້ ອາ­ຫານ​ທີ່​ຄວນ​ຫຼີກ​ລ່ຽງ ຄື ຂະ​ໜົມ​ປັງ​ໄຂ່­ດາວ​ໃສ່​ເບ​ຄອນ ຫຼື ໄສ້­ກອກ ເພາະ​ຈະ​ໄດ້​ຮັບ​ປະ­ລິ­ມານ​ໄຂ­ມັນ​ສູງ​ຫຼາຍ​ຈາກ​ເບ​ຄອນ​ນ້ຳ­ມັນ​ທີ່​ໃຊ້​ຈືນ ແລະ ເນີຍ​ທີ່​ທາ​ຂະ​ໜົມ​ປັງ.

ສຳ­ລັບ​ຜູ້​ສູງ​ອາ­ຍຸ​ທີ່​ມີ​ບັນ­ຫາ​ເລື່ອງ​ແຂ້ວ​ທີ່​ບໍ່​ສາ­ມາດ​ກິນ​ອາ­ຫານ​ໂປຣ​ຕີນ​ອື່ນ​ໄດ້ ແນະ­ນຳ​ໃຫ້​ກິນ ໄຂ່​ເປັນ​ແຫຼ່ງ​ຂອງ​ໂປຣ​ຕີນ​ແທນ​ຊີ້ນ​ສັດ ແລະ ຜູ້​ສູງ​ອາ­ຍຸ​ທີ່​ມີ​ບັນ­ຫາ​ເລື່ອງ​ໄຂ­ມັນ​ໃນ​ເລືອດ​ສູງ ໃນ​ບາງ​ຄາບ​ອາດ​ຫຼີກ​ລ່ຽງ​ການ​ກິນ​ໄຂ່​ແດງ ນອກ­ຈາກ​ນີ້ ກົມ​ອະ­ນາ­ໄມ​ໄດ້​ຈັດ​ສ້າງ​ເມ​ນູ​ໄຂ່​ສຳ­ລັບ​ເດັກ­ນ້ອຍ​ໄວ​ຮຽນ ເຊັ່ນ ໄຂ່​ຕຸ໋ນ ໄຂ່​ຈືນ ໄຂ່​ພະ​ໂລ້ ຂົ້ວ​ໄຂ່​ໃສ່​ມະ​ຣະ ໄຂ່​ລູກ­ເຂີຍ ຍຳ​ໄຂ່​ຕົ້ມ ໄຂ່​ຍັດ​ໄສ້ ຍຳ​ໄຂ່­ດາວ ບົວ­ລອຍ​ເຜືອກ​ໄຂ່​ຫວານ ເພື່ອ​ສົ່ງ­ເສີມ​ໃຫ້​ເດັກ­ນ້ອຍ​ກິນ​ໄຂ່​ໄດ້​ທຸກ​ວັນ.

ວ.ດາ­ລາ​ວົງ-ນຳ​ສະ­ເໜີ

error: Content is protected !!