ການນັ່ງເຮັດວຽກດ້ວຍທ່າທາງທີ່ບໍ່ເໝາະສົມເປັນເວລາດົນນານ ເຊັ່ນ: ນັ່ງກົ້ມໜ້າ ຍື່ນຄໍໄປຂ້າງໜ້າຫຼາຍໆ ນັ່ງຫຼັງກົ່ງ ຫຼິ້ນໂທລະສັບມືຖືເປັນເວລາດົນນານ ຂັບລົດ ຕະຫຼອດຈົນການໃຊ້ງານຄໍຢ່າງຜິດວິທີ ເຊັ່ນ: ນອນຂວ້ຳອ່ານໜັງສື ກຶງຄໍໃນທ່າທາງທີ່ຜິດຈາກປົກກະຕິເປັນເວລາດົນໆ ເປັນພຶດຕິກຳທີ່ເຮັດໃຫ້ກະດູກຄໍເສື່ອມໄວ ທັງນີ້ ໂຣກກະດູກຄໍເສື່ອມມັກບໍ່ມີອາການສະແດງໃຫ້ເຫັນ ແຕ່ຜູ້ປ່ວຍອາດຮູ້ສຶກປວດບໍລິເວນຄໍກ້າວໄປເຖິງໄຫຼ່ ຫຼື ແຂນ ລວມທັງຫຍັບ ຫຼືເຄື່ອນໄຫວຄໍໄດ້ບໍ່ສະດວກ ເໝືອນປົກກະຕິ ແລະ ຈະເລີ່ມມີອາການຮຸນແຮງຕາມອາຍຸທີ່ເພີ່ມຫຼາຍຂຶ້ນ ຈົນອາດສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈຳວັນ.
ອາການຂອງໂຣກກະດູກຄໍເສື່ອມ ແບ່ງອອກເປັນ 3 ກຸ່ມ ໄດ້ແກ່:
1. ກຸ່ມອາການທີ່ເກີດຈາກການເສື່ອມຂອງໝອນຮອງກະດູກ ແລະ ພາວະກະດູກຄໍໂດຍກົງ ເຮັດໃຫ້ມີອາການປວດຄໍ ເຄື່ອນໄຫວໄດ້ຍາກ ປວດບ່ອນກາງຄໍ ຕໍ່ລົງໃສ່ບໍລິເວນໄຫຼ່.
2. ກຸ່ມອາການທີ່ເສັ້ນປະສາດຖືກກົດທັບ ມີອາການປວດລົງມາທີ່ແຂນ ມື ແລະ ມີອາການມຶນຊາຮ່ວມນຳດ້ວຍ ຖ້າປ່ອຍໄວ້ ອາດເປັນກ້າມຊີ້ນອ່ອນແຮງ.
3. ກຸ່ມອາການຂອງໄຂສັນຫຼັງຖືກກົດທັບ ມີອາການອ່ອນແຮງ ເຄັ່ງກ້າມຊີ້ນ ໂດຍສະເພາະ ຂາ ເຮັດໃຫ້ຍ່າງລຳ ບາກ ບາງຄົນທີ່ກະດູກຄໍມີກະດູກງອກ ອາດໄປບຽດຫຼອດອາຫານ ເຮັດໃຫ້ກືນລຳບາກ ຫຼືຫາກກົດເສັ້ນເລືອດ ຈະເຮັດໃຫ້ວິນວຽນຫົວ ມີສຽງໃນຫູ ໂດຍສາເຫດການເກີດໂຣກ ເກີດຈາກຄວາມເສື່ອມສະພາບຮ່າງກາຍທີ່ເປັນໄປຕາມໄວ ໂດຍມັກພົບໃນຜູ້ທີ່ມີອາຍຸຕັ້ງແຕ່ 50 ປີຂຶ້ນໄປ ການໃຊ້ງານໃນຊີວິດປະຈຳວັນ ຫຼິ້ນກີລາທີ່ມີການກະແທກ ເຊັ່ນ: ຫຼື ຫຼິ້ນໂຍຄະໃນທ່າຫົວລົງພື້ນ ເກີດອຸບັດເຫດກະແທກທີ່ກະດູກສັນຫຼັງ ຄໍ ໂດຍກົງ ການສູບຢາ ລວມເຖິງຄົນໃນຄອບຄົວມີພາວະກະດູກຄໍເສື່ອມ.
ການປິ່ນປົວໂຣກກະດູກຄໍເສື່ອມ ຂຶ້ນຢູ່ກັບຄວາມຮຸນແຮງຂອງອາການ ໂດຍແພດຈະປິ່ນປົວຕາມອາການເປັນຫຼັກ ເລີ່ມຈາກການໃຊ້ຢາ ການເຮັດກາຍະພາບບຳບັດ ປະຄົບເຢັນ ຫຼື ປະຄົບຮ້ອນ ໃສ່ເຝືອກຄໍ ສັກຢາ ແລະ ວິທີສຸດທ້າຍຄືການຜ່າຕັດ ທັງນີ້ ຫາກປ່ອຍປະໄວ້ອາດເກີດພາວະແຊກຊ້ອນໄດ້ ໂດຍໃນກໍລະນີທີ່ເກີດແຮງກົດທັບທີ່ກະດູກສັນຫຼັງຢ່າງຮຸນແຮງ ຜູ້ປ່ວຍອາດມີອາການມຶນຊາ ຫຼືອ່ອນແຮງບໍລິເວນແຂນ ຂາ ແລະ ຕີນ ມີບັນຫາໃນການຍ່າງ ກັ້ນປັດສາວະ ຫຼື ອຸດຈາລະບໍ່ຢູ່ ນອກຈາກນີ້ ການທີ່ກະດູກສັນຫຼັງ ຫຼືເສັ້ນປະສາດບໍລິເວນຄໍຖືກກົດທັບ ອາດເຮັດໃຫ້ເກີດອາການປວດທີ່ແຂນຂ້າງໃດຂ້າງໜຶ່ງ ຫຼື ທັງສອງຂ້າງ ຫາກມີອາການຮຸນແຮງຂຶ້ນ ຈະເຮັດໃຫ້ເສັ້ນປະສາດເສຍຫາຍຢ່າງຖາວອນ ຢ່າງໃດກໍຕາມ ໂຣກກະດູກຄໍເສື່ອມບໍ່ສາມາດປິ່ນປົວໄດ້ ເນື່ອງຈາກເປັນຄວາມເສື່ອມສະພາບທາງຮ່າງກາຍ ແຕ່ສາມາດຫຼຸດຄວາມສ່ຽງການເກີດໂຣກໄດ້ ໂດຍລະມັດລະວັງໃຫ້ຄໍຢູ່ໃນທ່າທາງທີ່ເໝາະສົມຂະນະຢືນ ນັ່ງ ແລະ ຍ່າງ ເພື່ອປ້ອງກັນການບາດ ເຈັບທີ່ຄໍ ອອກກຳລັງກາຍ ຫຼື ເຮັດກິດຈະກຳເຄື່ອນໄຫວຮ່າງກາຍສະໝ່ຳສະເໝີ ຫາກຫຼິ້ນກີລາທີ່ມີຄວາມສ່ຽງ ຄວນໃສ່ອຸປະກອນປ້ອງກັນການບາດເຈັບບໍລິເວນຫົວ ແລະ ຄໍສະເໝີ ຕະຫຼອດຈົນເລືອກໃຊ້ໝອນທີ່ຮອງຮັບຫົວຂອງຄໍໄດ້ພໍດີ ບໍ່ນິ່ມ ຫຼືແຂງຈົນເກີນໄປ.
ວ. ດາລາວົງ – ນຳສະເໜີ