ເປີດການແຂ່ງຂັນກີລາມວຍປໍ້າ ຊີງ 11 ຫຼຽນຄໍາ ໃນນະຄອນຫຼວງວຽງຈັນເກມ

ກີລາມວຍປໍ້າເປີດສະໜາມເປັນທາງການ ຊີງໄຊ 11 ຫຼຽນຄໍາ ມີນັກກີລາເຂົ້າຮ່ວມ 46 ຄົນ ຈາກ 5 ແຂວງ 1 ນະຄອນ ແລະ 2 ກະຊວງ.

ທ່ານ ຮອງສາດສະດາຈານ ມະໂນລົດ ພິນິດ ເລຂາທິການສະ ຫະພັນມວຍ ປໍ້າແຫ່ງຊາດ ກ່າວໃນພິທີເປີດການແຂ່ງຂັນວ່າ: ການແຂ່ງຂັນກິລາມວຍປໍ້າໃນງານມະຫາກຳກິລາແຫ່ງຊາດຄັ້ງທີ Xll ທີ່ ນະຄອນຫຼວງວຽງຈັນ ເກມ ໂດຍການຊີ້ນໍາຂອງຄະນະກຳມະ ການຈັດການແຂ່ງຂັນກິລາແຫ່ງຊາດ ກຳມະການ ເຕັກນິກການແຂ່ງຂັນ ສະຫະພັນມວຍປໍ້າແຫ່ງຊາດໄດ້ປະສານສົມທົບກັບສະໂມສອນ ຕ່າງໆໄດ້ ຫ້າງຫາກະກຽມຝຶກຊ້ອມນັກກີລາຂອງຕົນຢ່າງເອົາໃຈໃສ່ໂດຍການກະກຽມ ຄັດເລືອກນັກກິລາໃໝ່ເພື່ອປະກອບສ່ວນເປັນນັກກິລາທີມຊາດ ເຂົ້າຮ່ວມງານ ກິລາ SEA Game.

ໃນການແຂ່ງຂັນກີລາມວຍປໍ້າທີ່ໄດ້ຈັດໃນຄັ້ງທີ່ຜ່ານມາມີຄື: ງານມະຫາກຳກິລາແຫ່ງຊາດຄັ້ງທີ X ອຸດົມໄຊ ມີຊິງໄຊ 17 ຫຼຽນຄໍາ ງານມະຫາກຳກິລາແຫ່ງຊາດຄັ້ງທີ XI ຊຽງ ຂວາງ ມີຊິງໄຊ 17 ຫຼຽນຄໍາ ແລະ ງານມະຫາກຳກິລາແຫ່ງຊາດຄັ້ງທີ XII ນະຄອນ ຫຼວງວຽງຈັນ ເກມຄັ້ງນີ້ ມີຊິງໄຊ 11 ຫຼຽນຄໍາ ມີນັກກີລາ ເຂົ້າ ຮ່ວມແຂ່ງຂັນລວມ 46 ຄົນ ຍິງ 17 ມາຈາກ 5 ແຂວງ 1 ນະຄອນຫຼວງ ແລະ 2 ກະຊວງ ປກຊ-ປກສ ໃນນີ້ແຂ່ງຂັນ ແລະ ລຸ້ນນໍ້າໜັກ 60 Kg ຍິງ ນໍ້າໜັກ 53 Kg ຊາຍ ນໍ້າໜັກ 48 Kg ຊາຍ ນໍ້າໜັກ 45 Kg ຍິງ ການແຂ່ງຂັນກິລາປະເພດນີ້ຈະດໍາເນີນໄປຮອດວັນທີ 18 ພະຈິກ ຈຶ່ງສໍາເລັດ.

ສໍາລັບພິທີເປີດການແຂ່ງຂັນກິລາມວຍປໍ້າ ໃນງານກິລາແຫ່ງຊາດຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 16 ພະຈິກ 2025 ນີ້ ທີ່ ສະ ໜາມແຂ່ງຂັນ ເດີ່ນຮົ່ມສະຖາບັນກິລາ-ກາຍຍະກຳ ໂດຍການເຂົ້າຮ່ວມເປັນກຽດມີ ທ່ານ ປອ ວົງເພັດ ອຸດົມລິດ ປະທານ ສະຫະ ພັນມວຍ ປໍ້າແຫ່ງຊາດລາວ ຫົວໜ້າຄະນະຮັບຜິດຊອບລວມ ມີ ທ່ານ ຮອງສາດສະດາຈານ ມະໂນລົດ ພິນິດ ມີຄະນະກໍາມະ ການຈັດການເເຂ່ງຂັນ ແລະ ນັກກິລາເຂົ້າຮ່ວມ.

error: Content is protected !!